ອັນຕະພານຈາກ ຈີນ ວຽດນາມ

ສິດນີ
2015.08.06
F-Robber ຄົນຂະໂມຍ ທີ່ຊອກງັດແງະ ລັກຊັພສິນ ຂອງ ປະຊາຊົນ ທີ່ຖືກຈັບໄດ້ ຢູ່ນະຄອນຫຼວງ
Courtesy of Tholakhong

ເຈົ້າໜ້າທີ່ ກະຊວງ ປ້ອງກັນ ຄວາມສງົບ ທ່ານນຶ່ງ ເວົ້າວ່າ, ປັດຈຸບັນ ຢູ່ ນະຄອນ ຫຼວງວຽງຈັນ ປະກົດວ່າ ມີກຸ່ມ ອັນຕະພານ ຈາກ ຈີນ ແລະ ວຽດນາມ ເຂົ້າມາ ກໍ່ເຫດການ ໂຈຣະກັມ ແລະ ສິ່ງບໍ່ດີ ຕ່າງໆ ຫຼາຍຂຶ້ນ ນັບມື້, ເຮັດໃຫ້ ເຈົ້າໜ້າທີ່ ຕ້ອງໄດ້ ຮັບພາລະ ໜັກ ຂຶ້ນຕື່ມ.

ການ ປາບປາມ ທໍາລາຍ ມ້າງກຸ່ມ ອັນຕະພານ ພວກນີ້, ເຈົ້າໜ້າທີ່ ລາວ ຕ້ອງໄດ້ ສວຍໃຊ້ ອະດີດ ສະມາຊິກ ແກ໊ງ ຜູ້ທີ່ເຄີຍ ຖືກຈັບ ມາກ່ອນ, ເພື່ອມາໃຫ້ ຂໍ້ມູນ ເຣື້ອງການ ເຄື່ອນໄຫວ ຂອງພວກ ອັນຕະພານ. ດັ່ງທ່ານ ກ່າວວ່າ:

"ບັນຫາ ນີ້ ຫລະແມ່ນ ພວກເຮົາ ຕ້ອງ ສ້າງພື້ນຖານ, ເພື່ອນ ຮ່ວມງານ ຢູ່ ໃນສັງຄົມ ນີ້ ໃຫ້ມັນຫຼາຍ, ໂດຍສະເພາະ ແລ້ວແມ່ນ ຄົນວຽດນາມ ຄົນຈີນ ທີ່ ພວກເຮົາ ຈະໃຊ້ມັນ ໄດ້ຫັ້ນ, ມັນຈະຮູ້ ກຸ່ມແກ໊ງ ພວກນີ້ ພວກເຮົາ ຮູ້ປະຫວັດ ມັນແດ່ແລ້ວ ກໍ ເອົາມັນມາ ສຶກສາ ອົບຮົມ ນຳໃຊ້ມັນ, ນີ້ຖືວ່າ ໄດ້ດີ ຖ້າ ເຮົາບໍ່ໃຊ້ ພວກນີ້ ເຮົາກະອາດ ບໍ່ຮູ້ມັນ".

ທ່ານກ່າວ ຕື່ມວ່າ ການ ເອົາອະດີດ ສະມາຊິກ ແກ໊ງ ຕ່າງຊາດ ເຂົ້າມາ ຊ່ອຍ ວຽກງານ ຂອງ ເຈົ້າໜ້າທີ່ ນັ້ນ, ເປັນການ ລອງໃຊ້ ພຽງຊົ່ວຄາວ, ຖ້າ ບໍ່ໄດ້ຜົລ ກໍເຊົາໃຊ້ ແຕ່ ຖ້າເຂົາໃຫ້ ຄວາມ ຮ່ວມມື ໃນການ ຈັບກຸມ ແລະ ດຳເນີນ ຄະດີ ແລ້ວ, ທາງການ ລາວ ກໍຈະສົ່ງ ຂະເຈົ້າ ກັບ ບ້ານ, ບໍ່ຈຳເປັນ ທີ່ຈະໃຊ້ ວຽກດົນ, ເພາະ ທາງ ເຈົ້າຫນ້າທີ່ ກໍມີສາຍ ສະເພາະ ໃນການໃຫ້ ຂໍ້ມູນ.

ທ່ານວ່າ ສາເຫດ ສຳຄັນ ທີ່ພາໃຫ້ ຄົນຈີນ ແລະ ຄົນວຽດນາມ ເຂົ້າມາ ຕັ້ງ ແກ໊ງ ໃນລາວ ນັ້ນ, ຍ້ອນວ່າ ພວກນັກເລງ ໃນລາວ ບໍ່ເປັນກຸ່ມ ເປັນກ້ອນ ໃຫຍ່ໆ, ໃນການກໍ່ ເຫດ ອາຊຍາກັມ, ໂດຍສະເພາະ ການລັກ ຊັບ ຕາມ ບໍຣິສັດ, ບ້ານເຮືອນ, ຂອງ ປະຊາຊົນ ຮ່ວມທັງ ການຄ້າຂາຍ ສິ່ງທີ່ ຜິດ ກົດຫມາຍ. ດັ່ງນັ້ນ ພວກຂະເຈົ້າ ຈຶ່ງ ເຂົ້າມາ ຕັ້ງ ໃຫ້.

ທາງການ ໄດ້ ຮຽກຮ້ອງ ໃຫ້ ປະຊາຊົນ ເປັນຫູ ເປັນຕາ ໃຫ້ ເຈົ້າຫນ້າທີ່ ໃນການ ຈັບກຸມ ແລະ ຕິດຕາມ ປາບປາມ ກຸ່ມ ອັນຕະພານ ພວກນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.