ຊາວບ້ານ ຜິດຫວັງ ທີ່ຣັຖບານ ບໍ່ຊົດເຊີຍ ຈາກເຂື່ອນປ່ອຍນ້ຳ
2018.09.28

ຣັຖບານ ສປປລາວ ປະກາດ ຈະບໍ່ຊົດເຊີຍຄວາມເສັຽຫາຍ ໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກພັຍນ້ຳຖ້ວມ ຍ້ອນການປ່ອຍນ້ຳ ອອກຈາກເຂື່ອນ ຫຼາຍແຫ່ງໃນລາວ, ຊຶ່ງຊາວບ້ານ ໃນເຂດລ້ອງງື່ມ ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ຈໍານວນຫຼວງຫຼາຍ ທີ່ໄດ້ຮັບ ຜົລກະທົບ ຈາກພັຍນ້ຳຖ້ວມ ຍ້ອນເຂື່ອນນໍ້າງື່ມ 1 ປ່ອຍນ້ຳລົງມາຖ້ວມນັ້ນ, ພາກັນຜິດຫວັງ ຕໍ່ການຕັດສິນໃຈ ຂອງຣັຖບານ ດັ່ງຊາວບ້ານ ໃນເມືອງໄຊທານີ ທ່ານນຶ່ງ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 28 ກັນຍານີ້ ຕອນນຶ່ງວ່າ:
“ກະຍ້ອນວ່າ ເປັ່ງນ້ຳຢູ່ເຂື່ອນ ລົງມາຖ້ວມກັນເນາະ ມັນກະຕ້ອງໄດ້ຊົດເຊີຍ ໃຫ້ຂະເຈົ້າແດ່ຫັ້ນແຫຼະ ຄັນຕາມຄວາມເໝາະສົມເນາະ. ເຮົາເຮັດ ຫຍັງ ລົງໄປ ມັນກະຕ້ອງໄດ້ໃຊ້ທຶນເນາະ, ສົມມຸດວ່າ ປູກຝັງແນວນີ້ ເຮົາກະຕ້ອງໄດ້ ລົງທຶນຫັ້ນແຫຼະ. ຈ້າງຂະເຈົ້າ ໄຖເປັນໄຣ່ເບາະ ລົງແນວພັນ ຄ່າບົວຣະບັດຮັກສາ, ບາດສຸດທ້າຍມາ ລະກະ ມານ້ຳຖ້ວມ ລະກະບໍ່ໄດ້ຫຍັງ, ກະຫຼຸບ. ຄັນວ່າ ບໍ່ຊ່ອຍ ປະຊາຊົນ ກະບໍ່ມີສິທ ເວົ້າຫຍັງໄດ້, ແຕ່ ເວົ້າເຣື້ອງ ຄວາມບໍ່ພໍໃຈ ແມ່ນບໍ່ພໍໃຈຢູ່ແລ້ວ.”
ຊາວບ້ານ ອີກທ່ານນຶ່ງ ໄດ້ກ່າວ ໃນມື້ດຽວກັນນັ້ນວ່າ ເຖິງທາງການ ບໍ່ມີມາຕການ ຊ່ອຍເຫຼືອເປັນ ເງິນຊົດເຊີຍໃຫ້, ກໍຢາກຮຽກຮ້ອງ ໃຫ້ຊ່ອຍເຫຼືອ ເຣື່ອງແນວພັນເຂົ້າປູກ ແລະ ມີນະໂຍບາຍ ໃຫ້ແກ່ ຊາວນາຊາວສວນ ໃນການກູ້ຢືມເງິນ ຜ່ານກອງທຶນບ້ານ ເພາະເງິນຄໍາ ທີ່ກູ້ຢືມມາ ປູກພືດພັນ ໃນປີນີ້ ກໍເສັຽຫາຍ ໄປກັບນ້ຳຖ້ວມແລ້ວ:
“ຢາກຮຽກຮ້ອງ ເທົ່າທີ່ ເພິ່ນຊ່ອຍໄດ້ຫັ້ນແຫຼະ ຢ່າງນ້ອຍໆ ກະປີໜ້າເນາະ ອາຈມີ ກອງທຶນໃຫ້ຢືມບໍ່…ຫຼືວ່າ ມີເຂົ້າປູກມາຊ່ອຍ ຈັ່ງຊີ້ເນາະ ປີໜ້າຫັ້ນນ່າ. ເພາະວ່າ ເຮົາລົງທຶນໄປ ປີນີ້ ກະເບິດເດ ຕິດໜີ້ຕິດສິນລະ. ຄັນວ່າ ກູ້ຢືມເນາະ ກະຢາກໃຫ້ເພິ່ນຊ່ອຍ ແກ້ບັນຫາ ເຣື້ອງກູ້ຢືນ ຫັ້ນລະ ບໍ່ຢາກໃຫ້ ໄລ່ດອກເບັ້ຽຫັ້ນລະ, ແຕ່ຕົ້ນທຶນ ກະຄ້າງຄືເກົ່າ.”
ທາງດ້ານ ເຈົ້າໜ້າທີ່ ຫ້ອງການກະສິກັມ ເມືອງໄຊທານີ ກໍໄດ້ຢືນຢັນ ຕໍ່ວິທຍຸ ເອເຊັຽ ເສຣີ ໃນ ມື້ດຽວກັນນັ້ນວ່າ ສະເພາະ ນະຄອນຫຼວງວຽງຈັນ ພາກສ່ວນກ່ຽວຂ້ອງ ກໍບໍ່ໄດ້ປະຖິ້ມ ພໍ່ແມ່ປະຊາຊົນ, ກຳລັງ ສເນີ ໄປຫາຂັ້ນເທິງ ຂໍໃຫ້ສນອງ ແນວພັນເຂົ້າປູກ ແລະ ພືດຕ່າງໆ ໃຫ້ຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກພັຍນ້ຳຖ້ວມປີນີ້ ເພື່ອກຽມເຮັດນາແຊງ ດັ່ງທີ່ທ່ານກ່າວວ່າ:
“ອັນນີ້ ໄທເຮົາ ກະໄດ້ຂຶ້ນແຜນ ນຳສເນີຂັ້ນເທິງ ເພື່ອຕອບສນອງ ທາງດ້ານແນວພັນເຂົ້າ ແນວພັນພືດນີ້ແຫຼະ, ເຣື້ອງນະໂຍບາຍຫັ້ນນ່າ. ໄທເຮົາ ກະຍັງສັງລວມ ເຣື້ອງຄວາມຕ້ອງການ ຂອງພໍ່ແມ່ປະຊາຊົນ ຢູ່ຫັ້ນນ່າ, ໂດຍເລັ່ງໃສ່ນີ້ແຫຼະ ການຜລິດຣະດູແລ້ງ ເພາະວ່າ ຊິຟື້ນຟູ ໃນໄລຍະນີ້ ມັນກະຄືວ່າຫັ້ນແຫຼະ ດິນຟ້າອາກາດບ້ານເຮົາ ມັນກະເປັນ 2 ຣະດູ ຫັ້ນນ່າ. ໄລຍະນີ້ໂລດ ມັນກະ ກະເທີນ, ກຽມໃສ່ ຣະດູແລ້ງ ເລີຍຫັ້ນນ່າ.”
ນ້ຳຖ້ວມ ໃນເຂດລ້ອງງື່ມປີນີ້, ນະຄອນຫຼວງວຽງຈັນ ໄດ້ຮັບຜົລກະທົບໜັກທີ່ສຸດ, 6 ເມືອງຖືກນ້ຳຖ້ວມໜັກ ແລະ ປະຊາຊົນ ໄດ້ຮັບຜົລກະທົບ ເກືອບເຖິງ 7,600 ຄອບຄົວ. ເນື້ອທີ່ ໄຮ່ນາຮົ້ວສວນເສັຽຫາຍ ເຖິງ 1 ໃນ 3 ຂອງເນື້ອທີ່ການກະເສດທັງໝົດ ທີ່ມີປະມານ 15 ພັນປາຍ ເຮັກຕາຣ໌.