ພະຍຸຖລົ່ມເມືອງວັງວຽງ
2018.04.17

ເມື່ອວັນທີ 16 ເມສາ ຜ່ານມາເວລາ 17:00 ໂມງ ຕາມເວລາທ້ອງຖິ່ນ ລົມພະຍຸພັດເຂົ້າເມືອງວັງວຽງ ແຂວງວຽງຈັນ ເຮັດໃຫ້ຮ້ານຄ້າ ທີ່ ຕັ້ງຢາຍຂາຍ ໃນງານບຸນປີໃໝ່ລາວ ຮວມເຖິງເຮືອນພັກ ທີ່ຢູ່ແຄມນໍ້າຊອງ ເປ່ເພເສັຽຫາຍຫຼາຍແຫ່ງ, ດັ່ງ ພະນັກງານ ເຮືອນພັກແຫ່ງນຶ່ງ ໃນວັງວຽງ ເວົ້າຕໍ່ເອເຊັຍໃນວັນທີ 17 ເມສາ ນີ້ວ່າ:
"ມື້ວານມີພະຍຸເຂົ້າບາດດຽວ ປະມານເຄິ່ງຊົ່ວໂມງນີ້ແຫຼະ ເຂົ້າມາໜັກລະມາແຮງຫຼາຍ ເຮືອນພັກເຮົາບໍ່ໄດ້ຮັບ ຜົນເສັຽຫາຍມີແຕ່ເສັຽຫາຍ ຕົ້ນໄມ້ ເລັກໆນ້ອຍໆ ບ່ອນພັກທີ່ຢູ່ແຄມນໍ້າ ໂດຍກົງມັນຊິເສັຽຫາຍຫລາຍ."
ໃນເບື້ອງຕົ້ນເຈົ້າໜ້າທີ່ທາງການ ເມືອງວັງວຽງ ຍັງບໍ່ໄດ້ສລຸບຄວາມເສັຽຫາຍ ເນື່ອງຈາກຍັງຢູ່ໃນໄລຍະວັນພັກຣັຖການ ແຕ່ປະຊາຊົນໃນ ທ້ອງຖິ່ນຣາຍງານວ່າ ບໍ່ມີນັກທ່ອງທ່ຽວ ໄດ້ຮັບບາດເຈັບແລະເສັຽຫາຍ. ພາຍຫລັງພະຍຸສງົບ ບັນຍາກາດສລອງປີໃໝ່ ກໍ່ກັບມາມ່ວນຊື່ນ ຕາມປົກກະຕິ.
ວັນທີ 15 ເມສາ ຜ່ານມາລົມພະຍຸກໍພັດເຂົ້າ ນະຄອນຫລວງວຽງຈັນ ແລະແຂວງວຽງຈັນ ເຮັດໃຫ້ມີໝາກເຫັບຕົກຫຼາຍບ່ອນ ນອກຈາກນັ້ນ ຍັງມີລົມພັດແຮງ ເຮັດໃຫ້ບ່ອນຈັດງານສລອງປີ ໃໝ່ລາວ ບໍຣິເວນ ຫາດດອນຈັນ ເປ່ເພເສັຽຫາຍໜັກ.
ຢ່າງໃດກໍ່ຕາມ ກົມອຸຕຸນິຍົມວິທຍາ ແລະອຸທົກກະສາດ ແຈ້ງການຕື່ມວ່າ ໃນຕອນແລງ ຂອງວັນທີ 17 ເມສາ ນີ້ ຢູ່ແຂວງພາກເໜືອ ແລະ ພາກກາງ ຍັງຈະມີລົມພະຍຸພັດເຂົ້າຕື່ມ ເຮັດໃຫ້ມີລົມແຮງ ແລະຝົນຕົກໜັກ ຕັ້ງແຕ່ຕອນແລງ ຫາຕອນເດິກ ຍ້ອນຄວາມກົດດັນອາກາດສູງ ຍັງຈະສືບຕໍ່ປົກຄຸມພາກເໜືອ ຫາພາກກາງ ຈຶ່ງຂໍໃຫ້ ປະຊາຊົນລະມັດລະວັງເປັນພິເສດ ໃນການເດີນທາງ.