ຫົວພັນ ເສັຽຫາຍໜັກໜ່ວງ ຈາກນໍ້າຖ້ວມ
2018.09.28

ທາງການ ແຂວງຫົວພັນ ຈະເລັ່ງ ສ້ອມແປງ ໂຄງຮ່າງພື້ນຖານ, ເປັນຕົ້ນ ຖນົນຫົນທາງ, ໄຟຟ້າ, ນໍ້າປະປາ ທີ່ໄດ້ຮັບ ຄວາມເສັຽຫາຍ ຈາກ ພັຍນໍ້າຖ້ວມ ຮວມມູລຄ່າ ທົ່ວແຂວງ ເສັຽຫາຍ 241 ຕື້ກີບ. ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ຫ້ອງການປົກຄອງແຂວງຫົວພັນ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 28 ກັນຍານີ້ວ່າ ທາງການ ຈະເລັ່ງສ້ອມແປງ ເສັ້ນທາງຄືນ ກ່ອນໝູ່:
"ຫົວພັນນີ່ ຜົລກະທົບ ຕໍ່ຄອບຄົວ ຫລືວ່າ ຊີວິດການເປັນຢູ່ແທ້ກໍ ໂອ໊ຍຫລາຍ ບາງເຂດ ຖືວ່າ ນໍ້າຍັງຖ້ວມຢູ່ ທົ່ງນານີ້ຫັ້ນ ເສັຽຫາຍຫລາຍ ແລະ ກໍກະທົບຕໍ່ ການຄົມນາຄົມໄປ-ມາ ທາງຫລວງ, ທາງໄປຫລວງພຣະບາງ, ທາງໄປອຸດົມໄຊ, ຊຽງຂວາງ ໄປ-ມາ ບໍ່ສະດວກເນາະ ແລ້ວເສັ້ນທາງຫລັກ ລະຫວ່າງ ເຂດເທສບານ ຕໍ່ເທສບານ ລະຫວ່າງ ກຸ່ມບ້ານ ຕໍ່ກຸ່ມບ້ານ ກໍໜັກໜ່ວງ ໄປມາກໍບໍ່ໄດ້ເນາະຊ່ວງນີ້ເນາະ ແຕ່ວ່າ ທາງພາກສ່ວນ ຄະນະກັມການ ຄວບຄຸມພັຍພິບັດ ພາກສ່ວນຄົມນາຄົມ ເພິ່ນກະສິຮີບຮ້ອນ ແກ້ໄຂດ່ວນ."
ທ່ານເວົ້າວ່າ ແຂວງຫົວພັນ ຖືກພາຍຸຝົນ ເຖິງ 2 ຄັ້ງ ແລະ ຝົນຕົກໜັກ ຕິດຕໍ່ກັນ ຫຼາຍມື້ ນັບແຕ່ເດືອນສິງຫາ ເປັນຕົ້ນມາ ເຮັດໃຫ້ ໂຄງຮ່າງພື້ນຖານ ທົ່ວແຂວງ ເສັຽຫາຍ ຢ່າງຫຼວງຫຼາຍ, ສົ່ງຜົລກະທົບ ຕໍ່ປະຊາຊົນໃນ 310 ບ້ານ, ຕາມຂໍ້ມູນ ຂອງພາກສ່ວນກ່ຽວຂ້ອງ, ພັຍພິບັດ ເທື່ອນີ້ ທົ່ວແຂວງຫົວພັນ ມີຜູ້ເສັຽຊີວິດ ທັງໝົດ 7 ຄົນ, ເສັ້ນທາງເສັຽຫາຍ 77 ສາຍ, ບ້ານເຮືອນປະຊາຊົນ ເສັຽຫາຍ 101 ຫລັງ, ໂຮງຮຽນເປ່ເພ 24 ແຫ່ງ ແລະ ເນື້ອທີ່ປູກຝັງ ຂອງປະຊາຊົນ ຖືກນໍ້າຖ້ວມ ເກືອບ 2 ພັນເຮັກຕາຣ໌. ຣະບົບນໍ້າລິນ ເປ່ເພ ຢູ່ 92 ບ້ານ ແລະ ໜອງປາ ເສັຽຫາຍ ອີກ 400 ໜອງ.
ທ່ານເວົ້າວ່າ ຄວາມເສັຽຫາຍ ທີ່ເກີດຂຶ້ນນັ້ນ ສົ່ງຜົລກະທົບໜັກໜ່ວງ ຕໍ່ປະຊາຊົນ 1,160 ຄອບຄົວ, ຊຶ່ງພາກສ່ວນກ່ຽວຂ້ອງ ຈະຊ່ອຍເຫຼືອ ປະຊາຊົນ ຕາມນະໂຍບາຍ ຂອງຣັຖບານ ໃນມໍ່ໆນີ້.