ແຕ່ ມ.ກາສີ ຫາ ມ.ນານ ໄປບໍ່ໄດ້
2020.07.16

ປັດຈຸບັນ ຊາວແຂວງຫລວງພຣະບາງ ຫລາຍຄົນ ໄດ້ຮັບຄວາມເດືອດຮ້ອນ ຍ້ອນບໍ່ສາມາດໃຊ້ຣົດເກັງ ທໍາມະດາ ແລ່ນໄປຕາມເສັ້ນທາງ ຣະຫວ່າງ ເມືອງກາສີ ແຂວງວຽງຈັນ ຫາ ເມືອງນານ ແຂວງຫລວງພຣະບາງ ໄດ້ເນື່ອງຈາກເປັນຣະດູຝົນ, ມີນໍ້າຖ້ວມ ແລະດິນເຈື່ອນຖົມ ທາງ. ເຖິງແມ່ນວ່າຈະໄດ້ມີການສ້ອມແປງ ແດ່ແລ້ວກໍຕາມ ແຕ່ກໍເປັນພຽງການ ສ້ອມແປງຊົ່ວຄາວເທົ່ານັ້ນ, ດັ່ງພະນັກງານ ຮ້ານອາຫານ ລາວ ແຫ່ງນຶ່ງຢູ່ເມືອງພູຄູນ ແຂວງວຽງຈັນ ເວົ້າຕໍ່ RFA ເປັນພາສາໄທ ເມື່ອວັນທີ 13 ກໍຣະກະດາ ນີ້ວ່າ:
“ເຂົາຍັງປິດຢູ່ ໄປຍັງບໍ່ໄດ້ ເພາະຕອນນີ້ຣະດູຝົນ ນໍ້າມັນໄຫລເຂົ້າມາຖນົນຕລອດເລີຍ ມີແຕ່ຣົດແລ່ນ 4 ກົງທີ່ສາມາດໄປໄດ້ ຣົດນ້ອຍກໍ ບໍ່ໄດ້ ຣົດບັນທຸກກໍໄປບໍ່ໄດ້ເພາະວ່ານໍ້າຫ້ວຍ ຢູ່ຂ້າງຂ້າງໃຫ້ນໍ້າໄ}ຢູ່ຜ່ານຖນົນເລີຍ ແລ້ວດິນຈາກພູເຂົາ ກໍເຂົ້າມາບົນຖນົນເລີຍ ແບບມັນ ເຊາະເອົາດິນເຂົ້າຖນົນເລີຍ.”
ທ່ານເວົ້າຕື່ມວ່າ ຕາມປົກກະຕິແລ້ວ ຖ້າຝົນບໍ່ຕົກຊາວເມືອງກໍສາມາດ ໃຊ້ຖນົນເສັ້ນນີ້ໄດ້ ແຕ່ຖ້າຝົນຕົກ ກໍຕ້ອງຫັນໄປໃຊ້ທາງເສັ້ນອື່ນແຕ່ກໍ ເຮັດໃຫ້ເສັຽ ເວລາຫລາຍ. ຕາມທໍາມະດາ ຖ້າໃຊ້ເສັ້ນທາງ ກາສີ ຫາ ເມືອງນານ ໄປຫລວງພຣະບາງ ຈະໃຊ້ເວລາປະມານ 2 ຊົ່ວໂມງ, ແຕ່ຖ້າໃຊ້ອີກເສັ້ນນຶ່ງ ຈະຕ້ອງໃຊ້ເວລາດົນເຖິງ 4-5 ຊົ່ວໂມງ.
ແລະເຈົ້າຂອງບ້ານພັກ ຢູ່ເມືອງພູຄູນ ແຂວງຫລວງພຣະບາງກໍເວົ້າວ່າ ຕົນກໍໄດ້ຮັບຜົລກະທົບ ຍ້ອນເສັ້ນທາງຈາກເມືອງກາສີ ໄປຫາເມືອງ ນານ ຍັງໃຊ້ບໍ່ໄດ້ ເພາະນໍ້າຖ້ວມ ແລະ ດິນເຈື່ອນທັບ, ຣົດຂນາດນ້ອຍບໍໍ່ສາມາດແລ່ນຜ່ານໄດ້ ດັ່ງທີ່ທ່ານກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ:
“ກາສີ ເມືອງນານ ນີ໋ຈະເຂົ້າບໍ່ໄດ້ເລີຍລະ ເຈົ້າ, ເພາະດິນເຈື່ອນ. ຖ້າເປັນຣົດຕໍ່າ ຈະບໍ່ໃຫ້ຜ່ານເທື່ອ ມີຣົດສູງ ຣົດ 4WD ຜ່ານໄດ້ຢູ່ ເຈົ້າ, ຊຶ່ງຕອນນີ້ກໍປິດຖນົນສ້ອມຢູ່ ເຈົ້າ. ເຫັນທາງການ ກໍປະກາດວ່າ ປິດຖນົນສ້ອມ ເພາະຊ່ວງໜ້າຝົນກໍຈະເປັນລະ ເຈົ້າ, ຖ້າກາຍໜ້າຝົນ ເລີຍໜ້າຝົນ ກໍຈະບໍ່ເປັນແລ້ວ.”
ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ໂຍທາທິການ ແລະຂົນສົ່ງ ທ່ານນຶ່ງກ່າວວ່າ ໃນຂນະນີ້ທາງການໄດ້ປະສານກັບບໍຣິສັດ ໃຫ້ມາສ້ອມແປງຢູ່ ແຕ່ເປັນການສ້ອມແປງ ໃນເບື້ອງຕົ້ນ ເທົ່ານັ້ນ. ແຕ່ເຖິງຢ່າງໃດກໍຕາມ ຖນົນສາຍນີ້ກໍຍັງບໍ່ຖືກປິດ, ຣົດແລ່ນ 4 ລໍ້ 4WD ພໍແລ່ນໄດ້ຢູ່ ດັ່ງທີ່ທ່ານກ່າວວ່າ:
“ຕອນນີ້ນິນະ ມີແຕ່ຣົດ 4WD ໄປໃສກໍຈະລໍາບາກ ກໍຈະມີບໍຣິສັດ ເຂົ້າມາແກ້ໄຂຊົ່ວຄາວ ສຸກເສີນກ່ອນ ເຈົ້າ, ກໍບໍ່ໄດ້ມີການປິດຣົດທີ່ມີ 4WD ໄປໄດ້ຢູ່ ແຕ່ຣົດນ້ອຍໆໄປບໍ່ໄດ້.”
ເວົ້າເຖິງອຸບັດຕິເຫດຕາມເສັ້ນທາງສາຍນີ້ ເມື່ອເດືອນສິງຫາ ປີກາຍ, ມີຣົດນັກທ່ອງທ່ຽວຕົກເຫວ ຢູ່ເສັນທາງຕັດໃໝ່ ຣະຫວ່າງກາສີ-ເມືອງ ນານ ເຮັດໃຫ້ຄົນຈີນເສັຍຊີວິດຄາທີ່ 13 ຄົນ ແລະ ບາດເຈັບອີກ 31 ຄົນ ແລະເມື່ອກ່ອນນັ້ນຄືເດືອນມິນາ ປີກາຍ ຣົດນັກທ່ອງທ່ຽວໄທ ທີ່ຈະໄປຫລວງພຣະບາງ ກໍເກີດອຸບັດຕິເຫດ ເຮັດໃຫ້ມີຜູ້ເສັຍຊີວິດ 5 ຄົນ.
ເສັ້ນທາງຣະຫວ່າງເມືອງກາສີ ແຂວງວຽງຈັນ ແລະເມືອງນານ ແຂວງຫລວງພຣະບາງ ເປັນເສັ້ນທາງຍຸທສາດ ທາງທະຫານ ມູນຄ່າການກໍ່ ສ້າງ 600 ຕື້ກີບ, ຖືກສ້າງຂຶ້ນມາໄດ້ປະມານ 5 ປີ, ຜູ້ຄົນໃຊ້ທາງເສັ້ນນີ້ຫລາຍຂຶ້ນ ຍ້ອນມັນປະຢັດເວລາ ໄດ້ປະມານ 3-4 ຊົ່ວໂມງ ຖ້າ ເດີນທາງໄປ-ມາ ຣະຫວ່າງນະຄອນຫລວງວຽງຈັນ ແລະຫລວງພຣະບາງ.