ເຂື່ອນນໍ້າເອົ້າຍັງບໍ່ມີການ ສ້ອມແປງ

ໄມຊູລີ
2017.11.06
F-Nam-Ao ນໍ້າດິນຕົມ ທີ່ໄຫລເຂົ້າສູ່ບ້ານເຮືອນ ຂອງປະຊາຊົນ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ
Screen captured citizen video

ບໍຣິສັດບໍ່ທອງ Inter Group ຊຶ່ງເປັນຜູ້ລົງທຶນ ກໍສ້າງເຂື່ອນໄຟຟ້ານໍ້າເອົ້າ ຢູ່ເມືອງຜາໄຊ ແຂວງຊຽງຂວາງ ຍັງບໍ່ທັນລົງມື ການສ້ອມແປງ ເຂື່ອນດັ່ງກ່າວເທື່ອ ຈົນກວ່າ ທາງບໍຣິສັດ ຈະສາມາດ ແກ້ໄຂຜົນກະທົບ ຂອງປະຊາຊົນ ຢູ່ເມືອງທ່າໂທມ ແຂວງ ໄຊສົມບຸນ ທີ່ເດືອດຮ້ອນ ຍ້ອນ ເຂື່ອນແຕກ ໃຫ້ສໍາເຣັດລຸລ່ວງຕາມທີ່ ກະຊວງພລັງງານແລະບໍ່ແຮ່ ໄດ້ກໍານົດໃຫ້ ບໍຣິສັດຈ່າຍຄ່າຊົດເຊີຍ ໃຫ້ແກ່ປະຊາຊົນກ່ອນ, ດັ່ງ ເຈົ້າໜ້າທີ່ ຜແນກພລັງງານ ແລະບໍ່ແຮ່ ແຂວງຊຽງຂວາງ ກ່າວໃນວັນທີ່ 6 ພຶສຈິກາ ນີ້ວ່າ:

“ໂຕນີ້ຍັງບໍ່ທັນເຮັດນະ ກໍາລັງແກ້ໄຂ ຜົນກະທົບກ່ອນ ທີ່ວ່າເຂື່ອນແຕກ ແລ້ວມັນລົງໄປທັບນາ ປະຊາຊົນ ເມືອງທ່າໂທມ ເນາະ ແກ້ໄຂຜົນ ກະທົບ ໂຕນັ້ນຍັງບໍ່ທັນແລ້ວນະ ກະຊວງເພີ່ນ ຍັງໃຫ້ໂຈະກ່ອນ”.

ເຈົ້າໜ້າທີ່ທ່ານນີ້ ອະທິບາຍວ່າ ປັຈຈຸບັນທາງຄນະຂອງບໍຣິສັດ ດັ່ງກ່າວກໍາລັງລົງພື້ນທີ່ ຢູ່ເມືອງທ່າໂທມ ສໍາຣວດເນື້ອທີ່ ທີ່ເສັຽຫາຍໃຫ້ແກ່ ປະຊາຊົນ ແຕ່ບໍ່ທັນຮູ້ຣາຍລະອຽດເທື່ອວ່າ ການສໍາຣວດດໍາເນີນໄປ ຮອດໃສແລ້ວ ສໍາລັບເນື້ອທີ່ຖືກຜົນກະທົບຢູ່ ເມືອງທ່າໂທມນັ້ນ ຫຼ້າສຸດ ກໍຍັງບໍ່ທັນ ມີຜົນສລຸບວ່າ ເສັຍຫາຍຈັກເຮັກຕາ ແລະ ຕົກເປັນມູນຄ່າ ເທົ່າໃດແທ້, ແລະວ່າ ສໍາລັບເຂື່ອນນໍ້າງຽບ2 ຕັ້ງຢູ່ເມືອງຜາໄຊ ຊຶ່ງ ໄດ້ຍຸຕິການປັ່ນນໍ້າມາແຕ່ ເດືອນກັນຍາ ຜ່ານມາຍ້ອນ ເຄື່ອງປັ່ນໄຟ ໄດ້ຮັບຜົນກະທົບ ຈາກ ເຂື່ອນນໍ້າເອົ້າແຕກ ປັຈຈຸບັນຍັງຢູ່ໃນຂັ້ນ ສ້ອມ ແປງກັນຢູ່ ຊຶ່ງຍັງບໍ່ຮູ້ວ່າ ເຂື່ອນດັ່ງກ່າວ ຈະສາມາດປັ່ນໄຟຟ້າ ໄດ້ອີກເມືອໃດ.

ແຂວງຊຽງຂວາງ ມີເຂື່ອນຜລິດໄຟຟ້າແລ້ວ 3 ແຫ່ງ ອັນໄດ້ແກ່ ເຂື່ອນນໍ້າງຽບ 3A, ເຂື່ອນນໍ້າງຽບ 2 ແລະເຂື່ອນນໍ້າແສນ ແລະທີ່ກໍາລັງ ສ້າງຢູ່ນີ້ ກໍຄືເຂື່ອນນໍ້າເອົ້າ ແລະໃນອະນາຄົດ ຂ້າງໜ້ານີ້ ທາງການ ຍັງຈະສ້າງເຂື່ອນ ອີກ 3 ແຫ່ງຄື ເຂື່ອນນໍ້າໂມ, ເຂື່ອນ ນໍ້າງຽບ 2A - 2B ແລະເຂື່ອນນໍ້າງຽບ 2C.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.