ທາງການຈະແປງທາງ ບ.ນາທົ່ມ ຫາ ບ.ວຽງແກ້ວ

ສຸພັດຕາ
2020.08.19
F-road ສະພາບເສັ້ນທາງ ຣະຫວ່າງ ບ້ານນາທົ່ມ-ບ້ານວຽງແກ້ວ ເມືອງໄຊທານີ ນະຄອນຫຼວງວຽງຈັນ
ນັກຂ່າວພົລເມືອງ

ເຈົ້າໜ້າທີ່ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ລົງໄປກວດເບິ່ງ ສະພາບເສັ້ນທາງ ຣະຫວ່າງ ບ້ານນາທົ່ມ ບ້ານວຽງແກ້ວ ເມືອງໄຊທານີ ພ້ອມໜ່ວຍງານ ທີ່ກ່ຽວຂ້ອງ ເພື່ອຕຽມ ສ້ອມແປງແລ້ວ, ດັ່ງເຈົ້າໜ້າທີ່ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 19 ສິງຫາ ນີ້ວ່າ:

“ໂຕນີ້ ເພິ່ນກະໄປເບິ່ງສະພາບຝົນຕົກໜັກ ແລ້ວມັນເປ່ເພ ແລ້ວກະຊິມີການສ້ອມແປງຫັ້ນແຫຼະ ເປັນບາງບ່ອນແກ້ໄຂກ່ອນຫັ້ນນາເພາະວ່າ ມັນມີຜົລກະທົບຕໍ່ປະຊາຊົນ ເພິ່ນຮ້ອງຂໍມາ, ເພິ່ນໄປເບິ່ງແລ້ວ ເພິ່ນຊິໄດ້ມາເກັບກໍາຂໍ້ມູນ ສັງລວມກ່ຽວກັບ ຜົລກະທົບ ເສັຍຫາຍປະມານ ທໍ່ໃດ ແລ້ວຊິປະເມີນວ່າ ຊິຫາເງິນທາງໃດ ມາໃຊ້ໃນການສ້ອມແປງຫັ້ນນາ.”

ຊາວເມືອງໄຊທານີ ທ່ານນຶ່ງກ່າວວ່າຫຼັງຈາກວັນທີ 14 ສິງຫາ ຜ່ານມາ ທາງການກໍໄດ້ລົງມາ ສ້ອມແປງທາງເສັ້ນນີ້ແລ້ວ ຄືເອົາດິນມາຖົມ ແລະເອົາຣົດມາເກຣດ ໃຫ້ໄປມາໄດ້, ແຕ່ຖ້າເປັນໄປໄດ້ ກໍຢາກໃຫ້ມາສ້ອມແປງ ໃຫ້ໄດ້ມາຕຖານ ເລີຍຈະດີກວ່າ:

“ມື້ກ່ອນນີ້ ເຫັນເອົາຊາຍມາຖົມ ແລ້ວເອົາຣົດມາເກດ ມີເຫັນຢູ່ແຕ່ມື້ດຽວ ຖ້າອັດດີໆ ແລ້ວເອົາຢາງມາລົງກະຄຸ້ມປະມານ ປີສາມປີນີ້ກະຢູ່ ເຂົາບໍ່ໄດ້ເວົ້າເຣື່ອງຢາງດອກ ອັນນີ້ມີແຕ່ຈົກ ເອົາດິນ  ເອົາດິນມາ ແລ້ວກໍເອົາມາໃສ່ບ່ອນເລິກໆ ພໍຮອດ 6 ເດືອນ ນະ ເປັນອີກນະ.”

ທ່ານກ່າວຕື່ມວ່າ ບັນຫາທາງເປ່ເພນີ້ ນອກຈາກວ່າ ຈະມີຣົດບັນທຸກຂົນຫິນ, ຂົນປູນຂອງໂຄງການ ກໍ່ສ້າງທາງຣົດໄຟລາວ-ຈີນ ທຽວຫຼາຍ ໃນທຸກມື້ແລ້ວນັ້ນ ອີກສາເຫດນຶ່ງ ກໍຍ້ອນການ ສ້າງທາງ ບໍ່ໄດ້ມາຕຖານ.

ໃນຂນະດຽວກັນ ຊາວບ້ານອີກທ່ານນຶ່ງກໍເວົ້າວ່າ ເພິ່ນມາແປງໃນເບື້ອງຕົ້ນແລ້ວ ແຕ່ກະຍັງເປັນຄືເກົ່າ ຖ້າເປັນໄປໄດ້ກໍຢາກໃຫ້ປູເປັນທາງ ຢາງເລີຍດີກວ່າຈະເອົາດິນມາຖົມ ເພາະຖ້າເອົາດິນມາຖົມ ບໍ່ດົນກໍເພຄືເກົ່າອີກ:

“ກໍຄືເກົ່າ ກໍມຸ່ນຄືເກົ່າຫັ່ນແຫຼະ ເຈົ້າໜ້າທີ່ເຂົາກໍເອົາແຕ່ດິນ ອິຫຍັງມາເອົາດິນແດງມາປູ ອັນນັ້ນຊື່ໆອັນນັ້ນກໍຢາກໃຫ້ເພິ່ນມາ ປູຢາງໃຫ້.”

ແລະຊາວບ້ານອີກຄົນນຶ່ງ ທີ່ໃຊ້ທາງເສັ້ນນີ້ ເປັນປະຈໍາ ກໍເວົ້າຄືືກັນວ່າ:

“ຕອນນີ້ ທາງການເອົາດິນແດງມາຖົມແລ້ວ ແຕ່ຖ້າເປັນໄປໄດ້ ກໍຢາກໃຫ້ມາປູຢາງໄປເລີຍ ເພາະວ່າ ຖ້າສ້ອມແປງແບບເດີມ ຄືເອົາດິນ ມາຖົມມັນກໍຢູ່ໄດ້ບໍ່ດົນ ດຽວມັນກໍພັງອີກກ່ອນໜ້າ ນີ້, ເຫັນມາສ້ອມ ພຽງແຕ່ເອົາດິນມາປູ ຜ່ານໄປ 3 ເດືອນກໍພັງແລ້ວ.”

ເມື່ອວັນທີ 13-14 ສິງຫາ ຜ່ານມານີ້ ຊາວບ້ານ ຢູ່ເມືອງໄຊທານີ ໄດ້ຮ້ອງຮຽນ ເຖິງພາກສ່ວນກ່ຽວຂ້ອງ ວ່າເສັ້ນທາງ ຣະຫວ່າງ ບ້ານ ນາທົ່ມ-ບ້ານວຽງແກ້ວ ຊຶ່ງມີຄວາມຍາວ 7 ກິໂລແມັດ ເປ່ເພໜັກ ເປັນຂຸມເປັນບວກ ຍາມຝົນກໍມີແຕ່ຂີ້ຕົມ ບັນຫາດັ່ງກ່າວນີ້ ເກີດຂຶ້ນມາ ດົນແລ້ວ ຍ້ອນຣົດບັນທຸກ ຂົນຫິນ, ຂົນປູນຂອງໂຄງການ ສ້າງທາງຣົດໄຟລາວ-ຈີນ ສັນຈອນໄປ-ມາ ທຸກມື້.

ຫຼ້າສຸດໃນວັນທີ 17 ສິງຫານີ້ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອນນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມສໍາຣວດ ເສັ້ນທາງ ບ້ານນາທົ່ມ-ບ້ານວຽງແກ້ວ ທີ່ເປ່ເພ ໂດຍມີ ເຈົ້າເມືອງ ເມືອງໄຊທານີ ຮ່ວມລົງພື້ນທີ່ ລົງສໍາຣວດນໍາດ້ວຍ. ທ່ານເຈົ້າຄອງ ນະຄອນຫຼວງວຽງຈັນ ໄດ້ສັ່ງໃຫ້ເຈົ້າໜ້າທີ່ໂຍທາທິການ ແລະຂົນສົ່ງ ເມືອງໄຊທານີ ໃຫ້ມີການສ້ອມແປງ ທາງເສັ້ນນີ້ໃນເບື້ອງຕົ້ນກ່ອນ, ໂດຍໃຊ້ເຄື່ອງຈັກໄປ ຣະບາຍນໍ້າອອກຈາກທາງ ແລະໃຊ້ດິນຖົມ ພ້ອມກັບປັບ ສະພາບໜ້າດິນ ໃຫ້ຊາວບ້ານສາມາດ ສັນຈອນໄປມາ ໄດ້ກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.