ມ.ນານຕ້ອງການຣົດດຸດດິນ ມາຊ່ອຍ

ຈໍາປາທອງ
2015.09.18
F-Tad-Hien ສະພາບ ຂອງ ເມືອງນານ ພາຍຫຼັງ ຕາດ ຫ່ຽນ ແຕກ
RFA/NY

ຫ້ອງການ ເມືອງນານ ແຂວງ ຫຼວງພຣະບາງ ຂໍຣົດຈົກ ຣົດດຸດ ເພີ້ມຕື່ມ ຈາກ ບໍຣິສັດ ໄຊຍະບູຣີ ພາວເວີ້, ທີ່ ເປັນຜູ້ ສ້າງ ເຂື່ອນ ໄຊຍະບູຣີ ເພື່ອ ມາຊ່ວຍ ຟື້ນຟູ ສິ່ງ ເສັຽຫາຍ ທີ່ ເກີດຈາກ ດິນພູ ເຈື່ອນ ມາຖົມ, ເມື່ອ ວັນທີ 8 ກັນຍາ 2015, ຊຶ່ງ ຜ່ານມາ ທາງ ບໍຣິສັດ ນີ້ ກໍໄດ້ ສົ່ງ ຣົດມາ ຊ່ວຍແລ້ວ ຈຳນວນ ນຶ່ງ, ດັ່ງ ເຈົ້າໜ້າທີ່ ເມືອງ ນານ ເວົ້າວ່າ:

"ດຽວນີ້ ໄດ້ສເນີ ທາງ ບໍຣິສັດ ໄຊຍະບູຣີ ພາວເວີ້ ມາຊ່ວຍ, ໃນການ ຂົນດິນ ເສດເຫລືອ ແບບໄມ້ ສົດເຫລືອ ຢູ່ ສາຍນໍ້າ ນານ ເຮົານີ້ ເນາະ ໃນການ ເກັບກູ້ ຫັ້ນ ວ່າເພິ່ນ ມາຣົດ ດ້າມສອງຄັນ ຣົດຈົກ ເພິ່ນ ປະຈໍາ ຢູ່ນີ້ ແຕ່ມື້ພຸ້ນ ແຫລະ ມື້ວັນທີ 9 ພຸ້ນ".

ທ່ານກ່າວ ຕໍ່ໄປວ່າ ການຟື້ນຟູ ທີ່ວ່ານີ້ ເປັນໄປ ດ້ວຍຄວາມ ລຳບາກ ເນື່ອງຈາກ ວ່າຍັງມີ ກ້ອນຫີນ ໃຫຍ່ ທັບຢູ່ ຫຼາຍບ່ອນ, ເຖິງ ແມ່ນວ່າ ທະຫານ ຈະມາຊ່ວຍ ກວ່າ 400 ຄົນ ກໍດີ. ສຳລັບ ຕົ້ນໄມ້ ຫຼາຍຕົ້ນ ທີ່ ລົ້ມນັ້ນ ກໍມີ ເຈົ້າຂອງ ໂຮງເລື່ອຍ ຫຼາຍຄົນ ມາຂໍຊື້ ນຳ ທາງເມືອງ ແລ້ວ.

ທ່ານ ວ່າ ສຳລັບ ການ ຊົດເຊີຍ ເງິນ ໃຫ້ ຄອບຄົວ ຜູ້ເສັຽຊີວິດ 4 ຄົນ ນັ້ນ ທາງການ ໄດ້ມອບໃຫ້ ຄອບຄົວລະ 1 ລ້ານ 5 ແສນ ກີບ, ແລະ ສຳລັບ ຄອບຄົວ ທີ່ ເຮືອນ ເພພັງ ແມ່ນໃຫ້ ຄອບຄົວ ນຶ່ງ ແຕ່ 1 ລ້ານ 5 ແສນ ກີບ ຫາ 3 ລ້ານ ກີບ.

ນອກນັ້ນ ຫຼາຍ ພາກສ່ວນ ກໍໄດ້ ຣະດົມເງິນ ແລະ ສິ່ງຂອງ ຕ່າງໆ, ເພື່ອ ຊ່ວຍເຫລືອ ຜູ້ ປະສົບພັຍ ຢ່າງ ຕໍ່ເນື່ອງ ຊຶ່ງ ໄດ້ແລ້ວ ບໍ່ຕໍ່າ ກວ່າ 120 ລ້ານກີບ.

ເຫດການ ພູເຈື່ອນ ຢູ່ ເມືອງນານ ຄັ້ງນີ້, ເຈົ້າໜ້າທີ່ ຜແນກ ອຸດສາຫະກັມ ແລະ ການຄ້າ ແຂວງ ຫຼວງພຣະບາງ ເວົ້າວ່າ ເຮັດໃຫ້ ບ້ານເຮືອນ ປະຊາຊົນ ເສັຽຫາຍ ແລະ ຖນົນ ຖືກ ຕັດຂາດ, ແຕ່ ກໍບໍ່ໄດ້ ສົ່ງ ຜົລກະທົບ ຕໍ່ ເສຖກິດ ຂອງເມືອງ ນີ້ ແຕ່ຢ່າງໃດ, ມີແຕ່ວ່າ ອາຈຕ້ອງ ໃຊ້ເວລາ ຟື້ນຟູ ຜົລກະທົບ ນັ້ນດົນ ພໍສົມຄວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.