ເຂື່ອນນໍ້າເອົ້າ ເລີ້ມປັ່ນໄຟ ຂາຍແລ້ວ
2020.01.02
ເຂື່ອນນໍ້າເອົ້າ ຢູ່ເມືອງຜາໄຊ ແຂວງຊຽງຂວາງ ຂອງ ບໍຣິສັດບໍ່ທອງ ອິນເຕີກຣຸບ ຈໍາກັດ ຜລິດກະແສໄຟຟ້າ ຂາຍໃຫ້ຣັຖວິສາຫະກິດໄຟຟ້າ ລາວ 15 ເມກາວັດ ຕາມຄວາມສາມາດ ໃນການຜລິດຂອງຕົນ ແຕ່ເດືອນທັນວາ 2019 ເປັນຕົ້ນມາ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຜແນກພະລັງງານ ແລະບໍ່ແຮ່ ແຂວງຊຽງຂວາງ ຕໍ່ RFA ໃນມື້ວັນທີ 2 ມົກກະຣາ 2020 ນີ້:
“ຂະເຈົ້າສົ່ງຂາຍໄຟຟ້າ ຜລິດໄຟຟ້າຂາຍໃຫ້ໄຟຟ້າລາວ ບໍ່ໄດ້ໃຊ້ເດ໊ ຂະເຈົ້າໃຊ້ຂະເຈົ້າສົ່ງເຂົ້າໄຟຟ້າລາວ ສາຍສົ່ງເອກພາບມະນີ ມີແຕ່ວ່າ ຂະເຈົ້າພັທນາທ້ອງຖິ່ນນະ.”
ສໍາລັບຣາຍລະອຽດ ກ່ຽວກັບສັນຍາຊື້ຂາຍໄຟຟ້າ ຣະຫວ່າງເຈົ້າຂອງເຂື່ອນນໍ້າເອົ້າ ແລະ ຣັຖວິສາຫະກິດໄຟຟ້າລາວນັ້ນ ທ່ານເວົ້າວ່າບໍ່ໄດ້ ຮັບແຈ້ງການແຕ່ຢ່າງໃດ. ແຕ່ເຖິງຢ່າງໃດ ທ່ານກໍຫວັງວ່າ ການທີ່ມີເຂື່ອນນໍ້າເອົ້າ ປະຊາຊົນເມືອງຜາໄຊ ຈະໄດ້ໃຊ້ໄຟຟ້າ ໝົດທຸກຄອບຄົວ ໃນອີກບໍ່ດົນ ຊຶ່ງປັດຈຸບັນທົ່ວທັງເມືອງ ຍັງ 38 ຄອບຄົວ ທີ່ບໍ່ທັນມີໄຟຟ້າໃຊ້.
ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບການຊື້-ຂາຍ ກະແສໄຟຟ້າ ທີ່ວ່ານັ້ນ RFA ໄດ້ຕິດຕໍ່ຖາມໄປຫາ ຣັຖວິສາຫະກິດ ໄຟຟ້າລາວ ແລະບໍຣິສັດ ບໍ່ທອງ ອິນເຕີກຣຸບ ຈໍາກັດ ແຕ່ເຈົ້າໜ້າທີ່ ກ່ຽວຂ້ອງຕອບພຽງແຕ່ວ່າ ຍັງບໍ່ສະດວກໃຫ້ສັມພາດໄດ້.
ແຕ່ເມື່ອເວົ້າເຖິງເຣຶ່ອງ ຄ່າຊົດເຊີຍຄວາມເສັຍຫາຍຂອງປະຊາຊົນ ເມືອງທ່າໂທມ ແຂວງໄຊສົມບູນ ທີ່ໄດ້ຮັບຜົນກະທົບ ຈາກເຂື່ອນນໍ້າເອົ້າ ແຕກ ເມື່ອວັນທີ 11 ກັນຍາ 2017 ນັ້ນ ທາງບໍຣິສັດບໍ່ທອງ ອິນເຕີ ກຣຸບຈໍາກັດ ຜູ້ເປັນເຈົ້າຂອງເຂື່ອນ ມາເຖິງ ປັດຈຸບັນກໍຍັງບໍ່ທັນໄດ້ ຈ່າຍ ໃຫ້ແລ້ວໝົດເທື່ອ ແລະກໍຍັງບໍ່ມີຄວາມຄືບໜ້າ ວ່າຈະໃຫ້ຄ່າຊົດເຊີຍນັ້ນແນວໃດ, ເຖິງແມ່ນວ່າເຈົ້າໜ້າທີ່ຂອງບໍຣິສັດ ຈະໄດ້ເອົາຂໍ້ມູນ ຈາກປະຊາຊົນ ໄປຄິດໄລ່ຄ່າເສັຽຫາຍ ມາດົນແລ້ວກໍຕາມ, ດັ່ງເຈົ້າໜ້າທີ່ ເມືອງທ່າໂທມ ກ່າວວ່າ:
“ເພິ່ນຄ່ອຍໆສໍາລະໄປຫັ້ນແຫລະ ເພາະວ່າມັນເປັນມູນຄ່າຫລາຍ ບາງເທື່ອ ມໍ່ໆສິຮອດກໍານົດເວລາ ເພິ່ນກະຊອກມາສໍາຣະໃຫ້ໄດ້ໝົດ ຄັນເພິ່ນບໍ່ມີເງິນ ເພິ່ນກະສິຂໍຕໍ່ ກະບໍ່ເຂົ້າໃຈຂັ້ນຕອນ ຂອງບໍຣິສັດຕ້ອງໄດ້ຊົດເຊີຍ ຕາມບົດບັນທຶກກັບຣັຖບານ.”
ປະຊາຊົນເມືອງທ່າໂທມ ທີ່ຍັງລໍຖ້າຄ່າຊົດເຊີຍ ຈາກເຈົ້າຂອງເຂື່ອນນໍ້າເອົ້າ ຢູ່ນັ້ນ ມີ 60 ຄອບຄົວ ໃນ 8 ບ້ານ ຊຶ່ງແຕ່ລະຄອບຄົວໄດ້ຮັບ ຄວາມເສັຽຫາຍ ປະມານ 60 ເປີເຊັນ ຊຶ່ງ ສ່ວນໃຫຍ່ແມ່ນເນື້ອທີ່ ປູກຝັງ ເຮືອນ ເຄື່ອງໃຊ້ ແລະ ພາຫານະຕ່າງໆ.