ເຂື່ອນຊະນະຄາມ ທາງການໄທຍ ເປັນຫ່ວງຜົລກະທົບ

ອຸ່ນແກ້ວ ສຸກສະຫວັນ
2020.08.07
F-Mekong-Nongkhai2020 ແມ່ນ້ຳຂອງ ພວມກາຍເປັນແມ່ນ້ຳ ທີ່ຈະມີເຂື່ອນໄຟຟ້າ ພະລັງງານນ້ຳ ຖືກສ້າງໃສ່ ຢ່າງຫຼວງຫຼາຍ ໃນອະນາຄົດ. ຮູບຖ່າຍເມື່ອ ເດືອນກໍຣະກະດາ 2020 ຈາກແຂວງໜອງຄາຍ ປະເທດໄທຍ
RFA/PV

ໂຄງ​ການ ​ເຂື່ອນຊະ​ນະ​ຄາມ ​ຂອງ​ນັກ​ລົງ​ທຶນ​ຈີນ ທີ່​ຈະ​ສ້າງ​ໃສ່​ແມ່​ນ້ຳ​ຂອງ​ ຢູ່​ເຂດເມືອງ​ຊະ​ນະ​ຄາມ ແຂວງວຽງ​ຈັນ ບໍ່​ໄດ້​ເນັ້ນ​ໃສ່ ​ເຣື່ອງ​ການ​ຂາຍ​ໄຟ​ຟ້າ, ແຕ່​ມີ​ຜົລ​ປ​ໂຍດ ​ທາງ​ດ້ານ​ທຸ​ຣະ​ກິຈກໍ່​ສ້າງ ຢູ່​ເບື້ອງ​ຫຼັງ.

ທ່ານ ວິ​ທູນ ເພີ່ມ​ພົງສາ​ຈ​ເຣີນ, ຜູ້​ອຳ​ນວຍ​ການ ​ໂຄງ​ການ​ພະ​ລັງ​ງານ ​ເພື່ອ​ນິ​ເວດວິ​ທ​ຍາ ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ:

"ຜູ້ລົງທຶນຈີນ ບໍ່ສົນໃຈວ່າ ມີຄວາມຕ້ອງການໄຟຟ້າຫຼືບໍ່, ຂໍແຕ່ໃຫ້ມີງານກໍ່ສ້າງ ໃຫ້ບໍຣິສັດຕົວເອງ ສາມາດ ເຮັດ​​ທຸ​ຣກິຈ ກໍ່ສ້າງໄດ້ ກໍເຮັດເຂື່ອນເລີຍ. ແລ້ວໄປຫາ​ລາດຂາຍໄຟຟ້າເອົາພາຍ​ຫຼັງ."

ເຂື່ອນ​ດັ່ງ​ກ່າວ ບໍ່​ສາ​ມາດ​ສົ່ງ​ໄຟ​ຟ້າ ​ໄປ​ຂາຍ​ຢູ່​ຈີນ​ໄດ້ ເພາະ​ວ່າ ຣະ​ບົບ​ສາຍ​ສົ່ງ ບໍ່​ມີ​ຄວາມ​ພ້ອມ, ດັ່ງ​ ທ່ານ ວິ​ທູນ ກ່າວ​ຕື່ມ​ອີກວ່າ:

"ຜູ້ລົງທຶນຈີນ ມີເງິນ ຈຶ່ງດຳເນີນການໄປເລື້ອຍໆ, ໂດຍທີ່ບໍ່ຈຳເປັນຈະຕ້ອງ​ເຣີ່ມຕົ້ນຈາກການເຊັນສັນຍາ ຊື້ຂາຍໄຟ, ເຊິ່ງອັນນີ້ ຍິ່ງບໍ່ມີຄວາມຈະແຈ້ງ ເພາະວ່າ ການສົ່ງໄຟຟ້າໄປຂາຍຢູ່ປະເທດຈີນ ເປັນໄປບໍ່ໄດ້ ເພາະວ່າບົບສາຍສົ່ງ ບໍ່ມີຄວາມພ້ອມ."

ນັກ​ວິ​ຊາ​ການ​ລາວ ບໍ່​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ນັກ​ລົງ​ທຶນ​ຈີນ ຈະ​ໃສ່​ໃຈ​ເຣື່ອງ ​ຜົລ​ກະ​ທົບ​ ຕໍ່​ສິ່ງ​ແວດ​ລ້ອມ. ຊ່ຽວ​ຊານ​ລາວ ທີ່​ເຮັດ​ວຽກ ເຣື່ອງ​ການ​ວິ​ຈັຍ​ປາ ແລະ ສິ່ງ​ແວດ​ລ້ອມ ເຄີຍ​ກ່າວ​ຕໍ່ ​ເອ​ເຊັຽ​ເສ​ຣີວ່າ:

"ກະ​ທົບ​ແທ້ໆ ມັນ​ຊິ​ກະ​ທົບ​ຫັ້ນ​ແຫຼະ ຈີນ ກະ​ຄື​ດັ່ງ​ທີ່​ຮູ້ຫັ້ນ​ແຫຼະ ມັນຢາກ​ເຮັດ​ແນວ​ໃດ ​ກະ​ໄດ້​ຫັ້ນ​ແຫຼະ. ມັນ​ກະ​ວ່າ ມັນ​ເຮັດ​ຕາມ​ມາຕຖານ ​ຂອງ​ສິ່ງ​ແວດ​ລ້ອມ​ໂລກ​ຢູ່, ຫາກ​ແຕ່​ວ່າ ບາງ​ເທື່ອ ມັນ​ກະ​ບໍ່​ໄດ້​ສົນ ມັນ​ເອົາ​ເງິນ ​ໃຫ້​ຣັ​ຖ​ບານ​ລາວ ​ໄປທົດ​ແທນ​ ສິ່ງ​ແວດ​ລ້ອມ​ເບາະ ຄື​ວ່າ ມັນ​ກະ​ອັນ​ນັ້ນ​ເອງ ລະ​ມັນ​ກະ ​ອັນ​ນັ້ນ​ເລີຍ ບໍ່​ສົນ​ນ່າ. ​ໃຫ້​ຄົນ​ລາວ ​ແກ້​ອັນ​ເອງ​ນ່າ ກັບ​ປະ​ຊາ​ຊົນ ມັນ​ເຮັດ​ແບບ​ນັ້ນ​ໄດ໋."

ຈຸດ​ທີ​ຕັ້ງ​ຂອງ​ເຂື່ອນ ຫ່າງ​ຈາກ​ ເມືອງ​ຊະ​ນະ​ຄາມ ​ແຂວງວຽງ​ຈັນຂຶ້ນ​ໄປ​ 25 ກິ​ໂລ​ແມັຕ ແລະ ຫ່າງ​ຈາກຊາຍ​ແດນ ​ປະ​ເທດ​ໄທຍ ພຽງ​ແຕ່ 2 ກິ​ໂລ​ແມັຕເທົ່າ​ນັ້ນ. ທາງ​ການ​ປະ​ເທດ​ໄທຍ ໄດ້​ສະ​ແດງ​ຄວາມ​ເປັນ​ຫ່​ວງ ​ກ່ຽວ​ກັບ ​ບັນ​ຫາ​ຜົລກ​ະ​ທົບ ​ຂ້າມ​ຊາຍແດນ ຈາກ​ເຂື່ອນ​ດັ່ງ​ກ່າວ.

ສຳ​ນັກ​ຂ່າວ​ Thai PBS ໄດ້​ຣາຍ​ງານ ​ໃນ​ວັນ​ທີ 3 ສິງ​ຫາ ວ່າ ຣັ​ຖ​ບານ​ໄທຍ ມີ​ຄວາມ​​ຫ່ວງໃຍ ​ຕໍ່​ຜົລ​ກະ​ທົບ ໃນ​ດ້ານ​ຕ່າງໆ [ຈາກ​ເຂື່ອນ​ຊະ​ນະ​ຄາມ] ທີ່​ອາຈ​ເກີດ​ຂຶ້ນ​ ໃນ​ອະ​ນາ​ຄົດ ເນື່ອງ​ຈາກ ທີ່​ຕັ້ງ​ຂອງ​ເຂື່ອນ ຊະ​ນະ​ຄາມ ຢູ່​ໃກ້​ຊາຍ​ແດນ​ໄທ​ຍຫຼາຍ ຄື​ມີ​ໄລ​ຍະ​ຫ່າງ ​ພຽງ​ແຕ່ 2 ກິ​ໂລ​ເມັຕ.

ສຳ​ນັກ​ຂ່າວ​ດັ່ງ​ກ່າວ ອ້າງ​ຄຳ​ເວົ້າ​ຂອງ ພົລ​ເອກ ປະ​ວິດ ວົງ​ສຸ​ວັນ, ຮອງ​ນາ​ຍົກ​ຣັ​ຖ​ມົນ​ຕຣີ ຝ່າຍ​ຄວາມ​ໝັ້ນ​ຄົງ ຂອງ​ໄທຍ ວ່າ ຈະ​ມີ​ການ​ ພິ​ຈາ​ຣະ​ນາ ​ຄວາມ​ເໝາ​ະ​ສົມອີກ​ຄັ້ງ ເພື່ອ​ໃຫ້​ເກີດ ​ຄວາມ​ຄອບ​ຄຸມ ໃຫ້​ຫຼາຍ​ຂຶ້ນ, ໂດຍ​ຈະ​ມີ ​ການ​ເຊີນ​ຜູ້​ແທນ ປະ​ເທດ​ລາວ ເພື່ອ​ມາ​ໃຫ້​ຂໍ້​ມູນ ແລະ ຕອບ​ຄຳ​ຖາມ ​ພາກ​ປະ​ຊາ​ຊົນ.

ເຂື່ອນ​ຊະ​ນະຄາມ ເປັນ​ຂອງບໍ​ຣິ​ສັດ ພະ​ລັງ​ງານ​ໄຟ​ຟ້າ​ນ້ຳຕົກ ຕ້າ​ຖາງລາວ ຊະ​ນະ​ຄາມ ຈຳ​ກັດ ທີ່ມີກຳ​ລັງ​ການ​ຜ​ລິຕ 684 ເມ​ກະ​ວັຕ. ມີມູລຄ່າປະ​ມານ 2 ຕື້​ໂດ​ລ້າຣ, ຈະສົ່ງ​ຜົລກະ​ທົບ ​ຕໍ່​ປະ​ຊາ​ຊົນ ຢູ່​ແຂວງວຽງ​ຈັນ ແລະ ແຂວງ​ໄຊ​ຍະ​ບູ​ຣີ ເກືອບ 3,000 ຄົນ.

ໂຄງ​ການ​ ເຂື່ອນ​ຊະ​ນະ​ຄາມ ໄດ້​ເຣີ່ມ​ຂະ​ບວນ​ການ​ ເປິກ​ສາ​ຫາ​ລື ​ກ່ອນ​ລ່ວງ​ໜ້າ ນັບ​ແຕ່​ວັນ​ທີ 30 ກໍ​ຣະ​ກະ​ດາ ໄປ​ເປັນ​ເວ​ລາ 6 ເດືອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.