ພວກຄ້າໄມ້ເຖື່ອນ ຕັດໄມ້ໜ້າເຂື່ອນ
2013.05.31

ເຖິງແມ່ນວ່າ ຕົ້ນໄມ້ ຈະຈົມ ຢູ່ພື້ນນ້ຳ ພວກຕັດໄມ້ ກໍຈະດຳ ລົງໄປຂຸດ ໄປຕັດ ແລ້ວກໍໃຊ້ ຣົດແກ່ຂື້ນ ໄປຂາຍ ແບບທ້າທາຍ ຕໍ່ກົດໝາຍ. ຕົວຢ່າງ ຢູ່ໜ້າເຂື່ອນ ນ້ຳງື່ມ1 ຊຶ່ງຍັງມີ ຕົ້ນໄມ້ໃຫຍ່ ຢູ່ຫລາຍ ພວກຄ້າໄມ້ ລັກຕັດໄປເລື້ອຍໆ ບາງເທື່ອ ເຈົ້າໜ້າທີ່ ກໍຈັບໄດ້ ແຕ່ ບາງເທື່ອ ກໍຈັບບໍ່ໄດ້. ດັ່ງເຈົ້າໜ້າທີ່ ທ່ານນຶ່ງ ທີ່ບໍ່ປະສົງ ບອກຊື່ ເວົ້າວ່າ:
“ໄປຫາລັກແບບ ເຮັດແບບ ຜິດກົດໝາຍ ກໍມີ ເຮົາກໍພາກັນ ເຄື່ອນໄຫວ ບາງ ຄັ້ງ ກໍຈັບໄດ້ ບາງຄັ້ງ ກໍທັນ ບາງຄັ້ງ ກໍບໍ່ທັນ.”
ເຈົ້າໜ້າທີ່ ທ່ານນີ້ ເວົ້າອີກວ່າ ທັມມະດາ ແລ້ວ ຣັຖບານ ຈະໃຫ້ ອະນຸຍາດ ແກ່ ບໍຣິສັດ ເອກກະຊົນ ຕັດໄມ້ ອອກຈາກ ໜ້າເຂື່ອນ ກ່ອນນ້ຳຈະຖ້ວມ ແຕ່ຖ້າເມື່ອ ນ້ຳຖ້ວມແລ້ວ ຍັງມີ ຕົ້ນໄມ້ຢູ່ ຜູ້ຕັດ ກໍຕ້ອງໄດ້ຮັບ ອະນຸຍາດ ຈາກ ທາງການ ຢ່າງຄັກແນ່ ກ່ອນຈະຕັດໄດ້. ເຊັ່ນດຽວກັນ ເຈົ້າໜ້າທີ່ ກະຊວງ ກະສິກັມ ແລະ ປ່າໄມ້ ກໍກ່າວ ກ່ຽວກັບ ຣະບຽບ ຫລັກການນີ້ ຕື່ມວ່າ:
“ເຂດໂຄງຮ່າງ ອັນນີ້ນະ ເຂດໂຄງຮ່າງ ອັນນີ້ນະ ທາງອ່າງ ກໍຕຽມພ້ອມຢູ່ນີ່ ສເນີ ກໍໃຫ້ເມືອງນີ່ ເຂົາສເນີໄປ ຕ້ອງໄດ້ ສຳຣວດ ແລ້ວກໍໄດ້ສເນີ ເຮັດໜັງສື ຄັກແນ່ແຫລ້ວ.”
ການສ້າງເຂື່ອນ ກໍເປັນການ ສ້າງສາ ພັທນາ ແນວນຶ່ງ ທີ່ທຳຣາຍ ປ່າໄມ້ ຕົ້ນໄມ້ ແລະ ພື້ນທີ່ ດິນດອນ ຕ່ອນຫຍ້າ, ຕົວຢ່າງ ເຂື່ອນນ້ຳເທີນ2 ຖ້ວມພື້ນທີ່ ເຖິງ 450 ຕາຕະລາງ ກິໂລແມັດ. ການຕັດໄມ້ ອອກຈາກ ໜ້າເຂື່ອນ ກໍຄືກັບ ການຕັດໄມ້ ທົ່ວໆໄປ ມີການ ສໍ້ຣາສ ບັງຫລວງ ຕັດຢ່າງ ບໍ່ຖືກຕ້ອງ ຕາມຣະບຽບ ກົດເກນ.