ນໍ້າຊອງຂູ້ນເປື້ອນຈົນເປັນ ສີດໍາ
2018.11.12

ນໍ້າຊອງ ໃນເຂດເມືອງວັງວຽງ ແຂວງວຽງຈັນ ຂຸ້ນແລະເປື້ອນ ຍ້ອນຂີ້ຕົມ ແລະ ສິ່ງເສດເຫລືອ ຂອງວັດຖຸກໍ່ສ້າງ ທີ່ໄຫລລົງມາຈາກເຂດ ກໍ່ສ້າງທາງຣົດໄຟ ລາວ-ຈີນ ແລະ ທັງມີການປ່ອຍນໍ້າເສັຍ ຈາກໂຮງແຮມ ເຮືອນພັກ. ຕາມຄໍາເວົ້າຂອງ ຊາວເມືອງວັງວຽງ ທ່ານນຶ່ງ ທີ່ ບໍ່ປະສົງອອກຊື່ ກ່າວຕໍ່ວິທຍຸເອເຊັຍເສຣີ ເມື່ອອາທິດ ທີ່ຜ່ານມາ:
"ເຫັນທາງຣົດໄຟແຖວນີ້ ຫັ້ນກະປ່ອຍນໍ້າເປື້ອນ ແລ້ວແບບວ່າ ງົວ, ຄວາຍ ກິນນໍ້າບໍ່ສະອາດ ກໍພາໃຫ້ງົວຄວາຍເຮົາ ເປັນພຍາດຫັ້ນໜ່າ ທາງຣົດໄຟ ກໍປ່ອຍນໍ້າເສັຍ ອັນທີນຶ່ງ ອັນທີສອງ ກໍບ້ານພັກ ໂຮງແຮມ ເຂົາປ່ອຍນໍ້າ ນໍ້າມັນເລີຍລົງຫັ້ນເບິດ ສະພາບນໍ້າ ຄົນເຮົາກໍບໍ່ກ້າ ວ່າສິໃຊ້ ບໍ່ກ້າວ່າສິອາບ ອາບມັນກໍເປັນຕຸ່ມ."
ກ່ຽວກັບເຣຶ່ອງນີ້ ເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ແຂວງວຽງຈັນ ທ່ານນຶ່ງເວົ້າວ່າ ນໍ້າຊອງ ດໍາ ເປິເປື້ອນນັ້ນ ເກີດຈາກດິນດໍາ ທີ່ໄຫລຊຸລົງມາ ຈາກການເຈາະອຸໂມງ ເຮັດທາງຣົດໄຟ. ປັດຈຸບັນເຈົ້າໜ້າທີ່ ກໍາລັງຫາວິທີປ້ອງກັນ ຢູ່:
"ດິນຫັ້ນເຂົາເຈົ້າຈົກອອກມາ ດໍາຍ້ອນວ່າດິນຫັ້ນມັນດໍາ ມັນເປັນຫີນຕັບເບາະ ເປັນອັນນັ້ນນະ ມັນຢູ່ໃກ້ກັນນັ້ນຣະຫວ່າງ ເຂົາເຈາະອຸໂມງ ມາໃສ່ ທາງຣົດໄຟ ກັບຮ່ອງນໍ້າ ມັນໄຫລທະລັກອອກມາ ມັນໄຫລຊຶມອອກມາ ແລ້ວເຮົາກໍກໍາລັງວາງແຜນ ວິທີການ ແກ້ໄຂຢູ່ຫັ້ນ ພວກ ເຮົາມີວິທີການວ່າ ຕ້ອງໄດ້ຈົກໃຫ້ນໍ້າມັນພັກ ອວ່າຍນໍ້າ ຫລັງຈາກອອກປາກອຸໂມງ ບໍ່ໃຫ້ມັນໄຫລລົງໃສ່ນໍ້າຊອງ ໂດຍກົງ ຕ້ອງໄດ້ມີ ອ່າງພັກມັນ ໃຫ້ມັນຢູ່ໃນຫັ້ນ."
ທ່ານກ່າວຕື່ມອີກວ່າ ຄນະກັມການຣົດໄຟ ກໍ່ມາກວດກາເປັນປະຈໍາ ບໍ່ມີບັນຫາ ທີ່ຈະຕ້ອງກັງວົນ, ແຕ່ເມື່ອເວົ້າເຖິງເຣຶ່ອງນໍ້າເສັຍ ຈາກ ເຮືອນພັກ ໂຮງແຮມນັ້ນ ເຖິງຈະມີເຈົ້າໜ້າທີ່ ໄດ້ໄປກວດກາ ເຮັດບົດບັນທຶກໄວ້ຢູ່ ແຕ່ກໍມີບາງສ່ວນ ຍັງຣະເມີດລັກປ່ອຍ ນໍ້າເສັຍ ແລະ ເຈົ້າໜ້າທີ່ ຈະໄດ້ໄປກວດກາຄືນອີກເທື່ອໃໝ່ ໂດຍສະເພາະແມ່ນກວດກາ ຫາມົລພິດໃນນໍ້າ.