ການຟຶ້ນຟູພື້ນທີ່ ເສັຽຫາຍ ຈາກ ເຂື່ອນນໍ້າເອົ້າ ແຕກ
2017.12.11

ປັຈຈຸບັນ ການຟື້ນຟູເນື້ອທີ່ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ ທີ່ໄດ້ຮັບຄວາມເສັຍຫາຍ ຈາກເຫດການເຂື່ອນ ນໍ້າເອົ້າແຕກ ມີຄວາມຄືບໜ້າ ຫຼາຍພໍສົມຄວນ. ຫລ້າສຸດ ບໍຣິສັດບໍ່ທອງ ອິນເຕີກຸ໊ບ ໄດ້ຈ້າງຣົດຈົກດິນ ມາຈົກດິນແດງ ອອກຈາກນາ ຂອງ ປະຊາຊົນແລ້ວຈຳນວນ 1 ບ້ານ ຈາກຈຳນວນ ທັງໝົດ 8 ບ້ານ ພ້ອມກັບຈົກດິນ ອອກຈາກຄອງຊົລປະທານ ທີ່ເປ່ເພໜັກນັ້ນນຳອີກ, ດັ່ງເຈົ້າໜ້າທີ່ ເມືອງທ່າໂທມ ກ່າວໃນວັນທີ່ 11 ທັນວາ ນີ້ວ່າ:
”ເຮັດຈົກຄອງນໍ້າ ຊົລປະທານໃຫ້ປະຊາຊົນ ທີ່ມັນດິນຖົມຫັ້ນ ຈຳນວນນຶ່ງແລ້ວ ແລ້ວດຽວນີ້ຫັ້ນ ເຮົາຊິສືບຕໍ່ ໄປບ້ານອື່ນ ເປັນຂັ້ນຕອນໄປ ຫັ່ນນະ ອັນນັ້ນເຂົາເຈົ້າ ມີຣົດຈົກ ກະໃຫ້ຂະເຈົ້າເຮັດເອງ ຄັນຂະເຈົ້າບໍ່ມີຣົດຈົກ ເຂົາກະເອົາເງິນໃຫ້ ປະຊາຊົນຈ້າງຣົດເຮັດເອງ.”
ເຈົ້າໜ້າທີ່ກ່າວຕໍ່ໄປວ່າ, ສຳລັບແນວທາງການຊົດເຊີຍ ໃຫ້ກັບຄອບຄົວ ທີ່ຖືກຜົນກະທົບນັ້ນ ຍັງຢູ່ໃນຂັ້ນຕອນຫາລືກັນ ແຕ່ຍັງບໍ່ທັນຊີ້ແຈງ ຣາຍລະອຽດໄດ້ເທື່ອ. ຊຶ່ງທາງການ ໄດ້ແນະນຳໃຫ້ ບໍຣິສັດ ເລັ່ງເຮັດການຟື້ນຟູເນື້ອທີ່ ບ່ອນເຮັດການຜລິດ ຂອງປະຊະຊົນ ໄປກ່ອນ ເພາະມີຄວາມສຳຄັນຫຼາຍ. ເພື່ອໃຫ້ປະຊາຊົນສາມາດປູກເຂົ້າ ໄດ້ຕາມລະດູການ ທີ່ຈະມາເຖິງນີ້.
ທ່ານກ່າວອີກວ່າທຸກມື້ນີ້ ເຈົ້າໜ້າທີ່ຂອງບໍຣິສັດ ດັ່ງກ່າວກຳລັງລົງພື້ນທີ່ ແຈກຢາຍເຂົ້າສານ ແລະອາຫານ ໃຫ້ບັນດາຄອບຄົວ ທີ່ໄດ້ຮັບ ຜົນກະທົບ. ມາຮອດປັດຈຸບັນ ຄິດໄລ່ການຊ່ວຍເຫຼືອ ເປັນມູນຄ່າຫຼາຍກວ່າ 225 ລ້ານກີບ. ຊຶ່ງປະຊາຊົນ ກໍຮູ້ສຶກພໍໃຈ ທີ່ບໍຣິສັດສະແດງ ຄວາມຮັບຜິດຊອບ ແບບເຖິງທີ່ສຸດ.
ຢ່າງໃດກໍຕາມ ເນື້ອທີ່ນາຂອງປະຊາຊົນ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ ທີ່ເສັຍຫາຍ 100 ເປີເຊັນ ຈາກເຫດເຂື່ອນ ນໍ້າເອົ້າແຕກ ໃນວັນທີ 11 ກັນຍາ ຜ່ານມານັ້ນ. ມີຈຳນວນທັງໝົດ 25 ເຮັກຕ້າ ຊຶ່ງເປັນດິນນາ ຂອງປະຊາຊົນຈຳນວນ 30 ຄອບຄົວ. ນອກຈາກນັ້ນ ຍັງມີເນື້ອທີ່ນາ ຂອງປະຊາຊົນ ອີກ 60 ຄອບຄົວ ທີ່ໄດ້ຮັບຄວາມເສັຍຫາຍ ຈາກເຫດການດັ່ງກ່າວ, ແຕ່ເສັຍຫາຍບໍ່ຫຼາຍ ສະເລັ່ຍແລ້ວ ຖືກຢູ່ ປະມານ 40 ເປີເຊັນ ມູນຄ່າເສັຍຫາຍ ທັງໝົດປະມານ 10 ຕື້ກີບ, ສຳລັບຂໍ້ມູນ ຄວາມເສັຍຫາຍ ທີ່ທາງການເມືອງທ່າໂທມ ຮິບໂຮມໄດ້.
ຫລ້າສຸດ ຖືກສົ່ງໄປໃຫ້ທາງຂັ້ນແຂວງ ແຂວງໄຊສົມບູນ ແລະແຂວງຊຽງຂວາງ ເພື່ອໃຫ້ສະພາຂັ້ນແຂວງ ເປັນຜູ້ພິຈາຣະນາ ຄິດໄລ່ຄ່າ ຊົດເຊີຍ ເມື່ອສຳເຣັດແລ້ວ ກໍຈະມອບໃຫ້ ບໍຣິສັດ ບໍ່ທອງ ອິນເຕີກຣຸບ ເປັນຜູ້ຊົດເຊີຍໃຫ້ແກ່ ປະຊາຊົນ ທີ່ໄດ້ຮັບ ຜົນກະທົບນັ້ນ ຕໍ່ໄປ.