ປັດຈັຍເຮັດໃຫ້ນ້ຳຖ້ວມ ໄຊຍະບູຣີ
2020.08.12

ບັນຫານ້ຳຖ້ວມ ທີ່ເກີດຂຶ້ນທຸກປີ ຢູ່ແຂວງໄຊຍະບູຣີ ອາຈມາຈາກຫຼາຍປັດຈັຍ, ໂດຍສະເພາະເຫດການນ້ຳຖ້ວມ ຈາກພະຍຸຊິນລາກູ ໃນປີນີ້, ເຊິ່ງຖືວ່າ ເຮັດໃຫ້ນ້ຳຖ້ວມໜັກກວ່າທຸກປີ ທີ່ຜ່ານມາ. ດັ່ງເຈົ້າໜ້າທີ່ ດ້ານສິ່ງແວດລ້ອມ ແຂວງໄຊຍະບູຣີ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 11 ສິງຫາ ນີ້ວ່າ:
“ມີຫຼາຍເຫດຜົລ, ຕາມທັສນະ ຂອງຂ້າພະເຈົ້າ. ປ່າໄມ້ ກໍມີສ່ວນນຶ່ງ, ເຣື່ອງການບໍຣິຫານຈັດການ ກໍມີສ່ວນນຶ່ງ. ບໍຣິຫານຈັດການ ໃນທີ່ນີ້ ກໍ ໝາຍຄວາມວ່າ ເວົ້າເຣື່ອງອຸປະກອນ ການແຈ້ງເຕືອນພັຍຕ່າງໆ. ຄັນວ່າຊິເວົ້າ ເຣື່ອງເກີດຕາມທັມຊາດ ກໍແມ່ນ, ຊິເວົ້າເຣື່ອງມະນຸດ, ກໍແມ່ນ, ແຕ່ວ່າ ເຮົາກໍບໍ່ສາມາດ ເວົ້າໄດ້ 100%.”
ທ່ານກ່າວຕື່ມວ່າ ການຕັດໄມ້ທຳລາຍປ່າ ພາຍໃນແຂວງ ກໍອາຈເປັນ ສາເຫດນຶ່ງເທົ່ານັ້ນ, ແຕ່ຍັງບໍ່ມີການຄົ້ນຄວ້າ ແລະ ວິຈັຍຈະແຈ້ງເທື່ອ ວ່າສາເຫດທີ່ນ້ຳຖ້ວມໜັກ ໃນແຂວງ ໄຊຍະບູຣີ ໄລຍະຜ່ານມາ ເກີດຈາກການຕັດໄມ້ທຳລາຍປ່າ.
ນອກຈາກນີ້, ບັນຫາດ້ານອື່ນໆ ກໍຍັງບໍ່ ທັນມີຄວາມພ້ອມ ດ້ວຍຂໍ້ຈຳກັດດ້ານຄວາມຮູ້ ແລະ ຄວາມສາມາດຂອງບຸຄລາກອນ ແລະ ເຄື່ອງມືທີ່ຍັງບໍ່ທັນສມັຍ ເປັນຕົ້ນເຄື່ອງກວດກາ ພະຍຸ ແລະ ເຣດ້າ ເພື່ອຄາດຄະເນ ແລະ ວັດແທກ ປະຣິມານນ້ຳຝົນ, ເຊິ່ງເປັນສິ່ງສຳຄັນ ໃນການຣາຍງານ. ເມື່ອບໍ່ມີຄວາມພ້ອມ ໃນ ຫຼາຍເຣື່ອງ, ເຈົ້າໜ້າທີ່ ຈຶ່ງບໍ່ສາມາດແຈ້ງເຕືອນພັຍ ຫຼືຮັບມືກັບພັຍນ້ຳຖ້ວມ ໄດ້ຢ່າງທັນການ.
ເຖິງຢ່າງໃດກໍຕາມ, ເພື່ອເປັນການຫຼຸດຜ່ອນ ຜົລກະທົບ ແລະ ຮັບມື ຈາກພັຍນ້ຳຖ້ວມ ໃນແຕ່ລະປີ, ທາງການແຂວງໄຊຍະບູຣີ ກໍໄດ້ກະ ຕຣຽມຄວາມພ້ອມ ທັງເຈົ້າໜ້າທີ່ພາກຣັຖ, ເຈົ້າໜ້າທີ່ກູ້ພັຍ, ແພດ ແລະ ໝໍ ເພື່ອຮັບມື ກັບເຫດສຸກເສີນ ເປັນຕົ້ນ ເຫຕນ້ຳຖ້ວມ, ນ້ຳປ່າ ໄຫຼຊຸແຮງ ແລະ ດິນເຈື່ອນ ໃນໄລຍະຣະດູຝົນ ຂອງທຸກປີ.
ຂະນະທີ່ຊາວບ້ານ ໃນແຂວງໄຊຍະບູຣີ ນາງນຶ່ງ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ປັດຈຸບັນ, ນ້ຳຖ້ວມ ກັບສູ່ ສະພາວະປົກກະຕິແລ້ວ, ແຕ່ວ່າຄວາມຮຸນແຮງ ຈາກພັຍນ້ຳຖ້ວມໃນປີນີ້ ຖືວ່າໜັກກວ່າທຸກປີທີ່ຜ່ານມາ ແລະ ບໍ່ມີການແຈ້ງເຕືອນໃດໆ ຈາກທາງການແຂວງ ແລະ ກໍຍັງບໍ່ຮູ້ວ່າ ຖ້າຝົນຕົກມາອີກ ຈະເຮັດໃຫ້ເກີດນ້ຳຖ້ວມຊ້ຳອີກ ຫຼືບໍ່.
“ອໍ, ນ້ຳກໍຫຼຸດລົງຫຼາຍແລ້ວເດ່ ໄດ້ຫຼາຍມື້ແລ້ວ, ແຕ່ມັນກໍບໍ່ຮູ້ວ່າຈະຖ້ວມອີກບໍ່. ເຫັນເຂົາບອກວ່າ ຝົນມັນຈະຕົກອີກ. ນ້ຳນີ້ກະ ສມັຍກ່ອນ ມັນກະຖ້ວມບໍ່ຄ່ອຍເລື້ອຍປານໃດ, ແຕ່ວ່າດຽວນີ້ ມັນຖ້ວມດຸຂຶ້ນ, ແຕ່ກະບໍ່ຮູ້ວ່າ ເປັນນຳອີ່ຫຍັງເນາະ.”
ຕາມການຣາຍງານ ຂອງຄນະກັມມະການ ປ້ອງກັນພັຍພິບັດ ແຂວງໄຊຍະບູຣີ ໄດ້ຣະບຸວ່າ ຄວາມເສັຽຫາຍ ຈາກພັຍນ້ຳຖ້ວມ ຣະຫວ່າງ ວັນທີ 1 ຫາ 4 ສິງຫາ ທີ່ຜ່ານມານັ້ນ, ມີປະຊາຊົນ ຈຳນວນ 1,740 ຄອບຄົວ ຈາກ 54 ບ້ານ ໃນ 8 ເມືອງ ໄດ້ຮັບຜົລກະທົບ ຈາກ ພັຍນ້ຳຖ້ວມ ຍ້ອນພະຍຸຊິນລາກູ ຄິດເປັນມູລຄ່າ ຄວາມເສັຽຫາຍ ປະມານ 2 ຕື້ 880 ລ້ານກີບ.
ນອກຈາກນີ້, ພະຍຸຊິນລາກູ ຍັງໄດ້ສ້າງຄວາມເສັຽຫາຍ ໃຫ້ກັບເມືອງບໍຣິຄັນ ແຂວງບໍຣິຄຳໄຊ ເຊັ່ນກັນ ເຮັດໃຫ້ເຮືອນຊານລານແປ້ນ ຂອງຊາວບ້ານ ທີ່ຢູ່ແຄມນ້ຳ ຈຳນວນ 8 ບ້ານ, 522 ຄອບຄົວ ຖືກນ້ຳຖ້ວມເສັຽຫາຍ. ທົ່ງນາຖືກນ້ຳຖ້ວມເສັຽຫາຍ 80 ປາຍເຮັກຕ້າຣ ແລະສວນມັນຕົ້ນ ປະມານ 7,2 ເຮັກຕ້າຣ ພ້ອມທັງສັດລ້ຽງ ເປັດ, ໄກ່, ໝູ, ໝາ, ປາ, ແບ້, ງົວ, ຄວາຍ ຈຳນວນຫຼາຍໂຕກໍລົ້ມຫາຍ ຕາຍຈາກ.