ຂົວອູ່ຂ້າມນໍ້າແຊງຂາດ

ມະນີຈັນ
2016.10.02
f-ou-bridge ສະພາບຂອງຂົວອູ່ ຂ້າມນໍ້າແຊງ ເມືອງວຽງຄຳ ແຂວງຫຼວງພຣະບາງ
RFA/NY

ສາຍກ້າບ ເໜັ່ງ ຂົວອູ່ ຂ້າມນໍ້າແຊງ ຂ້າງນຶ່ງຂາດ ເຮັດໃຫ້ ຂົວງ່ຽງ, ມີພວກ ນັກຮຽນ ຕົກລົງນໍ້າ 57 ຄົນ ເສັຽຊີວິດ 2 ຄົນ ແລະ ບາດເຈັບອີກ 55 ຄົນ.

ມາເຖິງ ປັດຈຸບັນ ເຈົ້າໜ້າທີ່ ກໍຍັງບໍ່ຮູ້ ເຖິງສາເຫດ ໄດ້ຄັກແນ່ວ່າ ສາຍກ້າບ ສໍາລັບເໜັ່ງຈ່ອງ ຂົວ ນັ້ນຂາດໄດ້ ຢ່າງໃດ, ແຕ່ ປະຊາຊົນ ກໍໄດ້ຕິຕຽນ ໄປແລ້ວວ່າ ອາດເປັນຍ້ອນ ການກໍ່ສ້າງ ບໍ່ໄດ້ ມາຕຖານ ແລະ ບໍ່ມີການ ກວດສອບ ເປັນປົກກະຕິ. ເຈົ້າໜ້າທີ່ ເມືອງວຽງຄໍາ ກ່າວຕອນນຶ່ງ ວ່າ:

"ໂອ້ສ້ອມແປງ ປີກາຍ ສ້ອມແປງ ຊ່ວງ ຄໍ້າປະກັນ ມາປີນີ້ ກໍບໍ່ໄດ້ ສ້ອມ ມີແຕ່ວ່າ ສ້ອມໜ້າຂົວ ເອົາໄມ້ ມາເສີມທີ່ ມັນໂດກນະ ແຕ່ ກ້າບ ເຮົາກໍບໍ່ໄດ້ ເຮັດ ເພາະຈຸດມັນ ຂາດນັ້ນ ມັນຢູ່ໃນດິນ ພຸ້ນນະ ເຮົາທຽວໄປ ທຽວມາ ບໍ່ສາມາດ ເຫັນຜິດ ປົກກະຕິ ໄດ້, ປີກາຍເຮົາ ກໍກວດແລ້ວ ເອົານໍ້າມັນໃສ່ ເອົາຫຍັງໃສ່ ແລ້ວ ແຕ່ວ່າມັນ ຜ່ານ ຣະດູຝົນ ມານີ້ ມັນຂີ້ດິນ ຖົມມັນນະ ຂີ້ດິນ ໄຫລມາແຕ່ ພູຖົມ".

ໃນຈໍານວນນັກຮຽນ ທີ່ບາດເຈັບ 55 ຄົນນັ້ນ ມີຜູ້ບາດເຈັບ ສາຫັດ 27 ຄົນ ແລະ ເສັຽຊີວິດ 2 ຄົນ ເປັນຊາຍນຶ່ງ ຍິງນຶ່ງ ເປັນນັກຮຽນ ຊັ້ນ ມັທຍົມ ປີທີ 5. ທ່ານເວົ້າວ່າ ຂົວອູ່ ຂ້າມນໍ້າແຊງ ຂ້າງນຶ່ງ ຂາດ ໃນຕອນເຊົ້າ ປະມານ 7 ໂມງ 30 ນາທີ ຂອງ ວັນທີ 30 ກັນຍາ 2016.

ຂົວແຫ່ງນີ້ ສ້າງແຕ່ປີ 2012 ມູລຄ່າ 600 ລ້ານກີບ ໂດຍ ບໍຣິສັດ ອອນສີ ກໍ່ສ້າງ ຂົວທາງ. ເມື່ອປີກາຍ ກໍໄດ້ມີການ ສ້ອມແປງຄືນ ບາງສ່ວນ ແລະ ໃນປີນີ້ ຍັງບໍ່ໄດ້ມີ ການກວດກາ ເທື່ອ:

"ຂາດມື້ເຊົ້າ ນັກຮຽນເຂົາໃຫ້ ຕຽມມາ ໂຮງຮຽນ ນັກຮຽນເຂົາ ປະມານ 60 ກວ່າຄົນ ນີ້ແຫຼະ ມາແລ້ວ ວ່າການຂາດ ກາບຈອງເບື້ອງ ບ່ອນຫູເບື້ອງ ບ່ອນຫູ ເບື້ອງບ່ອນທ່ວງ ເຮັດໃຫ້ ນັກຮຽນ ຕົກລົງນໍ້າ ຈໍານວນນຶ່ງ ຈໍານວນນຶ່ງ ກໍລອຍອອກ ຈໍານວນນຶ່ງ ກໍເລີຍ ເສັຽຊີວິດ".

ຂົວອູ່ ຂ້າມນໍ້າແຊງ ເປັນຂົວ ທີ່ປະຊາຊົນ ໃຊ້ຂ້າມໄປມາ ແລະ ນັກຮຽນ ກໍໃຊ້ຂ້າມ ໄປ ໂຮງຮຽນ ທຸກມື້ ຊຶ່ງ ວັນເກີດເຫດ ທາງໂຮງຮຽນ ໄດ້ ຢຸດຮຽນ. ຕອນນີ້ ທາງເມືອງ ຍັງບໍ່ຮູ້ວ່າ ຈະສ້ອມແປງ ຂົວແຫ່ງນີ້ ຄືນອີກ ຫລືບໍ່. ເພາະຕ້ອງໄດ້ ລໍຖ້າການ ຊີ້ນໍາ ຈາກຂັ້ນເທິງ ກ່ອນ. ແຕ່ໃນ ເບື້ອງຕົ້ນ ອາດຕ້ອງໄດ້ ໃຊ້ເຮືອ ຂ້າມໄປກ່ອນຊົ່ວຄາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.