ຮ.ຮ. ປະຖົມ ສນາມໄຊ ຍັງບໍ່ທັນເປີດສອນ

ໂຮງຮຽນປະຖົມສົມບູນ ບ້ານມິດສໍາພັນ ເມືອງສນາມໄຊ ແຂວງອັດຕະປື.
ໂຮງຮຽນປະຖົມສົມບູນ ບ້ານມິດສໍາພັນ ເມືອງສນາມໄຊ ແຂວງອັດຕະປື. ( RFA/PN )

0:00 / 0:00

ຜ່ານມານຶ່ງເດືອນ ໂຮງຮຽນປະຖົມສົມບູນ ແລະ ມັທຍົມຕົ້ນ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື ຍັງບໍ່ ທັນມີກຳນົດ ເປີດການຮຽນ ການສອນ ຢ່າງເປັນທາງການ, ດັ່ງເຈົ້າໜ້າທີ່ ຜແນກສຶກສາທິການ ແລະ ກິລາ ແຂວງອັດຕະປື ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ນີ້ວ່າ:

“ເອີ ຍັງບໍ່ທັນມີໃຜສອນ ອັນຢູ່ປະຖົມ ເຂົາກໍເລີກແນ່ແລ້ວເດ ເມືອໝົດແລ້ວ ຢູ່ມັດທະຍົມ ກໍເລີກເມືອແລ້ວ ມັທຍົມຫັ້ນ ເຂົາຮຽນ ແຕ່ ມ. 4 ກັບ ມ. 7 ເດີ້ ຍັງແຕ່ ມ. 1, ມ. 2 , ມ. 3 ບໍ່ທັນໄດ້ຮຽນ ຂະເຈົ້າຍ້າຍ ບໍ່ທັນໄດ້ອອກ ເພາະວ່າ ເດັກໆ ແລະ ຄອບຄົວເຂົາ ຍັງຫລາຍຢູ່ ຂະເຈົ້າ ພະຍາຍາມ ເອົາປະຊາຊົນ ອອກຈາກໂຮງຮຽນ ເພາະເຂົາສິສອນນຳເດ້ເນາະ.”

ທ່ານກ່າວຕື່ມວ່າ ປັດຈຸບັນ ສາມາດເປີດການຮຽນການສອນ ໄດ້ແຕ່ຣະດັບມັທຍົມປາຍ ຄື ຣະດັບ ມ. 4 ຫາ ມ. 7 ຢູ່ໂຮງຮຽນ ມ.ສ. ເມືອງສນາມໄຊ ສ່ວນຣະດັບ ຊັ້ນປະຖົມ ຈຳນວນທັງໝົດ 577 ຄົນ, ຣະດັບຊັ້ນ ມໍຕົ້ນ ມີນັກຮຽນ ປະມານ 150 ຄົນ ຍັງບໍ່ທັນເປີດການຮຽນ ການສອນ ເປັນປົກກະຕິ.

ສາເຫດ ທີ່ຍັງເລື່ອນ ການເປີດສົກຮຽນອອກໄປ ຍ້ອນວ່າ ຄວາມພ້ອມ ຂອງໂຮງຮຽນ ຍັງບໍ່ສະດວກ ເປັນຕົ້ນ ໂຮງຮຽນປະຖົມສົມບູນ ບ້ານມິດສຳພັນ ເພາະໂຮງຮຽນ ຍັງເປັນສູນພັກຊົ່ວຄາວ ໃຫ້ປະຊາຊົນ ທີ່ຖືກຜົລກະທົບ ຈາກເຂື່ອນແຕກ ພັກເຊົາຢູ່. ເຖິງຢ່າງໃດກໍຕາມ, ທາງເມືອງສນາມໄຊ ກໍໄດ້ເລັ່ງສ້າງເຮືອນພັກຊົ່ວຄາວ ຈຸດທີ 2 ຢູ່ບໍ່ໄກ ຈາກເມືອງສນາມໄຊ ໃຫ້ແລ້ວ ໃນໄວໆນີ້ ເພື່ອຈະຍ້າຍປະຊາຊົນ ທີ່ເຊົາຢູ່ ໂຮງຮຽນປະຖົມສົມບູນ ບ້ານມິດສຳພັນອອກ ເພື່ອຈະເປີດ ການຮຽນການສອນຕໍ່ໄປ.

ເຈົ້າໜ້າທີ່ ກົມການສຶກສາຂັ້ນສູງ ກະຊວງສຶກສາທິການ ແລະ ກິລາ ກ່າວຕໍ່ ວິທະຍຸ ເອເຊັຽ ເສຣີວ່າ: ປັດຈຸບັນ ໂຮງຮຽນ ໃນຣະດັບຊັ້ນປະຖົມ ແລະ ມັທຍົມທົ່ວປະເທດ ໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມ ໂດຍສະເພາະ ຢູ່ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ໄດ້ເປີດການຮຽນ ການສອນ ຄົບທຸກແຫ່ງແລ້ວ:

“ສຳລັບມັທຍົມນີ້ວ່າ ປະຖົມເນາະ ເປີດໝົດແລ້ວ ແມ່ນແຫລະ ເຂົ້າເປັນ ປົກກະຕິແລ້ວ ກະກຽມໄປໝົດແລ້ວ ນໍ້າກະບົກແລ້ວ.”

ໂຮງຮຽນຫຼາຍແຫ່ງ ທີ່ຖືກນໍ້າຖ້ວມ ແລະ ໃນບາງແຫ່ງ ມີໂຕະຕັ່ງເປ່ເພ ຈາກນໍ້າຖ້ວມ ອຸປກອນ ການຮຽນການສອນ ປື້ມຮຽນ ຍັງຂາດເຂີນ ແລະ ກໍຍັງ ໄປ-ມາ ລຳບາກຫຼາຍ ຍ້ອນສະພາບເສັ້ນທາງ ຍັງເປັນຂີ້ຕົມ.