ເປັນຫ່ວງ ອະນາຄົດແມ່ນ້ຳຂອງ: ວິຊາການ
2019.11.06

ໃນກອງປະຊຸມ ປຶກສາຫາລື ແລະ ໃຫ້ຂໍ້ມູນ ລະດັບຂົງເຂດ ກ່ຽວກັບ ສະຖານະພາບ ແມ່ນ້ຳຂອງ, ສິ່ງແວດລ້ອມ ສັງຄັມ-ເສຖກິຈ ແລະ ການຮ່ວມມື ແຕ່ວັນທີ 5-6 ພືສຈິກາ 2019 ຢູ່ ນະຄອນຫລວງວຽງຈັນ, ນັກວິຊາການ ແລະ ເຈົ້າໜ້າທີ່ ຈາກຄນະກັມມາທິການ ແມ່ນ້ຳຂອງ ສາກົນ ຫຼື (MRC) ໄດ້ສະແດງຄວາມກັງວົນ ກ່ຽວກັບ ການປ່ຽນແປງ ຢູ່ໃນແມ່ນ້ຳຂອງ ຍ້ອນຜົລກະທົບ ຈາກດິນຟ້າອາກາດ ແລະ ການສ້າງເຂື່ອນ.
ດຣ. ໄຊຍຸດ ສຸກສີ ນັກວິຊາການ ແລະ ອະດີດອາຈານ ດ້ານພະລັງງານນ້ຳ ຈາກຈຸລາລົງກອນ ມະຫາວິທະຍາລັຍ ໄດ້ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 5 ພືສຈິກາ ວ່າ:
"ຕ້ອງເອົາຂໍ້ມູນ ແລະ ຂໍ້ເທັດຈິງ ມາວາງ ແລ້ວກໍໃຫ້ຮູ້ວ່າ ໃຜເປັນຄົນເຮັດ ໃນອະນາຄົດ ສົມມຸດແບບນີ້ ຖ້າແບບນີ້ [ເຂື່ອນ] ໄຊຍະບູຣີ ບໍ່ເຮັດໃຫ້ດີຂຶ້ນ [ເຂື່ອນ] ຫລວງພຣະບາງ ສເນີເຂົ້າມາ ກໍຈະມີ ຄົນຕໍ່ຕ້ານ ຜົລກະທົບ ກໍຈະເກີດຂຶ້ນກັບ ໂຄງການອື່ນ ເຣື່ອງອື່ນໆ."
ຍານາງ Nguyen Hong Phoung ເຈົ້າໜ້າທີ່ ຄນະກັມມາທິການ ແມ່ນ້ຳຂອງສາກົນ ຈາກວຽດນາມ ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ:
"ໃນຄວາມເປັນຈິງແລ້ວ ມີການສຶກສາ ຫຼາຍອັນ ໄດ້ເວົ້າເຖິງບັນຫາ ຜົລກະທົບ ກ່ຽວກັບສິ່ງແວດລ້ອມ ໃນແມ່ນ້ຳຂອງ ຢ່າງໃດກໍຕາມ ຄວນຈະເຮັດໃຫ້ເກີດຜົນ ຢ່າງຊັດເຈນ ໂດຍສະເພາະ ໂຄງການເຂື່ອນໄຟຟ້າ."
ໃນຂະນະທີ່ ເຈົ້າໜ້າທີ່ ຝ່າຍລາວ ກໍສະແດງ ຄວາມເປັນຫ່ວງວ່າ ຈະມີການປ່ຽນແປງ ຢູ່ໃນແມ່ນ້ຳຂອງ ບໍ່ວ່າຈະເປັນ ເຣື່ອງດິນຟ້າອາກາດ ມີການປ່ຽນແປງ ແລະ ການພັທນາດ້ານ ອື່ນໆ. ດຣ.ອະນຸລັກ ກິດຕິຄຸນ, ເຈົ້າໜ້າທີ່ ຂັ້ນສູງ ຂອງຄນະກັມມາທິການ ແມ່ນ້ຳຂອງສາກົນ ຈາກປະເທດລາວ ໄດ້ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 5 ພືສຈິກາ ວ່າ:
"ດຽວນີ້ ແມ່ນ້ຳຂອງ ມັນອາຈບໍ່ເປັນ Wet and Dry Seasons ແລ້ວ, ແລ້ວມັນຈະເປັນ ຍ້ອນວ່າ ມີການ Climate Change ການປ່ຽນແປງ ດິນຟ້າອາກາດ ແລ້ວມີການ Infrastructure Development ມັນກະຊິເຮັດ ໃຫ້ລະດູຝົນ ລະດູແລ້ງ ປັ່ນປ່ວນ ໜ້ອຍນຶ່ງ ສະນັ້ນ ຖ້າມີການແປງປັນ ຂໍ້ມູນໝົດປີ ມັນຈະເປັນການດີ ສຳລັບ ປະເທດລຸ່ມ."
ແຕ່ນັກວິຊາການ ອິສຣະຫຼາຍຄົນ ໃຫ້ຄຳເຫັນວ່າ ແມ່ນ້ຳຂອງ ມີການບົກແຫ້ງ ແບບຜິດປົກກະຕິນັ້ນ ສາເຫດນຶ່ງ ເປັນຍ້ອນການສ້າງເຂື່ອນ ຢູ່ຕອນເທິງແມ່ນ້ຳຂອງ ບໍ່ວ່າ ຈະເປັນເຂື່ອນ ຢູ່ປະເທດຈີນ, ເຂື່ອນໄຊຍະບູຣີ ທີ່ເຣື່ມຜລິດ ກະແສໄຟ້ຟ້າ.
ນອກຈາກນີ້ ຍັງມີໂຄງການເຂື່ອນ ຫຼວງພຣະບາງ ທີ່ກຳຈະສເນີຜ່ານ ຂະບວນການປຶກ ສາຫາລື ກ່ອນລ່ວງນີ້ ຊຶ່ງມີກຳນົດການຈະເວົ້າກັນ ຢູ່ໃນກອງປະຊຸມ ຄັ້ງນີ້ ໃນວັນທີ 6 ພືສຈິກາ ນີ້.