ເຄມີຈາກການເຈາະອຸໂມງ ໄຫຼສູ່ ນໍ້າລີກ
2020.02.19
ສານເຄມີ ທີ່ໄຫລມາຈາກການເຈາະອຸໂມງ ທາງຣົດໄຟ ລາວ-ຈີນ ເຮັດໃຫ້ປາຢູ່ນໍ້າລີກ ໃນເຂດບ້ານວຽງແກ້ວ ແລະ ບ້ານນາແທ່ນ ເມືອງ ກາສີ ແຂວງວຽງຈັນ ຕາຍຫລາຍ ຈົນເຮັດໃຫ້ທາງການເມືອງ ອອກປະກາດແຈ້ງການ ໃນມື້ວັນທີ 17 ກຸມພາ 2020 ຫ້າມບໍ່ໃຫ້ ປະຊາຊົນ ອາບແລະດື່ມ ແລະ ບໍ່ໃຫ້ກິນປາ ໃນນໍ້າລີກເດັດຂາດ ຍ້ອນປັດຈຸບັນ ນໍ້າຂຸ່ນຜິດປົກກະຕິ.
ເຈົ້າໜ້າທີ່ທີ່ກ່ຽວຂ້ອງໄດ້ໄປກວດກາສະຖານທີ່ເຈາະອຸໂມງ ແລະພົບວ່າ ນໍ້າໃນອ່າງເກັບນໍ້າ ເຈາະອຸໂມງ ທາງຣົດໄຟ ທີ່ປົນເປື້ອນດ້ວຍ ສານພິດເຄມີ ລົ້ນອອກມາແລະໄຫຼລົງນໍ້າລີກ ເຮັດໃຫ້ນໍ້າຂຸ່ນ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ດ້ານສິ່ງແວດລ້ອມ ເມືອງກາສີ ຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 18 ກຸມພານີ້ວ່າ:
“ກະມື້ວານ ເຮົາກະລົງໄປກວດກາຫັ້ນແລ້ວນໍ ອັນເຈາະອຸໂມງ ບັງເອີນມັນມີທາງແຕກ ແລ້ວມັນກໍລົ້ນອ່າງຂະເຈົ້າຫັ້ນນະ ບ່ອນຂະເຈົ້າເຈາະ ອຸໂມງ ມັນກະຢູ່ສູງຫັ້ນແຫລະ ແຕ່ວ່ານໍ້າທີ່ມັນລົ້ນ ນັ້ນມາລົງໃສ່ແມ່ນໍ້ານ້ອຍນໍ ແລ້ວມັນກໍໄຫລປ່ອງໃສ່ນໍ້າລີກ.”
ທ່ານກ່າວຕື່ມວ່າ ໄດ້ມີການປະຊຸມກັນ ຣະຫວ່າງຄະນະກໍາມະການກວດກາ ຂອງທາງການ ແລະບໍຣິສັດກໍ່ສ້າງທາງຣົດໄຟ ເພື່ອຫາທາງ ແກ້ໄຂບັນຫາດັ່ງກ່າວ. ຫາກທາງບໍຣິສັດ ເຮັດໃຫ້ສານເຄມີ ໄຫລລົງ ມາໃສ່ນໍ້ານັ້ນແທ້ ກໍຈະມີການປະຕິບັດຕາມ ຣະບຽບກົດໝາຍ, ໃນຂນະນີ້ຍັງລໍຖ້າຜົນ ຂອງການວິໃຈນໍ້າ ໃນນໍ້າລີກນັ້ນກ່ອນ.
ໃນຂນະດຽວກັນ ປະຊາຊົນບ້ານວຽງແກ້ວ ກໍເວົ້າວ່າ ບໍ່ໄດ້ໃຊ້ນໍ້າຢູ່ນໍ້າລີກແລ້ວ ຍ້ອນມີສານເຄມີ ໄຫລລົງໃສ່ນໍ້ານັ້ນ ເຮັດໃຫ້ປາຕາຍຫລາຍ ດັ່ງທີ່ທ່ານກ່າວວ່າ:
”ແມ່ນແລ້ວ ບໍ່ໄດ້ໃຊ້ນໍ້າ ຂະເຈົ້າປ່ອຍເຄມີລົງມາ ແລ້ວມັນກໍປາຕາຍນະ ຂະເຈົ້າບໍ່ໃຫ້ກິນປາຢູ່ ແມ່ນໍ້າລີກ ມັນກະຕາຍຟູໃນນໍ້າ ໂລດແລ້ວ.”
ອີງຕາມຣາຽງານຂອງສື່ມວນຊົນທາງການລາວ ໃນມື້ວັນທີ 18 ກຸມພາ 2020, ທ່ານ ສີທົນ ແສງພະຈັນ ເຈົ້າເມືອງກາສີ ເວົ້າວ່າສາເຫດ ທີ່ເຮັດໃຫ້ມີປາຕາຍຫລາຍ ຢູ່ນໍ້າລີກ ໃນເຂດບ້ານວຽງແກ້ວນັ້ນ ແມ່ນເກີດຈາກສານເຄມີ ຂອງບໍຣິສັດກໍ່ສ້າງທາງ ຣົດໄຟ ບໍຣິສັດນຶ່ງ ຢູ່ເມືອງ ກາສີ ຮົ່ວໄຫລລົງໃສ່ນໍ້າລີກ. ບໍຣິສັດໃຊ້ສານເຄມີນັ້ນ ເພື່ອເຮັດໃຫ້ຊີເມັນແຂງຕົວໄວ.
ໃນຂນະນີ້ ບໍ່ພົບປາຕາຍຕື່ມອີກ ແຕ່ທາງການເມືອງ ຍັງຫ້າມບໍ່ໃຫ້ປະຊາຊົນດື່ມ, ອາບ ແລະໃຊ້ນໍ້ານັ້ນຢູ່ ແລະຄາດວ່າຍັງຈະຫ້າມຕໍ່ໄປ ອີກໃນໄລຍະນຶ່ງ.
ໃນມື້ວັນທີ 18 ກຸມພານີ້ ຜແນກຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ແຂວງວຽງຈັນ ໄດ້ເຊັນບົດບັນທຶກ ກັບບໍຣິສັດຊິ ໂນໄຮໂດຣ ຂອງຈີນ ທີ່ທຳການກໍ່ສ້າງ ແລະ ເຈາະອຸໂມງ ຢູ່ໃກ້ກັບສາຍນ້ຳລີກ ເພື່ອປັບໄໝບໍຣິສັດດັ່ງກ່າວເປັນເງິນ 70 ລ້ານກີບ ເພື່ອຊົດເຊີຍຄວາມ ເສັຍຫາຍ ທີ່ໄດ້ເກີດຂຶ້ນ ພາຍຫຼັງທີ່ສາມາດກວດພົບວ່າ ບໍຣິສັດນີ້ ໄດ້ເຮັດຜິດແທ້ ແລະພ້ອມກັນນັ້ນ, ອຳນາດການປົກ ຄອງເມືອງກາສີ ກໍເສນີໃຫ້ທາງບໍຣິສັດ ເອົາໃຈໃສ່ຕື່ມ ໃນການເກັບມ້ຽນພາຊ ະນະ ບັນຈຸສານເຄມີ ແລະສິ່ງເສດເຫຼືອຕ່າງໆໃຫ້ເປັນຣະບົບ ເພື່ອບໍ່ໃຫ້ ເຫຕການນັ້ນເກີດຂຶ້ນຊ້ຳອີກ.