ຂ.ສາຣະວັນຂາດນໍ້າ ສໍາລັບ ນາແຊງ
2018.01.02
ແຂວງສາຣະວັນ ຍັງບໍ່ສາມາດສນອງນ້ຳໄດ້ທົ່ວເຖິງ ໃນເນື້ອທີ່ປູກເຂົ້ານາແຊງ ໃນປີນີ້ ທີ່ທາງການແຂວງ ຄາດໄວ້ປະມານ 11 ພັນ 8 ຮ້ອຍເຮັກຕາ ຍ້ອນຣະບົບຊົລປະທານເປ່ເພ ໂດຍສະເພາະໃນເຂດຫ່າງໄກ ທີ່ເມືອງຕຸ້ມລານ ວາປີ ແລະຄົງເຊໂດນ ຈຶ່ງເຮັດໃຫ້ປະຊາຊົນ ຈຳນວນນື່ງ ຫັນໄປປູກພືດ ທີ່ບໍ່ໃຊ້ນ້ຳຫຼາຍ ທົດແທນການເຮັດນາແຊງ. ດັ່ງເຈົ້າຫນ້າທີ່ ກຳສິກັມແລະປ່າໄມ້ ແຂວງສາຣະວັນ ທ່ານນຶ່ງກ່າວ ໃນມື້ວັນທີ 2 ມົກຣາ ນີ້ວ່າ:
"ສຳລັບນ້ຳແມ່ນກະມີນ້ຳພື້ນທີ່ບໍ່ພຽງພໍ ມັນກໍກ່ຽວກັບຄອງຊົລປະທານມັນເປ່ເພ ປະຊາຊົນຄ່າໄຟຟ້າກໍເພີ້ມເນາະເຂົາກະຫັນໄປເຮັດແນວອື່ນ."
ທ່ານກ່າວຕື່ມວ່າ ອີກສາເຫດນຶ່ງ ທີ່ປະຊາຊົນບໍ່ປູກເຂົ້ານາແຊງປີນີ້ ນອກຈາກນ້ຳບໍ່ພຽງພໍແລ້ວ ກໍແມ່ນຣາຄາເຂົ້າທີ່ຣັຖບານຮັບຊື້ ນັ້ນບໍ່ສົມ ກັບຄ່າການລົງທຶນປູກເຂົ້າ ດັ່ງຄ່າໄຟຟ້າໃນການປ້ຳນ້ຳ ແລະຄ່ານ້ຳ ຊາວກະສິກອນຕ້ອງໄດ້ຈ່າຍຢ່າງນ້ອຍ ປະມານ 1 ລ້ານກີບຕໍ່ເດືອນ ແລະການຂາດເຂີນແຮງງານຍ້ອນສ່ວນໃຫຍ່ ປະຊາຊົນຫັນໄປເຮັດແນວອື່ນ.
ໃນປັດຈຸບັນ ຊາວກະສິກອນ ຢູ່ເມືອງສາຣະວັນ ວາປີ ຫລື ຄົງເຊໂດນ ເຮັດນາແຊງໜ້ອຍລົງ ເນື່ອງຈາກບັນຫາຊົລປະທານເປ່ເພ ແລະຄ່າ ໃຊ້ຈ່າຍໃນການສ້ອມແປງຣະບົບຊົນລະປະທານ ແລະການເຮັດນາແຊງ ໃນປີນີ້ ກໍແພງເກີນໄປ ເປັນຕົ້ນຄ່າໄຟຟ້າ ແລະຄ່າຝຸ່ນປຸ້ຍ ແລະ ຢາຂ້າງສັດຕຣູພືດ ປະເພດຕ່າງໆ ຈື່ງເຮັດໃຫ້ຂະເຈົ້າຫັນໄປເຮັດແນວອື່ນ. ຢ່າງໃດກໍຕາມ ເຖິງແມ່ນວ່າ ທາງການແຂວງ ຈະບໍ່ສາມາດ ສນອງນ້ຳໄດ້ເທົ່າທີ່ຄວນ ແຕ່ຄາດວ່າ ການເຮັດນາແຊງໃນປີນີ້ ຈະສາມາດຜລິດເຂົ້າໄດ້ບໍ່ຕ່ຳກວ່າ 50 ພັນໂຕນ.