ນ້ຳຖ້ວມໄຊຍະບູ​ຣີ ຍັງປະເມີນ ຄວາມເສັຽຫາຍ

ໄຊຍາ
2020.08.04
F-rice-xybr ສະພາບນ້ຳຖ້ວມ ທີ່ຖ້ວມກ້າໃນທົ່ງນາ ທີ່ຫາກໍ່ດຳແລ້ວໃໝ່ ເຮັດໃຫ້ກ້າລົ້ມເສັຽຫາຍຈົນໝົດ
ນັກຂ່າວພົລເມືອງ ແຂວງໄຊຍະບູຣີ

ສະພາບຝົນຕົກໜັກ ໃນຣະຫວ່າງວັນທີ 02-03 ສິງຫາ 2020 ຜ່ານມາ ເຮັດໃຫ້ແມ່ນໍ້າຫຼາຍສາຍ ພາຍໃນ ແຂວງໄຊຍະບູຣີ ນອງຂື້ນສູງ ສົມທົບກັບ ນໍ້າປ່າໄຫຼຫຼາກ ເຮັດໃຫ້ 10 ເມືອງ ຂອງແຂວງໄຊຍະບູຣີ ຖືກນໍ້າຖ້ວມ. ໃນນີ້, ນໍ້າຖ້ວມໜັກກວ່າໝູ່ ແມ່ນເມືອງພຽງ, ເມືອງໄຊຍະບູຣີ ແລະ ເມືອງບໍ່ແຕນ. ດັ່ງຊາວບ້ານ ບ້ານເມືອງຮໍາ, ເມືອງບໍ່ແຕນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 04 ສິງຫາວ່າ ນໍ້າຖ້ວມເທື່ອນີ້ ເຮັດໃຫ້ທຸຣະກິຈ ປໍ້ານໍ້າມັນ ຂອງຄອບຄົວເສັຽຫາຍ ຢ່າງໜັກ.

"ເອີ, ດິນນາເລັກໜ້ອຍ ໂຕອ້າຍ ມັນໜັກນໍ້າມັນເນາະ ເອົາຝັງນະເນາະ ແລ້ວມັນເຂົ້າທາງວາວ ເຂົ້າທາງໃດ ມັນເສັຍຫາຍ ແມ່ນໂຕນີ້ແຫຼະ. ນໍ້າມັນແອັດຊັງອ້າຍນີ້ ປະມານ 4,000 ລິຕ. ເຮົາຂາຍບໍ່ໄດ້ເລີຍ ເຮົາຕ້ອງລ້າງຖີ້ມເລີຍ ອັນນີ້ນ່າ."

ທ່ານໄດ້ເວົ້າຕື່ມວ່າ ມາຮອດວັນທີ 04 ສິງຫາ ນີ້ ສະພາບນໍ້າຖ້ວມ ຢູ່ເຂດບ້ານເມືອງຮໍາ ໄດ້ຫຼຸດລົງຈົນ ເກືອບບົກແຫ້ງ ເປັນປົກກະຕິແລ້ວ ເຮັດໃຫ້ຊາວບ້ານ ຫຼາຍຄົນ ທີ່ຂົນຍ້າຍເຄື່ອງຂອງ ໜີນໍ້າຖ້ວມ ໃນກ່ອນໜ້ານີ້ ສາມາດຂົນເຄື່ອງຂອງ ກັບເຂົ້າເຮືອນ ໄດ້ແລ້ວ ພ້ອມທັງອະນາມັຍ ບ້ານ-ເຮືອນ.

ສ່ວນເຈົ້າໜ້າທີ່ ຄນະສະເພາະກິຈ ຊ່ອຍເຫຼືອຜົລກະທົບ ຈາກນໍ້າຖ້ວມ ປະຈຳເມືອງບໍ່ແຕນ ໄດ້ກ່າວວ່າ ປັດຈຸບັນ ສະພາບນໍ້າຖ້ວມ ທົ່ວເມືອງ ໄດ້ຫຼຸດລົງແລ້ວ, ໂດຍໃນເບື້ອງຕົ້ນ ພົບວ່າ ມີບ້ານເສັຽຫາຍ ຈຳນວນ 14 ບ້ານ ປະຊາຊົນ ທີ່ໄດ້ຮັບຄວາມເດືອດຮ້ອນ ສ່ວນຫຼາຍ ແມ່ນຊາວນາ ຍ້ອນນໍ້າຖ້ວມນາ, ແຕ່ຍັງປະເມີນບໍ່ໄດ້ ວ່າເສັຽຫາຍ ຫຼາຍປານໃດ.

"ຕາມຂໍ້ມູນເບື້ອງຕົ້ນ ຣາຍງານມານີ້ ມັນຊິຮອດ 13-14 ບ້ານແລ້ວ ດຽວນີ້ນ່າ. ຜົລເສັຽຫາຍ ກຳລັງເອົາໂຕຈິງ ເສັຽຫາຍນີ້ ໜັກໜ່ວງທີ່ສຸດ ແມ່ນນາ ຢູ່ພີ້ນ່າ. ເຣື່ອງຊີວິດຄົນ ແທ້ບໍ່ມີ."

ທ່ານໄດ້ກ່າວຕື່ມວ່າ ປັດຈຸບັນ, ເຈົ້າໜ້າທີ່ ຫຼາຍພາກສ່ວນ ກຳລັງລົງພາກສນາມ ເພື່ອຮິບໂຮມ ເອົາຂໍ້ມູນເສັຽຫາຍ ຂອງປະຊາຊົນຢູ່. ເມື່ອສຳເຣັດແລ້ວ, ກໍຈະນຳມາສັງລວມ ເພື່ອຂຶ້ນແຜນຊ່ອຍເຫຼືອ ແກ່ປະຊາຊົນ ຜູ້ປະສົບພັຍ. ສ່ວນປະຊາຊົນ ທີ່ຍັງລໍຖ້າ ການຊ່ອຍເຫຼືອ ໃນເບື້ອງຕົ້ນນັ້ນ, ກໍຈະໄດ້ຮັບ ການຊ່ອຍເຫຼືອ ໃນໄວໆນີ້.

ໃນຂະນະທີ່ ເມືອງເງິນ ກໍໄດ້ຮັບຜົລກະທົບ ຈາກນໍ້າຖ້ວມ ເຊັ່ນກັນ, ແຕ່ມາຮອດປັດຈຸບັນ ຣະດັບນໍ້າຖ້ວມ ໄດ້ບົກແຫ້ງແລ້ວ, ເຊິ່ງສະພາບ ຄວາມເສັຽຫາຍ ທາງການ ຍັງປະເມີນບໍ່ທັນໄດ້. ດັ່ງຊາວບ້ານ ບ້ານແກ້ວດອນຄູນ ໄດ້ກ່່າວວ່າ:

"ຖ້ວມເປັນບາງຕອນເຈົ້າ ບາງພື້ນທີ່ ມື້ນີ້ບໍ່ຫຼາຍແລ້ວເຈົ້າ ມັນແຫ້ງແລ້ວເຈົ້າ. ຂອງນ້ອງນີ້ບໍ່ເສັຽ ມັນບໍ່ຖ້ວມເຮືອນນ້ອງຢູ່ ມັນຖ້ວມບ່ອນອື່ນ."

ທາງດ້ານເຈົ້າໜ້າທີ່ ທາງການເມືອງເງິນ ກ່າວວ່າ ສຳລັບເມືອງເງິນ ກໍມີບ້ານແກ້ວດອນຄູນ ທີ່ຖືກນໍ້າຖ້ວມ, ແຕ່ເຄື່ອງຂອງ ບໍ່ໄດ້ເສັຽຫາຍ ຫຼາຍປານໃດ. ຍ້ອນຊາວບ້ານ ມີຄວາມຕື່ນໂຕ ສາມາດມ້ຽນເຄື່ອງຂອງ ໄດ້ທັນເວລາ. ສ່ວນຄວາມເສັຽຫາຍ ເຈົ້າໜ້າທີ່ ກຳລັງປະເມີນຢູ່.

"ມີບ້ານດຽວ ມີນໍ້າຍາງນີ້ແຫຼະ ໄຫຼຖ້ວມນີ້. ນໍ້າບົກແລ້ວ ສະພາບປົກກະຕິ. ມັນບໍ່ໄດ້ເສັຽຫາຍ ເພາະວ່າ ມັນມາຕອນເຊົ້າ ລະກະປະຊາຊົນ ເຂົາມີຄວາມພ້ອມ ຮັບມືກັບມັນ ແລ້ວເຂົາກະມ້ຽນເຄື່ອງ ມ້ຽນຂອງທັນ ບໍ່ເສັຽຫາຍ."

ໃນຂະນະທີ່ທ່ານ ບຸນພັກ ອິນທະປັນຍາ, ຮອງເຈົ້າແຂວງ ແຂວງໄຊຍະບູຣີ ໄດ້ກ່າວຕໍ່ສື່ມວນຊົນ ເມື່ອວັນທີ 04 ສິງຫາ 2020 ວ່າ ຝົນຕົກໜັກ ໃນຣະຫວ່າງວັນທີ 02-03 ສິງຫາ ຜ່ານມາ ເຮັດໃຫ້ນໍ້າຖ້ວມ 10 ເມືອງ ຂອງແຂວງໄຊຍະບູຣີ ຍົກເວັ້ນ ເມືອງປາກລາຍ ທີ່ບໍ່ຖ້ວມ. ໃນນີ້, ມີ 03 ເມືອງຄື ເມືອງພຽງ, ເມືອງບໍ່ແຕນ ແລະ ໄຊຍະບູຣີ ນໍ້າຖ້ວມໜັກກວ່າໝູ່ ແລະ ອີກ 07 ເມືອງ ເຊັ່ນ ເມືອງຫົງສາ, ເມືອງແກ່ນທ້າວ, ເມືອງຄອບ, ເມືອງທົ່ງມີໄຊ, ເມືອງຊຽງຮ່ອນ ແລະ ເມືອງໄຊສະຖານ ຖ້ວມບໍ່ໜັກ. ສ່ວນຜົລເສັຽຫາຍ, ເບື້ອງຕົ້ນ ຮອງເຈົ້າແຂວງ ຣາຍງານຕື່ມວ່າ ມີເນື້ອທີ່ນາ-ສວນ ຖືກນໍ້າ ຖ້ວມ, ເສັ້ນທາງ ຄົມມະນາຄົມ ຖືກຕັດຂາດ ແລະ ເຮືອນຊານປະຊາຊົນ ຈຳນວນນຶ່ງ ຖືກເສັຽຫາຍ ແລະ ດິນເຈື່ອນ.

ສ່ວນການຊ່ອຍເຫຼືອ ເບື້ອງຕົ້ນ ທາງແຂວງໄຊຍະບູຣີ ໄດ້ນໍາເອົາ ກຳລັງທະຫານ ຈຳນວນ 300 ນາຍ ມາຊ່ອຍຂົນເຄື່ອງ ແລະ ຍ້າຍເຄື່ອງ ຊ່ອຍປະຊາຊົນ ຢູ່ເມືອງໄຊຍະບູຣີ. ນອກຈາກນັ້ນ, ທາງແຂວງ ໄດ້ນໍາເອົານໍ້າດື່ມ, ອາຫານ ແລະ ເຂົ້າສານຈຳນວນນຶ່ງ ມາຊ່ອຍເຫຼືອປະຊາຊົນ. ປັດຈຸບັນ, ນໍ້າໄດ້ຫຼຸດລົງ ເກືອບວ່າ ຢູ່ໃນຣະດັບ ປົກກະຕິແລ້ວ. ນໍ້າຖ້ວມຄັ້ງນີ້, ຖືວ່າ ບໍ່ຮ້າຍແຮງປານໃດ ຖ້າທຽບໃສ່ກັບ ສະພາບນໍ້າຖ້ວມ ທີ່ເກີດຂື້ນ ໃນປີ 2011-2012

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.