ລາວ ຍຸຕິ ຄົ້ນຫາ ຜູ້ຫາຍສາບສູນ ທີ່ສນາມໄຊ

ຈຳປາທອງ
2018.10.05
F-rescue ໜ່ວຍຊອກຫາກູ້ພັຍ ອອກປະຕິບັດ ໜ້າທີ່ ຕາມປົກກະຕິ ຫຼັງຈາກນໍ້າລົດລົງ
RFA/PN

ກອງປະຊຸມ ຄນະກຳມະການ ສະເພາະກິຈ ແກ້ໄຂພັຍພິບັດ ລະດັບຊາດ ຄັ້ງທີ 6 ໄດ້ຈັດຂຶ້ນ ທີ່ນະຄອນຫລວງວຽງຈັນ ໃນມື້ວັນທີ 4 ຕຸລາ ກ່ຽວກັບການສລຸບ ຕີຣາຄາຄືນ ສະພາບການແກ້ໄຂ ພັຍພິບັດ ທີ່ເກີດຂຶ້ນໃນທົ່ວປະເທສ, ເວົ້າສະເພາະ ຄວາມເສັຽຫາຍອັນໜັກໜ່ວງ ຢູ່ເມືອງສນາມໄຊ ແຂວງອັດຕະປື ຍ້ອນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກນັ້ນ, ໃນກອງປະຊຸມ ເວົ້າວ່າ ເບື້ອງຕົ້ນ ມີປະຊາຊົນ 131 ຄົນຫາຍສາບສູນ.

ແຕ່ຜ່ານການເກັບສະຖິຕິຄືນໃໝ່ ເຫັນວ່າ ມີ 66 ຄົນ ໄດ້ກັບຄືນມາ, ເຮັດໃຫ້ຍັງມີຜູ້ຫາຍສາບສູນ ຢ່າງເປັນທາງການ 65 ຄົນ, ໃນນັ້ນ ຄົ້ນພົບສົບແລ້ວ 34 ສົບ. ໝາຍຄວາມວ່າ ຍັງມີຜູ້ຫາຍສາບສູນ ໃນປັດຈຸບັນນີ້ 31 ຄົນ ໃນຂນະທີ່ ທ່ານ ບຸນໂຮມ ພົມມະສານ, ເຈົ້າເມືອງ ເມືອງສນາມໄຊ, ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ເມື່ອສັ​ປ​ດາ ທີ່ແລ້ວວ່າ:

"ຫລ້າສຸດນີ້ ແຕ່ວ່າ ຈໍານວນຜູ້ສູນຫາຍ ທັງໝົດຫັ້ນ 66 ແລ້ວ ພວກເຮົາ ໄດ້ກອບກູ້ ມາແຕ່ ພາກສນາມໄດ້ 34 ສົບນໍ໊ ແຕ່ວ່າ ຍັງປັດຈຸບັນນີ້ ຍັງ 32 ບໍ່ທັນເຫັນ."

ນອກຈາກນັ້ນ, ຍັງມີຜູ້ເສັຽຊີວິດຢູ່ໂຮງໝໍອີກ 6 ຄົນ. ມາເຖິງປັດຈຸບັນ ທາງການລາວ ປະກາດວ່າ ມີຜູ້ເສັຍຊີວິດທັງໝົດ 40 ຄົນ ໃນນັ້ນເປັນຍິງ 19 ຄົນ. ພ້ອມກັນນັ້ນ ກອງປະຊຸມຄັ້ງນີ້ ຍັງໄດ້ເວົ້າເຖິງ ການຍຸຕິການຊອກຄົ້ນຫາຄົນ ຫາຍສາບສູນ ທີ່ທາງການລາວ ປະກາດວ່າ ຍັງມີຜູ້ຫາຍສາບສູນ ຢ່າງເປັນທາງ ຢູ່ອີກ 31 ຄົນ, ດັ່ງທີ່ທ່ານ ບຸນໂຮມ ພົມມະສານ ກ່າວວ່າ:

"ການຄົ້ນຫາ ຢ່າງເປັນທີມງານ ເປັນໜ້າກະດານ ໄປຊອກຄົ້ນຫາ ແຕ່ວ່າ ໄດ້ແລ້ວ, ແຕ່ວ່າ ດຽວນີ້ ກໍຍັງມີທີມງານ ຊອກຄົ້ນ ປະຈໍາຢູ່ ຈັ່ງວ່າ ຈະໄປຊອກຄົ້ນ ຕາມເປົ້າໝາຍ ທີ່ເຄືອຍາດ ຜູ້ເສັຽຊີວິດຜູ້ສູນຫາຍ (ຜູ້ຫາຍ​ສາ​ບ​ສູນ) ຫັ້ນ ອັນນັ້ນ ສົງສັຍວ່າ ເອີສົງໃສ ຢູ່ຈຸດນັ້ນຈຸດນີ້ແລ້ວ."

ຂນະທີ່ຈໍານວນ ຜູ້ຫາຍສາບສູນ ທີ່ບໍ່ເປັນທາງການນັ້ນ ທາງການລາວ ຍັງບໍ່ເວົ້າເຖິງວ່າ ອາຈຍັງມີຫຼາຍໜ້ອຍເທົ່າໃດ ໃນຂນະທີ່ ຜົລເສັຽຫາຍ ທີ່ເກີດຈາກເຂື່ອນ ເຊປຽນ-ເຊນໍ້ານ້ອຍແຕກ ເມື່ອວັນທີ 23 ກໍຣະກະດາ ທີ່ຜ່ານມານັ້ນ ແມ່ນໃຫຍ່ຫຼວງທີ່ສຸດ ແບບບໍ່ເຄີຍ ມີມາກ່ອນ ໃນປວັດສາດ ຂອງລາວ, ຊາວສນາມໄຊ 13,000 ປາຍຄົນ ໄດ້ຮັບຜົລກະທົບໜັກໜ່ວງ; ປະຊາຊົນເສັຽຊີວິດ ແລະ ຫາຍສາບສູນ 1,000 ປາຍຄົນ; ບ້ານເຮືອນ, ສັດລ້ຽງ ແລະຜົລປູກ ເສັຽຫາຍຫຼາຍ ຈົນມາເຖິງ ປັດຈຸບັນ ກໍຍັງບໍ່ທັນຮູ້ ໄດ້ວ່າເປັນມູນຄ່າເທົ່າໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.