ເຈົ້າ​ແຂວງ ຣາຍງານ ຜົ​ລກະທົບ ເຂື່ອນແຕກ

ໄຊຍາ
2019.07.29
ເຮືອນຊານບ້ານຊ່ອງ ຂອງປະຊາຊົນ ເສັຽຫາຍຈາກ ເຂື່ອນແຕກ
RFA/PN

ໃນໂອກາດ ຄົບຮອບ 1 ປີ ຂອງເຂື່ອນ ເຊປຽນ-ເຊນ້ຳນ້ອຍແຕກ ທີ່​ເກີດ​ຂຶ້ນ ເມື່ອວັນທີ 23 ກໍຣະກະດາ 2018 ຜ່ານ​ມາ, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງ ແຂວງອັດຕະປື ຣາຍງານ ກ່ຽວກັບ ຜົລກະທົບ ຕໍ່ຊາວເມືອງສນາມໄຊ 10 ປາຍພັນຄົນນັ້ນວ່າ ປະຊາຊົນ 14,000 ປາຍຄົນ ໄດ້ຮັບ ຜົລກະທົບ, ມີຜູ້ເສັຽຊີວິດ ແລະ ຫາຍສາບສູນໄປ 71 ຄົນ:

"ໄດ້ພັດເອົາ ເຮືອນຊານບ້ານຊ່ອງ, ຊັບສິນ, ລູກຫລານ, ຍາດພີ່ນ້ອງ ແລະ ພໍ່ແມ່ປະຊາຊົນເສັຽຫາຍ ຈຳນວນ 19 ບ້ານ, ມີ 3,540 ຄອບຄົວ ແລະ ພົລເມືອງ 14,440 ຄົນໄດ້ຮັງຜົນກະທົບ, ໃນນີ້ ລວມມູນຄ່າເສັຽຫາຍ ໃນເບື້ອງຕົ້ນປະມານ 119,416,092,658 ກີບ, ມີຜູ້ສູນຫາຍ [ຫາຍ​ສາບ​ສູນ] ແລະ ເສັຽຊີວິດ ທັງໝົດ 71 ຄົນ.”

ທ່ານກ່າວ ຕື່ມອີກວ່າ ໃນຈຳນວນ 19 ບ້ານ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນ ເຊປຽນ-ເຊນ້ຳນ້ອຍແຕກ ນັ້ນ 6 ບ້ານ ແລະ 1 ຄຸ້ມ ໄດ້ຮັບ ຜົລກະທົບທັງໝົດ. ສ່ວນອີກ 13 ບ້ານ ໄດ້ຮັບຜົລກະທົບເບົາ. ເວົ້າເຖິງ ການແກ້ໄຂ ແລະ ຟື້ນຟູ ຊີວິດການເປັນຢູ່ ຂອງປະຊາຊົນ ທີ່ໄດ້ ຮັບຜົລກະທົບ ໜັກໜ່ວງ ຈາກເຂື່ອນແຕກນັ້ນ ທ່ານກໍເວົ້າວ່າ ໃຫ້ການຊ່ອຍເຫຼືອ ຫຼາຍຢ່າງ ທີ່ຈຳເປັນ ຮວມທັງ ບ່ອນຢູ່ຊົ່ວຄາວ ແລະ ເຂົ້າກິນ ຢ່າງທົ່ວເຖິງ:

"ເຂົ້າກິນ ເງິນໃຊ້ ສິ່ງທີ່ຈຳເປັນ ແລະ ເບິ່ງແຍງ ດູແລ ປະຊາຊົນ ໄດ້ຢ່າງທົ່ວເຖິງ ແລະປົກກະຕິ.”

ອັນເປັນຄຳເຫັນ ທີ່ບໍ່ຄືກັນກັບເວົ້າ ຂອງຊາວເມືອງສນາມໄຊ ຜູ້ໄດ້ຮັບຜົລກະທົບ ທີ່ອາໃສ ຢູ່ເຮືອນເຫລັກ ທີ່ຮ້ອນອົບເອົ້າ, ມີກິ່ນເໝັນ ແລະ ຫາຍໃຈຍາກ ເຮັດໃຫ້ທໍຣະມານ ທາງດ້ານຮ່າງກາຍ ແລະ ຈິດໃຈ ແຕ່ກໍບໍ່ມີທາງເລືອກອື່ນ ທີ່ຈະຊ່ອຍໃຫ້ຊີວິດ ການເປັນຢູ່ ຂອງຕົນ ແລະ ຄອບຄົວ ດີຂຶ້ນ. ເມື່ອເວົ້າເຖິງ ເຣື່ອງເງິນ ແລະ ເຂົ້າກິນ ທີ່ທາງການຊ່ອຍເຫຼືອ ທ່ານໃຫ້ສັມພາດ ວິທຍຸ ເອເຊັຽ ເສຣີ ນີ້ວ່າ ເງິນ ເພິ່ນບໍ່ໄດ້ໃຫ້ ຊູ່ເດືອນ ແລະ ເຂົ້າ ກໍໃຫ້ເຂົ້າຈ້າວ ທີ່ກິນບໍ່ໄດ້:

"ຈັກສິເຮັດ ແນວໃດ ແລະ ມາຄຶດເບິ່ງ ແຕ່ເງິນເດືອນເດືອນລະແສນກັນວ່າ 500 ກີບ ເພິ່ນຍັງບໍ່ໃຫ້ຄູ່ເດືອນ. ເຂົ້າເພິ່ນໃຫ້ ກະມັນກິນບໍ່ໄດ້ ເຂົ້ານີ້ ງາມຢູ່ຂາວຢູ່ ແຕ່ວ່າກິນແລ້ວມັນຈາງ ແລະ ມັນແຂງມັນບໍ່ໄດ້ລ່າ ບໍ່ໄດ້ແຄນກັນ ມັນແຂງ ມັນກິນບໍ່ໄດ້ ແມ່ກະຍັງຂາຍ ໄປຊື້ເຂົ້າໜຽວກິນ ຊື້ເຂົ້າ ໂຕເຮົາກິນໄດ້.”

ນັ້ນຄື ຊີວິດການເປັນຢູ່ຕົວຈິງ ໃນປັດຈຸບັນ ຂອງຊາວເມືອງສນາມໄຊ ທີ່ໄດ້ຮັບຜົລກະທົບ ໜັກໜ່ວງ ຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກໃສ່ ເມື່ອວັນທີ 23 ກໍຣະກະດາ ປີກາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.