ສປປລາວເປັນແຫຼ່ງຄ້າສັດປ່າ

ສົມເນ
2015.01.06
F-tiger ເສືອໂຄ່ງ ໃນ ສປປລາວ ທີ່ ກໍາລັງສູນພັນ
IMAGE SOURCE: wanderlust New road threatens tiger breeding area in Laos

 

ຣາຍງານ ຂອງ ອົງການ ຕິດຕາມ ເຄືອຂ່າຍ ລັກລອບ ຄ້າຂາຍ ສັດປ່າ (TRAFFIC) ຈາກ ເມືອງ ຊາຍຢາ ປະເທດ ມາເລເຊັຽ ກ່ຽວກັບ ການຍຶດ ຂອງກາງ ຈາກ ການລັກລອບ ຄ້າຂາຍ ສັດປ່າ ສໍາລັບ ປີ 2014 ຣະບຸ ວ່າ ສປປ ລາວ ມີບົດບາດ ຫລາຍດ້ານ ໃນ ຂະບວນ ການຄ້າຂາຍ ສັດປ່າ.

ເມື່ອ ວັນທີ 14 ເດືອນ ທັນວາ ເຈົ້າໜ້າທີ່ ພາສີ ຝຣັ່ງ ຢູ່ ສນາມບິນ ນາໆຊາຕ ຊາກເດີໂກນ ໄດ້ກວດເຫັນ ເຕົ່ານ້ອຍ ຫລັງລາຍ ຈໍານວນ 170 ໂຕ ທີ່ ເຊື່ອງ ໃນຫີບ ໂດຍມີຈຸດ ທີ່ໝາຍ ສົ່ງໄປຍັງ ສປປ ລາວ. ເຕົ່າ ຫລັງລາຍ ຊນິດນີ້ ມີ ຢູ່ປະເທດ ມາດາກັສກ້າ ແຫ່ງດຽວ ແລະ ເປັນສັດ ກໍາລັງ ສູນພັນ ທີ່ອົງການ ສາກົນ ຫ້າມ.

ຈາກ ການຍຶດ ເຕົ່າ ຈໍານວນນີ້ ເຮັດໃຫ້ ປະເທດລາວ ຕົກເປັນ ແຫ່ລງ ເປັນ ທາງຜ່ານ ຫລື ປາຍທາງ ຂອງການຄ້າ ສັດປ່າ ໃນຂນະທີ່ ສປປ ລາວ ຣາຍງານວ່າ ບໍ່ມີການ ຈັບ ຫລື ຍຶດ ສັດປ່າ ຣາຍສໍາຄັນ ຕລອດປີ 2014ນີ້.

ໃນເດືອນ ທັນວາ ຜ່ານມາ ອົງການ CITES ຈໍາແນກ ວ່າ ສປປ ລາວ ເປັນນຶ່ງ ໃນຈໍານວນ 3 ພາກສ່ວນ ສໍາຄັນ ທີ່ ຕ້ອງ ຕິດຕາມ ກ່ຽວກັບ ບົດບາດ ໃນການຄ້າ ງາຊ້າງ. ສປປ ລາວ ບໍ່ເຄີຍ ຣາຍງານ ການຈັບ ງາຊ້າງໃຫ້ ພາກສ່ວນ ເກັບຂໍ້ມູນ ການຄ້າ ງາຊ້າງ ETIS ຂອງ ອົງການ TRAFFIC ຈັກເທື່ອ ນັບແຕ່ ປີ 1989.

ໃນປີ 2014 ອົງການ TRAFFIC ຈັດ ສປປລາວ ວ່າ ເປັນແຫລ່ງ ສໍາຄັນ ຂອງ ຜລິຕຜົນ ສັດປ່າ ເປັນຕົ້ນວ່າ ບີ ໝີ. ທ່ານ Sarah Toner ຜູ້ຊ່ຽວຊານ ດ້ານສັດປ່າ ປະຈໍາ ອົງການ TRAFFIC ກ່າວວ່າ ການຈັບ ຍຶດ ຫລື ພົບເຫັນ ການຜລິດ ຜລິຕຜົນ ສັດປ່າ ເຮັດໃຫ້ ສປປລາວ ຖືກຈັດວ່າ ເປັນ ເສັ້ນທາງ ການຄ້າຂາຍ ສັດປ່າ ທີ່ ມີຣາຄາສູງ ແລະວ່າ ສປປລາວ ຖືກ ກຸ່ມແກ໋ງ ຄ້າສັດປ່າ ສວຍໃຊ້ ຍ້ອນ ວ່າ ລາວ ມີເຂດແດນ ຕິດກັບ 5 ປະເທດ ແລະ ຂາດ ເຈົ້າໜ້າທີ່ ປະຕິບັດ ທາງ ກົດໝາຍ.

ນອກນັ້ນ ຣາຍງານ ຍັງຊີ້ໃຫ້ ເຫັນ ການຈັບ ຫລື ຍຶດ ສັດປ່າ ໃນຫລາຍໆ ປະເທດ ນັບແຕ່ ຫລາຍ ປະເທດ ໃນ ອາຟຣິກາ, ຕະເວັນ ອອກກາງ, ເອເຊັຽ, ແລະ ຢູໂຣບ ທີ່ ເຊື້່ອມໂຍງ ເຖິງ ບົດບາດ ຂອງ ສປປລາວ ໃນການຄ້າ ສັດປ່າ.

ອົງການ TRAFFIC ໄດ້ຮຽກຮ້ອງ ໃຫ້ ທາງການລາວ ເພີ້ມຄວາມ ເອົາໃຈໃສ່ ໂດຍສະເພາະ ຢູ່ ສນາມບິນ ນາໆຊາຕ ວັດໄຕ ແລະ ດ່ານເຂົ້າ ອອກ ປະເທດ ຕາມຈຸດ ຕ່າງໆ ເພື່ອ ປະກອບສ່ວນ ກັບ ຄວາມ ພຍາຍາມ ຂອງ ນາໆຊາຕ ໃນການ ປາບປາມ ການຄ້າ ສັດປ່າ ທີ່ ຫວງຫ້າມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.