ເຈົ້າໜ້າທີ່ ຂ.ຄຳມວ່ນ ສືບຫາ ທີ່ມາ ເສືອຕາຍສາມໂຕ

ໄຊຍາ
2018.02.09
F-Tiger-khammouan ເສືອສາມໂຕ ທີ່ຖືກຂ້າຕາຍ ຊຶ່ງທາງເຈົ້າໜ້າທີ່ກວດກາປ່າໄມ້ ແລະປກສ ແຂວງຄໍາມວ່ນ ຍຶດມາໄວ້ເປັນຫຼັກຖານ ແລະກຳລັງເລັ່ງສືບຫາ ຜູ້ຢູ່ເບື້ອງຫລັງ
ຮູບຈາກ ເຈົ້າໜ້າທີ່ທາງການ ເມືອງຍົມມະລາດ ແຂວງຄໍາມ່ວນ

ເຈົ້າໜ້າທີ່ກວດກາປ່າໄມ້ ແລະ ປກສ ແຂວງຄໍາມວ່ນ ກຳລັງເລັ່ງສືບຫາຜູ້ຢູ່ເບື້ອງຫລັງ ແລະ ທີ່ມາຂອງຊາກເສືອໂຄ່ງ 3 ໂຕ ທີ່ຢຶດມາໄດ້ ທີ່ເມືອງຍົມມະລາດ ເມື່ອວັນທີ 12 ມົກກະຣາ ຜ່ານມາ ໂດຍການສືບຫາ ຈະຂຍາຍຜົນຈາກຄຳໃຫ້ການຂອງຜູ້ຕ້ອງຫາ ທີ່ສາຣະພາບວ່າ ກຳລັງຈະເຄື່ອນຍ້າຍອອກໄປສົ່ງຂາຍ ທີ່ວຽດນາມ. ດັ່ງເຈົ້າໜ້າທີ່ກຽ່ວຂ້ອງ ກັບຄະດີນີ້ກ່າວໃນວັນທີ 8 ກຸມພາ ນີ້ວ່າ:

"ຂະບວນການພໍ່ຄ້າສະເພາະເດ້ພວກນີ້ ລັກລອບກັນຢູ່ ລັກເຮັດໄປຫັ້ນນ່າ ເຂົາລັກຂາຍເຮົາກໍ່ບໍ່ຮູ້ນຳນະ ຊາວບ້ານໄປພົວພັນ ກັບພໍ່ຄ້າ ແລະໄປຂາຍ ໃຫ້ວຽດນີ້ເຂົາຕິດຕໍ່ຫາກັນນະ ຄົນພວກນີ້ ເຮົາກາບໍ່ໄດ້ເບາະ ພໍປານໃດນະ ມັນກໍ່ເປັນສີ່ງທີ່ຫ້າມແຫຼະໂຕນີ້ ແຕ່ວ່າເຂົາລັກ ເຮັດເດ້ ຄືວ່າແຫຼະ ເຈົ້າໜ້າທີ່ເຮົາປາບ ແບບເອົາຈິງເອົາຈັງຢູ່ ແຕ່ວ່າກໍ່ເປັນສິ່ງເກີນຫ້າມ."

ເຈົ້າໜ້າທີ່ໄດ້ຣາຍງານ ສະພາບຊາກສົບຂອງເສືອ ໂຕທີ 1 ມີນໍ້າໜັກ 165 ກິໂລ ຢູ່ໃນສະພາບແຂ້ວແຕກ ຄືກັບຖືກທຸບ ຫຼືງັດດ້ວຍວັດຖຸ ຂອງແຂງ ແລະໜ້າຜາກຖືກປາດ ເອົາໜັງອອກ; ສ່ວນໂຕທີສອງ ມີນໍ້າໜັກ 151 ກິໂລ ແຂ້ວເບື້ອງເທີງຊ້າຍ ຫັກສອງເຫລັ້ມ ແລະ ເລັບ ເບື້ອງຂວານຶ່ງເລັບ ຖືກຖອດອອກ ແລະ ໂຕທີສາມ ມີນໍ້າໜັກ 118 ກິໂລ ສະພາບແມ່ນເຄື່ອງໃນ ຖືກຄົວອອກໄປ.

ປັດຈຸບັນ ເຈົ້າໜ້າທີ່ໄດ້ນຳເອົາຊາກຂອງເສືອ ໄປເກັບໄວ້ໃນຕູ້ແຊ່ແຂງທີ່ຟາມເສືອ ຂອງບໍລິສັດ ວີນາ-ສາຄອນ ບ້ານນໍ້າດິກ ເມືອງຫີນບູນ ເພື່ອເກັບໄວ້ເປັນຫລັກຖານ ລໍຖ້າການດຳເນີນຄະດີຕໍ່ໄປ.

ສ່ວນຜູ້ຕ້ອງຫາທີ່ຈັບໄດ້ນັ້ນຊື່ວ່າ ທ້າວ ປໍວ່າງ ຫ້ວຍຍາງ ເປັນຊາວບ້ານທົ່ງແປ ເມືອງຄຳເກີດ ແຂວງບໍລິຄຳໄຊ ໃນເບື້ອງຕົ້ນ ກໍ່ຍອມ ສາຣະພາບ ວ່າເປັນພຽງແຕ່ ຜູ້ຮັບຈ້າງຂົນສົ່ງເທົ່ານັ້ນ ມີເປົ້າໝາຍຈະອອກໄປ ປະເທດວຽດນາມ ເມື່ອຂົນໄປເບື້ອງ ວຽດນາມ ແລ້ວຈະມີ ຄົນມາຮັບເອົາຕໍ່ໄປ. ໂດຍຜູ້ກຽ່ວບໍ່ຮູ້ວ່າເສືອສາມໂຕ ແມ່ນເປັນຂອງໃຜ ໄດ້ມາແຕ່ໃສ ຂນະທີ່ ເຈົ້າໜ້າທີ່ກໍ່ກຳລັງ ເລັ່ງສືບຫາທີ່ມາ ແລະ ຜູ້ຢູ່ເບື່ອງຫລັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.