ບໍຣິສັດເມກາເຟິສຖືກທັກທ້ວງ
2014.11.10

ກຸ່ມ ປົກປ້ອງ ສີ່ງແວດລ້ອມ ແລະ ອົງການ ຈັດຕັ້ງ ທາງ ສັງຄົມ ຕາມລຳ ແມ່ນ້ຳຂອງ ໄດ້ເພີ້ມ ມາຕການ ຕໍ່ ບໍຣິສັດ ສ້າງ ເຂື່ອນ ມາເລເຊັຽ ດ້ວຍການ ສົ່ງ ຄໍາຮ້ອງທຸກ ໄປຍັງ ອົງການ ສິດທິມະ ນຸດ ມາເລເຊັຽ ກ່ຽວກັບ ການ ສ້າງເຂື່ອນ ດອນສະໂຮງ ໃນລາວ. ກຸ່ມ ດັ່ງກ່າວ ຕ້ອງການ ຄວາມ ໂປ່ງໄສ ໃນການ ສ້າງເຂື່ອນ ໃສ່ ແມ່ນ້ຳຂອງ ຂອງລາວ.
ເຄື່ອຂ່າຍ ປົກປ້ອງ ສີ່ງ ແວດລ້ອມ ແລະ ອົງການ ຈັດຕັ້ງ ທາງ ສັງຄົມ ແມ່ນ ອົງການ ທີ່ ບໍ່ຂື້ນກັບ ຣັຖບານ ຈາກ ປະເທດ ກຳພູ ຊາ ໄທ ແລະ ສະຫະຣັດ ໄດ້ຍື່ນ ເອກສານ ຮ້ອງທຸກ ໄປຫາ ຄນະ ກັມມະການ ສິດທິ ມະນຸດ ມາເລເຊັຽ ໃຫ້ ສືບສວນ ໂຄງ ການ ສ້າງ ເຂື່ອນ ດອນສະໂຮງ ຂອງ ບໍຣິສັດ Mega First ມາເລ ເຊັຽ ໃນລາວ ທີ່ຈະ ສົ່ງ ຜົລກະທົບ ຕໍ່ ວິຖີຊີວິດ ແລະ ແຫຼ່ງ ອາຫານ ຂອງ ປະຊາຊົນ ທ້ອງຖິ່ນ ທີ່ ອາສັຍ ແມ່ນ້ຳຂອງ ໃນການລ້ຽງ ຊີພ.
ຄໍາຮ້ອງທຸກ ຕໍ່ ບໍຣິສັດ ເມກາເຟິສ ໄປຍັງ ອົງການ ສິດທິ ມະນຸດ ມາເລເຊັຽ ເທື່ອນີ້ ເປັນ ເທື່ອທຳອີດ ຂອງ ກຸ່ມ ຈັດຕັ້ງ ທາງ ສັງຄົມ ໃນ ໂຄງການ ສ້າງເຂື່ອນ ໃສ່ ແມ່ນ້ຳຂອງ ໃນລາວ ທີ່ ໄຫລຜ່ານ ຫລາຍ ປະເທດ ໃນ ຂົງເຂດ ດັ່ງ ໄທ ກຳພຸຊາ ພະມ້າ ລາວ ແລະ ວຽດນາມ.
ໂຄງການ ເຂື່ອນ ດອນສະໂຮງ ເປັນ ໂຄງການ ສ້າງ ເຂື່ອນ ຕັດ ຮູສະໂຮງ ບໍ່ແມ່ນ ຕັນ ຫມົດ ນ້ຳຂອງ ດັ່ງນັ້ນ ທາງການ ລາວ ຈຶ່ງ ເວົ້າວ່າ ຈະ ບໍ່ສົ່ງ ຜົລກະທົບ ຕໍ່ ປະເທດ ລຸ່ມ ນ້ຳຂອງ ພໍເທົ່າໃດ.