ໂຮງງານອົບຂີ້ເບັຽຖືກສັ່ງປິດ
2016.10.12
ຣັຖບານບານລາວ ໄດ້ອອກຄຳສັ່ງ ໃຫ້ໂຮງງານ ອົບຂີ້ເບັຽ ທີີ່ເປັນຂອງ ບໍຣິສັດ ບອນທູບີ ອາຄີເທັກ ຈຳກັດ ຢຸດການ ດຳເນີນງານ ຢ່າງ ເດັດຂາດ ຍ້ອນສົ່ງ ຜົນກະທົບ ຕໍ່ ສິ່ງແວດລ້ອມ ແລະ ຊຸມຊົນ. ຄຳສັ່ງ ດັ່ງກ່າວ ມີຂຶ້ນ ໃນຕອນບ່າຍ ຂອງ ວັນທີ 11 ຕຸລາ ຜ່ານມາ ຫລັງຈາກ ທີ່ ທ່ານ ຈະເລີນ ເຢັຽປາວເຮີ ຣັຖມົນຕຼີ ປະຈຳ ສຳນັກງານ ນາຍົກ ຣັຖມົນຕຼີ ແລະ ເຈົ້າໜ້າທີ່ ກ່ຽວຂ້ອງ ໄດ້ລົງ ຕິດຕາມ ການດຳເນີນງານ ຂອງໂຮງງານ ດັ່ງກ່າວ ຢູ່ ບ້ານດຸງ ເມືອງ ໄຊເສດຖາ ນະຄອນຫຼວງ ວຽງຈັນ.
ໂຮງງານ ອົບຂີ້ເບັຽ ດັ່ງກ່າວ ໄດ້ເລີ້ມເປີດ ດຳເນີນງານ ມາແຕ່ວັນທີ 5 ພຶສພາ ປີ 2015 ເປັນຕົ້ນມາ ແລະໄດ້ສົ່ງ ກິ່ນເໝັນ ຂິວ ໄປສູ່ ຊຸມຊົນ ໃນເຂດບ້ານ ບ້ານດຸງ ແລະ ບ້ານນາໄຫ ເມືອງ ໄຊເສດຖາ ນະຄອນຫຼວງ ວຽງຈັນ. ນອກນັ້ນ ທ່ານ ຈະເລີນ ເຢັຽປາວເຮີ ຍັງ ມີຄຳສັ່ງ ບໍ່ໃຫ້ນຳເອົາ ຂີ້ເບັຽ ເຂົ້າມາໃນ ໂຮງງານ ນັ້ນອີກ.
ອີງຕາມແຈ້ງການ ຂອງກົມຄວບຄຸມ ມົລພິດ ກະຊວງ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ໂຮງການດັ່ງກ່າວ ໄດ້ ດຳເນີນການ ອົບຂີ້ເບັຽ ທີ່ນໍາມາ ຈາກ ໂຮງງານ ເບັຽລາວ ປະມານ 80 ໂຕນ ໃນແຕ່ລະມື້.
ໂຮງງານນີ້ ຕັ້ງຢູ່ ບ້ານດຸງ ໃນເນື້ອທີ່ ປະມານ 25,000 ຕາຕະຣາງ ແມັດ ເປັນຂອງ ທ່ານ ໄຊຍະເດດ ວົງໄຊ ຊຶ່ງເປັນລູກຊາຍ ຂອງ ທ່ານ ກິດສະໜາ ວົງໄຊ ປະທານ ບໍຣິສັດ ເບັຽລາວ. ແຈ້ງການ ຣະບຸວ່າ ໂຮງງານ ດັ່ງກ່າວ ນອກຈາກ ສົ່ງຜົນກະທົບ ຕໍ່ ສິ່ງແວດລ້ອມ ເປັນຕົ້ນ ບັນຫາ ກິ່ນເໝັນ, ແລະຂິວ ຈາກການເຜົາ ຖ່ານຫີນແລ້ວ, ຈຸດທີ່ຕັ້ງ ຂອງໂຮງງານ ກໍ ບໍ່ເໝາະສົມ ຊຶ່ງໃກ້ກັບ ທີ່ຢູ່ອາໄສ ຂອງ ປະຊາຊົນ ເກີນໄປຮ່ວມທັງ ບໍ່ໄດ້ຂໍ ອະນຸຍາດ ສ້າງຕັ້ງ ຕາມຂັ້ນຕອນ ຂອງທາງການ ແລະບໍ່ມີ ເອກະສານ ອະນຸຍາດ ໃນ ການສ້າງຕັ້ງ ຈາກພາກສ່ວນ ກ່ຽວຂ້ອງ.