ເຂື່ອນນໍ້າເທີນ 2 ຢຸດປັ່ນໄຟຟ້າຊົ່ວຄາວ
2013.08.05

ເຂື່ອນນໍ້າເທີນ2 ຢຸດ ຜລິດໄຟຟ້າ ຊົ່ວຣະຍະ ຍ້ອນຣະດັບ ນໍ້າ ເຊບັ້ງໄຟ ສູງໃກ້ ຂີດ ອັນຕະລາຍ.
ເຂື່ອນໄຟຟ້າ ນໍ້າເທີນ 2 ຢຸດຜລິດ ກະແສໄຟຟ້າ ເປັນຣະຍະ ບໍ່ປ່ອຍນໍ້າ ຍ້ອນຝົນຕົກ ຕິດຕໍ່ກັນ ຫລາຍວັນ ຈົນເຮັດໃຫ້ ຣະດັບນໍ້າ ໃນເຊບັ້ງໄຟ ສູງຂຶ້ນ ຮອດຂັ້ນ ຣະວັງພັຍ ນໍ້າຖ້ວມ. ດັ່ງເຈົ້າໜ້າທີ່ ກະຊວງ ພລັງງານ ແລະ ບໍ່ແຮ່ເວົ້າວ່າ:
"ປິດຕອນເຊົ້າ ຂອງວັນທີ 31 ເນາະ ແລ້ວຕອນແລງ ໜ້ອຍນຶ່ງ ກໍເປີດຄືນ ແລ້ວ ຍ້ອນວ່າ ຣະດັບນໍ້າ ໃນເຊບັ້ງໄຟ ຂຶ້ນຮອດໃກ້ ນໍ້າຖ້ວມ ໃນເຂດ ມະຫາໄຊ ຕ້ອງໄດ້ຢຸດ ການປ່ອຍນໍ້າ".
ທ່ານວ່າ ເມື່ອວັນທີ 30 ກໍຣະກະດາ ໄດ້ປິດເຄື່ອງ ປັ່ນໄຟເຄ່ືອງທີ 1, 2, 3 ແລະ ປິດເຄື່ອງທີ 4 ໃນວັນທີ 31 ກໍຣະກະດາ ໂດຍປະຕິບັດ ຕາມການຕົກລົງ ຣະຫວ່າງ ເຈົ້າຂອງໂຄງການ ເຂື່ອນນໍ້າເທີນ 2 ແລະ ຣັຖບາລລາວ ເພື່ອບໍ່ໃຫ້ ເກີດນໍ້າຖ້ວມ. ເມື່ອວັນທີ 28 ກໍຣະກະດາ ນໍ້າຢູ່ເມືອງ ມະຫາໄຊ ສູງຂຶ້ນເຖິງ 13.18 ແມັດ ແລະ 2 ມື້ຕໍ່ມາ ສູງຂຶ້ນອີກ ເປັນ 14.41 ແມັດ.
ເມື່ອປີ 2011 ແຂວງຄໍາມ່ວນ ເຄີຍໄດ້ຮັບ ຜົນກະທົບ ຈາກນໍ້າຖ້ວມ ໜັກມາແລ້ວ ໂດຍ ນັກວິຊາການ ແລະ ນັກສິ່ງແວດລ້ອມ ສ່ວນໃຫຍ່ ເຊື່ອວ່າ ສາເຫດ ຂອງນໍ້າຖ້ວມນັ້ນ ສ່ວນນຶ່ງ ມາຈາກ ການປ່ອຍນໍ້າ ຈາກ ເຂື່ອນນໍ້າເທີນ 2 ເຮັດໃຫ້ ນໍ້າເຊບັ້ງໄຟ ສູງຂຶ້ນເຖິງ 21.29 ແມັດ ຂະນະທີ່ ຣະດັບເຕືອນພັຍ ຢູ່ ທີ່ 18.5 ແມັດ ເທົ່ານັ້ນ.