ສາກົນສເນີຣັຖບານລາວ ທົບທວນ ເຂື່ອນຊະນະຄາມ
2020.11.27

ເຈົ້າໜ້າທີ່ຣັຖບານ ແລະ ອົງການຮັກສາສິ່ງແວດລ້ອມສາກົນ ສເນີໃຫ້ຣັຖບານລາວ ພິຈາຣະນາຄືນໃໝ່ກ່ຽວກັບໂຄງການສ້າງ ເຂື່ອນ ຊະນະຄາມ ຊຶ່ງເປັນເຂື່ອນແມ່ນ້ຳຂອງ ອີກແຫ່ງນຶ່ງຂອງລາວ.
ໃນກອງປະຊຸມທາງໄກ ຂອງຄະນະກັມມາທິການແມ່ນ້ຳຂອງ ສາກົນ ແລະ ບັນດາປະເທດຫຸ້ນສ່ວນເມື່ອວັນ ທີ່ 24 ເດືອນພຶສຈິກາ 2020 ນີ້, ຜູ້ເຂົ້າຮ່ວມທັງໝົດ 200 ຄົນ ໄດ້ສະແດງ ຄວາມເປັນຫ່ວງຕໍ່ ຜົນກະທົບ ຈາກ ເຂື່ອນຊະນະຄາມ ດັ່ງກ່າວ.
ຄະນະກັມມາທິການ ແມ່ນ້ຳຂອງສາກົນ ສເນີວ່າ ກອງປະຊຸມຫາລື ເບື້ອງຕົ້ນ ຄວນເປີດໂອກາດໃຫ້ ເຈົ້າໜ້າທີ່ ແລະ ປະຊາຊົນໄດ້ມີ ໂອກາດ ສະແດງຄວາມຄິດຄວາມເຫັນ ຢ່າງເຕັມທີ່ກ່ຽວກັບຜົນກະທົບ ທີ່ຈະເກີດຂຶ້ນ.
ຜູ້ເຂົ້າຮ່ວມກອງປະຊຸມ ຍັງສເນີໃຫ້ຣັຖບານລາວ ແລະ ບໍຣິສັດດາຖັງຂອງຈີນ ຄວນດຳເນີນ ການສຶກສາສຳຣວດ ຜົນກະທົບຢ່າງກວ້າງ ຂວາງ ໃຫ້ສຶກສາສຳຣວດເຖິງຜົນກະທົບຕໍ່ສິ່ງ ແວດລ້ອມ ແລະ ສັງຄົມ ຢ່າງຮອບດ້ານ. ເຈົ້າຂອງເຂື່ອນ ຕ້ອງເປີດເຜີຍບົດການສຶກສາ ສຳຣວດ ໃຫ້ສາທາຣະນະຮູ້.
ຄະນະກັມມາທິການແມ່ນ້ຳສາກົນ ຍັງຣະບຸວ່າ ເຈົ້າຂອງເຂື່ອນຊະນະຄາມ ໄດ້ສເນີ ວິທີແກ້ໄຂ ແລະ ປ້ອງກັນຜົນກະທົບແດ່ແລ້ວ ແຕ່ວິທີ ເຫລົ່ານັ້ນ ຍັງບໍ່ດີພໍ ເປັນຕົ້ນນະໂຍບາຍ ການໃຫ້ຄ່າຊົດເຊີຍ ຍັງບໍ່ພຽງພໍ ແລະການຊ່ວຍຊາວບ້ານ ທີ່ໄດ້ຮັບຜົນກະທົບ ກໍຍັງບໍ່ສົມເຫດ ສົມຜົນ.
ສະມາຊິກຄະນະກັມມາທິການແມ່ນ້ຳຂອງ ຫລາຍປະເທດ ເຫັນວ່າ ເຂື່ອນຊະນະຄາມ ຍິ່ງເຮັດໃຫ້ຣະດັບນ້ຳຂອງ ປ່ຽນແປງ ຂື້ນໆລົງໆ; ໃນຍາມແລ້ງຕົວຢ່າງ ເມື່ອປີກາຍແລະປີນີ້ ແມ່ນ້ຳຂອງໄດ້ບົກແຫ້ງ ຢ່າງຜິດປົກກະຕິ ເຮັດໃຫ້ການຫາປາ ແລະ ທຳມາຫາກິນຂອງປະຊາຊົນ ໄດ້ຮັບຜົນກະທົບ ຢ່າງແຮງ.
ນອກຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ຍັງສເນີໃຫ້ຣັຖບານລາວ ແລະ ບໍຣິສັດສ້າງເຂື່ອນຊະນະຄາມ ເປີດເຜີຍຂໍ້ມູນໃໝ່ເພິ້ມຕື່ມ ກ່ອນຈະມີ ກອງປະຊຸມຫາລືເບື້ອງຕົ້ນ.
ທ່ານ An Pich Hatda ຫົວໜ້າຄະນະບໍຣິຫານງານ ຄະນະກັມມາທິການແມ່ນ້ຳຂອງສາກົນ ກ່າວວ່າ ມາຕການແກ້ໄຂຜົນກະທົບ ເປັນບັນຫາ ສຳຄັນທີ່ສຳຣັບໂຄງການສ້າງ ເຂື່ອນຊະນະຄາມ ເພາະເຂື່ອນ ແຫ່ງນີ້ ບໍ່ພຽງແຕ່ຈະສົ່ງຜົນກະທົບ ຕໍ່ປະຊາຊົນທ້ອງຖິ່ນ ແຕ່ຈະສົ່ງຜົນກະທົບຂ້າມຊາດນຳອີກ.
ສ່ວນຣັຖບານໄທຍ ນັ້ນໄດ້ສະແດງຄວາມເປັນຫ່ວງ ຢ້ານເຂື່ອນຊະນະຄາມ ຈະປ່ຽນແປງເຂດຊາຍແດນ ຕາມລຳແມ່ນ້ຳຂອງ ຣະຫວ່າງ ໄທຍແລະລາວ.
ສຳຣັບ ຍານາງ ບຸນຄຳ ວໍຣະຈິດ ຮອງຣັຖມົນຕຣີ ກະຊວງຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມຂອງລາວ ກ່າວຕໍ່ ກອງປະຊຸມ ນີ້ວ່າ ພວກເຮົາຈະພຍາຍາມແກ້ໄຂ ທຸກບັນຫາ ທີ່ຜູ້ເຂົ້າກອງປະຊຸມ ໄດ້ສເນີມາ ກ່ອນຈະລົງມືສ້າງ. ໂຄງການເຂື່ອນຊະນະຄາມ ເປັນແຜນ ຂອງຣັຖບານລາວ ທີ່ຈະຜລິດກະແສໄຟຟ້າ ສົ່ງອອກໃຫ້ໄດ້ເຖິງ 20 GW ພາຍໃນປີ 2030.