ຈີນ ຖືກຢຸດສັນຍາປູກກ້ວຍ

ອຸ່ນແກ້ວ ສຸກສະຫວັນ
2017.02.15
F-banana ສວນປູກກ້ວຍ ຂອງນັກລົງທຶນຈີນ ທີ່ປູກຕາມຂ້າງທາງ ເພື່ອຄວາມສະດວກ ໃນການຂົນສົ່ງ ຢູ່ເມືອງສິງ ແຂວງຫລວງນໍ້າທາ
Screen captured RFA/AS video

ທາງການແຂວງໄຊຍະບູຣີ ຈະບໍ່ອະນຸຍາດ ໃຫ້ນັກລົງທຶນຈີນ ປູກກ້ວຍ ພາຍໃນແຂວງ ອີກຕໍ່ໄປ ຍ້ອນວ່າສ້າງ ບັນຫາ ຫຼາຍຢ່າງ ໂດຍ ສະເພາະ ການນຳໃຊ້ ສານເຄມີ ແລະ ປຸ໋ຍເຄມີ ທີ່ບໍ່ຖືກຕາມ ຫຼັກວິຊາການ. ສິ່ງດັ່ງກ່າວ ຈຶ່ງສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ປະຊາ- ຊົນ, ຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່ ແຂວງໄຊຍະບູຣີ ທ່ານນຶ່ງ ຕໍ່ເອເຊັຽເສຣີ ໃນວັນທີ 14 ກຸມພາ.

"ພວກຈີນຂະເຈົ້າ ມາເຮັດຈັ່ງຊີ້ນ່າ ແລ້ວເລື້ອງພວກ ສານພິດຕ່າງໆ ເວົ້າເລື້ອງດິນເສັຽ ຄຸນນະພາບ ໄວແດ່ ອີ່ຫຍັງຕ່າງໆ ທາງສາຍ ກະສິກັມ ພວກເຮົາກໍບໍ່ ອະນຸຍາດ ໃຫ້ເຮັດແດ່ ທາງເຈົ້າແຂວງ ເພິ່ນກະບໍ່ ອະນຸຍາດ ຈັ່ງຊີ້ນາ".

ປັດຈຸບັນ ຢູ່ແຂວງໄຊຍະບູຣີ ມີນັກລົງທຶນຈີນ ສຳປະທານ ປູກກ້ວຍ ຢູ່ ເມືອງໄຊຍະບູຣີ 300 ເຮັກຕາ ເມືອງພຽງ 100 ເຮັກຕາ ແລະ ເມືອງອື່ນໆ ອີກອີກ 100 ເຮັກຕາ, ຊຶ່ງຮວມທັງໝົດ 500 ເຮັກຕາ ເປັນຂອງ 4 ບໍຣິສັດ ທີ່ເປັນຂອງຈີນ.

ເຈົ້າໜ້າທີ່ ກ່າວອີກວ່າ ຫ້ອງການ ແຂວງແລະເມືອງ ໄດ້ອອກຄຳສັ່ງ ໃຫ້ຢຸດການປູກກ້ວຍ ນັບແຕ່ປີ 2017 ຍ້ອນວ່າ ສວນກ້ວຍ ສົ່ງຜົນ ກະທົບ ຕໍ່ ສິ່ງແວດລ້ອມ ແລະຜູ້ຄົນ, ຫລ້າສຸດ ໃນຕົ້ນເດືອນ ກຸມພາ ທີ່ຜ່ານມານີ້ ທາງການ ໄດ້ອອກຈົດໝາຍ ແຈ້ງການໄປຍັງ ບໍຣິສັດ ທັງ 4 ແຫ່ງ ໃຫ້ຢຸດ ການປູກກ້ວຍ ເຖິງວ່າ ບໍຣິສັດ ມາຂໍສະເໜີ ປູກຕໍ່ກໍຕາມ.

ທາງການແຂວງ ຕ້ອງອະນຸຍາດ ໃຫ້ບໍຣິສັດ ປູກກ້ວຍ ໄປຈົນໝົດສັນຍາ ແລ້ວຫລັງຈາກນັ້ນ ກໍໃຫ້ຢຸດໄປເລີຍ ຊຶ່ງຄາດການວ່າ ຈະໃຫ້ຢຸດ ພາຍໃນ ທ້າຍປີນີ້. ອີງຕາມການບອກເລົ່າ ຂອງ ເຈົ້າໜ້າທີ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.