ໂຄງການ ຂຸດຄົ້ນບໍ່ແຮ່ ສ້າງຜົລກະທົບ ຫຼາຍດ້ານ

ອຸ່ນແກ້ວ
2022.04.07
ໂຄງການ ຂຸດຄົ້ນບໍ່ແຮ່ ສ້າງຜົລກະທົບ ຫຼາຍດ້ານ ການຂຸດຄົ້ນແຮ່ເຫຼັກຢູ່ແຂວງພາກກາງຂອງລາວ (ຊ້າຍ) ການສົ່ງແຮ່ເຫຼັກໄປຊາຍແດນວຽດນາມ (ຂວາ) ປີ 2021.
ນັກຂ່າວ ພົລເມືອງ

ການ​ຂຸດຄົ້ນບໍ່ແຮ່ໃນປະເທດລາວ ໄດ້ສ້າງຜົກະທົບຕໍ່ສິ່ງແວດລ້ອມ ແລະ ຊຸມຊົນໃກ້ຄຽງ. ຫຼັງຈາກທີ່ມີການຂຸດຄົ້ນແລ້ວ, ບໍຣິສັດຂຸດຄົ້ນ ສ່ວນຫຼາຍ ບໍ່ມີການຟື້ນຟູພາບແວດລ້ອມທີ່ເສັຽໄປນັ້ນ, ໄດ້ສົ່ງຜົກະທົບຕໍ່ການທຳມາຫາກິນຂອງປະຊາຊົນ.

ເຈົ້າ​ໜ້າທີ່ ອົງການພາກປະຊາສັງຄົມ ທ່ານນຶ່ງ ຜູ້ທີ່ເຮັດວຽກດ້ານສິ່ງແວດລ້ອມ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

ທຳລາຍຊັຍາກອນທັມຊາດເນາະ ຫຼັງຈາກເຮັດແລ້ວ, ກະບໍ່ມີການປັບປຸງ, ບໍ່ມີການບຸຣະນະຮັກສາຄືນ ອັນທີນຶ່ງຫັ້ນນະ, ອັນທີສອງລະແມ່ນ ຜົກະທົບຕໍ່ສັດນ້ຳສັດປ່າ ແລະ ກະປະຊາຊົນ. ປະຊາຊົນ ມັນກະແຕະຕ້ອງ ການທຳມາຫາກິນຂອງເຂົາຫັ້ນລະ.”

ເຂດ​ພື້ນທີ່ສັມປະທານຂຸດຄົ້ນບໍ່ແຮ່ ໄປກວມເອົາເນື້ອທີ່ດິນທຳກິນ ແລະ ເຮັດໃຫ້ຊາວບ້ານບໍ່ສາມາດຜລິດກະສິກັມເພື່ອລ້ຽງຊີບໄດ້.

ເຈົ້າ​ໜ້າທີ່ ອົງການພາປະຊາສັງຄົມ ທ່ານນີ້ ກ່າວຕື່ອີກວ່າ:

ໜໍ່ໄມ້ເຂົາກະຫາຍ ເນື້ອທີ່ທຳການລິດເຂົາກະຫາຍ ນ້ຳເຂົາກະເປັນພິດ ຂີ້ຫີນ ຂີ້ຫຍັງກະໄຫຼລົງມາໃສ່ໄຮ່ນາຕາກ້າເຂົ້າໝົດ ແຕ່ວ່າ ຕາມເຂົາວ່າ ເຂົາເຮັດແລ້ວຊິບຸຣະນະຫຍັງໃຫ້ຫັ້ນເຂົາເວົ້າຊື່ໆ ເຂົາບໍ່ເຮັດດອກອັນນັ້ນນະ. ເອົາໄປ, ເອົາມາ ກະແມ່ນປະຊາຊົນຫັ້ນ ຫຍຸ້ງຍາກ, ສັບສົນຫຼາຍ, ເຣື່ອງຜົກະທົບອັນນີ້ຫັ້ນ.”

ຢູ່​ເມືອງກະລຶມແລະ ເມືອງດາກຈຶງ ແຂວງເຊກອງ ທີ່ມີການຂຸດຄົ້ນຖ່ານຫີນ ແລະ ຂຸດຄົ້ນຄຳ ໄດ້ໄປກວມເອົາທີ່ດິນນາຂອງຊາວບ້ານ ແລະ ມີການຍົກຍ້າຍປະຊາຊົນ ອອກຈາກພື້ນທີ່ສັມປະທານ.

ເຈົ້າ​ໜ້າທີ່ ອົງການພາກປະຊາສັງຄົມ ຜູ້ດຽວກັນນີ້ ໄດ້ກ່າວວ່າ:

ຢູ່ກະລຶມ, ດາກຈຶງ. ມີແທ້ແນວນີ້ນະ ຊາວບ້ານທີ່ມີໄຮ່, ມີນາ ເຂົ້າອຸດົມສົມບູນ ຖືກເຂົາມາປະມູນເອົາໝົດ. ໄຮ່ນາຕາກ້າ ຂຸດຄົ້ນບໍ່ແຮ່, ດຽວນີ້ ມັນມີແຕ່ຂີ້ຫີນພູຢູ່ຕົ່ວຫັ້ນ.”

ຢູ່​ບາງແຂວງ ການຂຸດຄົ້ນບໍ່ແຮ່ ໄດ້ປ່ອຍນ້ຳເສັຽອອກຈາກອ່າງເກັບນ້ຳ ລົງມາໃສ່ເນື້ອທີ່ນາ ຂອງຊາວບ້ານ ແລະ ໜອງນ້ຳທັມມະຊາດ.

ເຈົ້າ​ໜ້າທີ່ ອົງການພາກປະຊາສັງຄົມ ທ່ານດຽວກັນນີ້ ກ່າວວ່າ:

ມັນຊິມີທັງນ້ຳເສັຽ, ມັນຊິມີທັງທໍາລາຍເນື້ອທີ່ທັມຊາດ, ມັນຊິມີທັງບ່ອນທຳມາຫາກິນ ຂອງປະຊາຊົນ. ອັນ Negative Impact (ຜົລກະທົບທາງລົບ) ຫັ້ນນ່າ. ເຣື່ອງຂຸດຄົ້ນບໍ່ແຮ່ ຜົກະທົບຫຼາຍໃດ ຜົກະທົບໃສ່ລາຍໄດ້ຂອງຊາວໄຮ່, ຊາວນນາ ກະພໍແຮງແລ້ວ.”

ຕົວ​ຢ່າງການຂຸດຄົ້ນບໍ່ແຮ່ເຫຼັກ ແລະ ຊືນ ທີ່ເປັນຂອງບໍຣິສັດຈີນ ຢູ່ເຂດເມືອງຫີນບູນ ແຂວງຄຳມ່ວນ ໄດ້ປ່ອຍນ້ຳເສັຽລົງມາໃສ່ໜອງນໍ້າທັມມະຊາດ.

ປະ​ຊາຊົນ ເມືອງຫີນບູນ ຜູ້ທີ່ຢູ່ໃກ້ກັບເຂດຂຸດຄົ້ນບໍ່ແຮ່ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

ເອີກະທົບກະໃນປ່າ​. ປ່າໄມ້ຫັ້ນແຫຼ ໃນອ່າງເປັນໃນອ່າງ, ອ່າງນ້ຳເສັຽເຂົາເຈົ້າ ບາງເທື່ອກະມັນດີ, ບາງເທື່ອມັນກະບໍ່ດີ ມັນລົ້ນມາ ບາງເທື່ອມັນກະລົ້ນເນາະ ມັນກະພາໃຫ້ນ້ຳຫັ້ນ ມັນອ່າງເກັບນ້ຳຫັ້ນ ບໍ່ໄດ້ວ່າຊັ້ນຊາ.”

ການ​ມາຂຸດບໍ່ແຮ່ຢູ່ແຂວງຄຳມ່ວນ ສ່ວນຫຼາຍມີແຕ່ບໍຣິສັດຈີນ ເຂົ້າມາສັມປະທານຂຸດຄົ້ນ.

ຊາວ​ເມືອງຫີນບູນ ທ່ານນີ້ ກ່າວຕື່ມວ່າ:

ມີແຕ່ຄົນຈີນໝົດນ່າ, ທາງ​​ຈີນໝົດ. ກະຂຸດຄົນບໍ່ແຮ່, ແຮ່ກົ່ວ, ປົວແປງເລັກໆ ໜ້ອຍໆ.”

ນອກ​ຈາກນີ້ ການຂຸດຄົນບໍ່ແຮ່ຢູ່ແຂວງ ໄຊສົມບູນ ໄດ້ສ້າງມົພິດທາງສຽງ-ທາງອາກາດ ແລະ ເຮັດໃຫ້ເສັ້ນທາງເປ່ເພ.

ເຈົ້າ​ໜ້າທີ່ ແຂວໄຊສົມບູນ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

ອັນນຶ່ງແມ່ນເກີດມີພື້ນທີ່ທັບຊ້ອນ ລະຫວ່າງບໍລິສັດ, ອັນສອງແມ່ນການສ້າງມົລພິດ ທາງອາກາດ (ຂີ້ຝຸ່ນ) ແລະ ມົລພິດທາງສຽງຂອງລົດ, ອັນສາມ ເຮັດໃຫ້ເສັ້ນທາງເປ່ເພ ໄປມາຫຍຸ້ງຍາກໃຫ້ປະຊາຊົນ ແລະ ຜູ້ໃຊ້ລົດ ໃຊ້ຖນົນ ຍ້ອນເສັ້ນທາງເປ່ເພ.”

ເຈົ້າ​ໜ້າທີ່ແຂວໄຊສົມບູນ ຍັງກ່າວວ່າ:

ຍາມແລ້ງມີຂີ້ຝຸ່ນ, ຍາມຝົນທາງເປັນບວກເປັນຕົມ, ການສັນຈອນໄປມາຫຍຸ້ງຍາກ ຕິດຂັດເພາະລົດແກ່ແຮ່ໃຫຍ່ຍາວ. ແຕ່ເສັ້ນທາງຄັບແຄບ, ຄົດຄ້ຽວ, ຄ້ອຍຊັນ ເຫລົ່ານີ້ເປັນຕົ້ນ.

ບາງ​ແຂວງກໍເດັດຂາດກັບບໍຣິສັດ ແຕ່ບາງແຂວງບໍໍ່ເດັດຂາດ ກັບບໍຣິສັດລົງທຶນ ໃນການຮັກສາສິ່ງແວດລ້ອມ.

ເຈົ້າ​ໜ້າທີ່ແຂວໄຊສົມບູນ ກ່າວຕື່ມອີກວ່າ:

ທາງກະຊວງ, ທາງແຂວງ ແລະ ບໍລິສັດ ກະໄດ້ຈັດກອງປະຊຸມປຶກສາຫາລື ເພື່ອຊອກທາງອອກຊ່ວຍກັນຫລາຍໆ ຄັ້ງ, ແຕ່ເບື້ອງບໍຣິສັດ, ບາງບໍລິສັດກະບໍ່ຢາກເອົາໃຈໃສ່ ໃຫ້ຄວາມຮ່ວມມື ບາງເທື່ອທາງເບື້ອງຣັຖ ໂດຍສະເພາະທາງແຂວງ ກໍໄດ້ໃຊ້ມາດຕະການຢ່າງໜັກໜ່ວງຂ້ຽວຂາດ ບໍຣິສັດຈຶ່ງຍ້ອມເຮັດຕາມ.”

ການ​ຂຸດຄົ້ນບໍ່ແຮ່ ສ່ວນຫຼາຍກະທົບຕໍ່ປ່າໄມ້ທີ່ຖືກຕັດ ແລະ ບຸກເບີກເນື້ອທີ່ດິນ ລວມທັງພູ ທີ່ຖືກຂຸດເຈະ ຫຼື ຣະເບີດ.

ເຈົ້າ​ໜ້າທີ່ກ່ຽວຂ້ອງທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ.

ໂຕຈິງກະແມ່ນ ຊັຍາກອນປ່າໄມ້ຫັ້ນແຫຼ ໂຕຈິງແທ້ໆແຫຼະ. ກະທົບແທ້ໆແຫຼະ ກັບໜ່ວຍພູເນາະ ພູນີ້ເປັນໜ່ວຍ​, ເຂົາຈົກລົງໝົດໂລດໃດ ກະທົບແທ້ໆ ແຕ່ວ່າຈົກລົງ ຈົກລົງ ເປັນພູໂລດນະ ພູສູງໆນີ້ ບໍ່ມີຍັງໂລດ ເຂົາເຮັດ ຕົ້ນໄມ້ຕົນຕອກນີ້ ບໍ່ໄດ້ເຫຼືອໂລດນະ.” 

ສ່ວນ​ຫຼາຍການຂຸດຄົ້ນບໍ່ແຮ່ ບໍ່ມີການຟື້ນສະພາບແວດລ້ອມ ໄລຍະຍາວ ຫຼັງຈາກທີ່ມີການຂຸດຄົ້ນບໍ່ແຮ່ແລ້ວ

ເຈົ້າ​ໜ້າທີ່ກ່ຽວຂ້ອງທ່ານດຽວກັນນີ້ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

ໂອ້ຍບໍ່ມີດອກ ເຂົ້າເວົ້າຊື່ໆ ອັນນັ້ນ ຢູ່ໃນສັນຍາການສັມປະທານ ຂຸດບໍ່ຂຸດຫຍັງນີ້ເອີ ຈາກຈົກແລ້ວເນາະ ຄືບໍ່ຖ່ານຫີນ, ບໍ່ເຫຼັກ, ບໍ່ທອງ, ບໍ່ຄຳ ບໍ່ມີຈັກເທື່ອວ່າເຂົາຊິຖົມຄືນໃຫ້ຄືເກົ່າ ມີແຕ່ເຂົາປະເລີຍ ເວົ້າລ້າໆໂຕນັ້ນນ່າ ບໍ່ມີ.”

ເຈົ້າ​ໜ້າທີ່ທ່ານນີ້ ກ່າວຕື່ມອີກວ່າ ທາງການບໍ່ບັງຄັບໃຊ້ກົດໝາຍ ສ່ວນຫຼາຍຈະເຂົ້າທາງຝ່າຍບໍຣິຫານ ເຂົ້າຫາເຈົ້າແຂວງເຈົ້າເມືອງແລ້ວ ກໍປ່ອຍໄປເລີຍ.

ປັດ​ຈຸບັນ ນັກລົງທຶນຈີນ ນິຍົມກັນ​​ເຂົ້າມາສໍຣວດ ແລະ ຂຸດຄົ້ນແຮ່ເຫຼັກ ໂດຍສະເພາະ ແຂວງ​​ທີ່ໃກ້ກັບຊາຍແດນ.

ບຸກຄົນທີ່ເຮັດວຽກຂຸດຄົ້ນແຮ່ເຫຼັກ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

ແຮ່ເຫຼັກນີ້ ມັນຂຸດຄົ້ນທຸກແຂວງ ອຸດົມໄຊ ບໍ່,​ ຊຽງຂວາງ ເຂດໃດໃກ້ຊາຍແດນລະມີໝົດນະ ເຂົາແກ່ອອກໄປໝົດທຸກເສັ້ນ. ທາງເໜືອ​, ທາງໃຕ້ນະ ທາງຊຽງຂວາງມີໝົດ ແກ່ອອກໄປທາງບໍ່ເຕັນ ນີ້ກະບໍ່ແມ່ນໜ້ອຍໆ ຫຼາຍນະ ແຮ່ເຫຼັກນີ້ ອອກໄປທຸກເສັ້ນທາງນະຢູ່ບ້ານເຮົາ.”

ບຸກ​ຄົນທ່ານນີ້ ຍັງກ່າວຕື່ມວ່າ:

ບໍຣິສັດຈີນ ທີ່ມາສັມປະທານຂຸດຄົ້ນແຮ່ເຫຼັກ ຈະເຊົ່າຣົຈົກ ຫຼື ກົນຈັກ ຄັນລະ 4,000 ໂດລາ ຕໍ່ເດືອນ ຖ້າເຊົ່າ 10 ຄັນ ກໍເປັນ 40,000 ຕໍ່ເດືອນ ເຊິ່ງບໍຣິສັດ ທີ່ມາສັມປະທານຂຸດຄົ້ນ ຍິ່ງ​​ຫາເງິນໄດ້ຫຼາຍເທົ່າ.”

ແຕ່​ໃນສ່ວນຂອງຣັບານເຫັນວ່າ ການໃຫ້ສັມປະທານຂຸດຄົ້ນບໍ່ແຮ່ ໄດ້ສ້າງລາຍຮັບເຂົ້າງົບປະມານຫຼາຍ ລ້ານໂດລາຣ໌.

ໃນ​ວັນທີ 4 ເມສາ 2022, ​ສຳນັກຂ່າວ Lao Youth Radio ໄດ້ຣາຍງານ ໂດຍ ອ້າງຂໍ້ມູນຈາກ ກະຊວງແຜນການ ແລະ ການລົງທຶນ ວ່າ: ປັດຈຸບັນ ຣັບານໄດ້ຄົ້ນຄວ້າພິຈາລະນາ ອະນຸຍາດການລົງທຶນດ້ານແຮ່ທາດທັງໝົດໃນທົ່ວປະເທດ ຈຳນວນ 308 ໂຄງການ ປະກອບມີ ໂຄງການປົກຕິ 262 ໂຄງກາ, ໂຄງການແຮ່ຫາຍາກ 8 ໂຄງການ ແລະ ໂຄງການທົດລອງ 38 ໂຄງການ.

ສະ​ເພາະ ການຂຸດຄົ້ນແຮ່ເຫຼັກ ສ້າງລາຍຮັບເຂົ້າງົບປະມານຫຼາຍລ້ານໂດລາ. Lao Youth Radio ຍັງຣາຍງານຕື່ອີກວ່າ: ໃນນັ້ນມີແຫ່ເຫຼັກ 31 ໂຄງການ ສາມາດສ້າງລາຍຮັບມອບເຂົ້າງົມານ 36 ລ້ານ ໂດລາຣ໌, ຫິນອ່ອນມາໂບ້ 2 ໂຄງການ, ຄຳເຄົ້າ 4 ໂຄງການ, ຄຳຕົກຂ້ອນ 1 ໂຄງການ.

ອີ​ຕາມຂໍ້ມູນຈາກຊາວບ້ານ, ກໍລະນີທີ່ຊາວບ້ານໄດ້ຮັບຜົກະທົບ ຈາກໂຄງການຂຸດຄົ້ນແຮ່ທາດ ມີດັ່ງນີ້:

  • ໃນ​ປີ 2020, ໂຄງການຂຸດຄົ້ນແຮ່ທາດ ລາວກະລຶມ ແຂວງ​ເຊກອງ ຂອງນັກລົງທຶນຈີນ ໄດ້ດຳເນີນການທົດລອງ ຂຸດຄົ້ນປຸງແຕ່ງຄຳ ແລ້ວປ່ອຍນ້ຳເສັຽ, ສິ່ງເສດເຫຼືອ ລົງສູ່ນ້ຳຫ້ວຍ ເຂດບ້ານຕະລ່ອງ, ບ້ານກະອວງ ແລະ ບ້ານອາແຕັງ ເມືອງກະລຶມ ແຂວງເຊກອງ.
  • ໃນ​ປີ 2020, ຊາວບ້ານ ເກືອບ 100 ຄອບຄົວ ໃນ 3 ບ້ານ ຢູ່ ເມືອງປາກແບງ ແຂວງອຸດົມໄຊ ທີ່ໄດ້ຮັບຜົລກະທົບ ຈາກໂຄງການຂຸດຄົ້ນ ແລະປຸງແຕ່ງ ແຮ່ຄໍາຂອງບໍຣິສັດຈີນ.
  • ໃນ​ປີ 2021, ມີ​ຣາຍ​ງານ​ວ່າ ໂຄງການຂຸດຄົ້ນ-ສຳຣວດບໍ່ແຮ່ ໃນແຂວງໄຊສົມບູນ ໄດ້ທໍາລາຍທັມມະຊາດ ແລະສິ່ງແວດລ້ອມ ເຂດທີ່ຢູ່ໃກ້ຄຽງກັບບໍ່ແຮ່ ທີ່ກຳລັງຂຸດຄົ້ນ ແລະ ສຳຣວດຢູ່ ເປັນ​ອັນ​ຕະ​ຣາຍ ຕໍ່ການດຳລົງຊີວິດ ຂອງຊາວບ້ານ ໂດຍ​ສະ​ເພາະ ຊາວ​ບ້ານ ໄດ້ສູດດົມເອົາຝຸ່ນເຂົ້າໄປໂດຍບໍ່ຮູ້ໂຕ.
  • ໃນ​ປີ 2021, ໂຮງງານຂຸດຄົ້ນແຮ່ທອງ ບໍຣິສັດ CNP ສຳຣວດ ແລະ ຂຸດຄົ້ນແຮ່ທາດ ຂອງຈີນ ທີ່ຕັ້ງຢູ່ໃກ້ກັບ ບ້ານນາສະຫວ່າງ ເມືອງນາໝໍ້ ແຂວງອຸດົມໄຊ ສົ່ງຜົລກະທົບຕໍ່ຊາວບ້ານ. ລຳນໍ້າປາກເປັນ​ຂີ້​ຕົມ ຍ້ອນໂຮງງານໄດ້ປ່ອຍນໍ້າເສັຽ​ທີ່​ມີ​ສານ​ເຄ​ມີ ລົງ​ໃສ່​ນ້ຳປາກ.
  • ໃນ​ທ້າຍປີ 2021, ໂຄງການຂຸດຄົ້ນແຮ່ປູນ ຂອງບໍຣິສັດເອກຊົນ ເຊິ່ງເປັນເຄືອຂ່າຍຂອງບໍຣິສັດ ລ້ານຊ້າງ ມິເນໂຣ ລິມິເຕັດ ຢູ່ບ້ານໜອງກະແດ້ງ ເມືອງວິລະບູຣີ ແຂວງສວັນນະເຂດ ເຮັດໃຫ້ດິນນາຂອງຊາວບ້ານຍຸບເປັນຂຸມຫຼາຍຂຸມ ຈົນວ່າຊາວບ້ານບໍ່ສາມາດເຮັດນາໄດ້.
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.