ດິນເຈື່ອນແຄມນໍ້າງື່ມ ບ້ານທ່າງ່ອນ

ມະນີຈັນ
2019.08.19
f-ThaNgone ສະພາບຂອງດິນເຈື່ອນ ຢູ່ ບ້ານທ່າງ່ອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ
screen captured : citizen journalist video

ເກີດເຫດດິນເຈື່ອນ ຢູ່ເຂດຮ້ານອາຫານ ເຮືອນແພ ແຄມນໍ້າງື່ມ ບ້ານທ່າງ່ອນ ເມືອງໄຊທານີ ນະຄອນຫລວງວຽຈັນ ໃນຕອນທ່ຽງ ຂອງມື້ ວັນທີ 16 ສິງຫາ ນີ້ ເຮັດໃຫ້ເຮືອນປະຊາຊົນ ຫຼັງນຶ່ງທີ່ຢູ່ເບື້ອງເກັບເງິນ ຄ່າຜ່ານຂົວເກົ່າ ທີ່ກໍາລັງກໍ່ສ້າງ ເຈື່ອນລົງນໍ້າງື່ມ, ຕາມຄໍາເວົ້າ ຂອງ ເຈົ້າຂອງຮ້ານອາຫານເຮືອນແພ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ສິງຫານີ້:

"ເຮືອນປະຊາຊົນ ຢູ່ຟາກເບື້ອງນັ້ນ ບ່ອນນັ້ນມັນເປັນຕະລິ່ງ ເຮືອນນັ້ນບໍ່ມີກັນເຈື່ອນຫັ້ນນະ ແລ້ວຍຸບລົງຊື່ໆ ມັນຍຸບແລ້ວມັນເຈື່ອນລົງ ກໍເປີດປົກກະຕິຄືເກົ່າເຈົ້າ ຍັງໃຫ້ບໍຣິການຄືເກົ່າ ຍັງໃຫ້ບໍຣິການຄືເກົ່າ."

ທ່ານເວົ້າຕື່ມວ່າ ເຫດທີ່ເກີດຂຶ້ນນັ້ນ ບໍ່ມີຜູ້ໄດ້ຮັບບາດເຈັບ ຫລືເສັຽຊີວິດ ຍ້ອນມີແຕ່ເຮືອນນຶ່ງຫລັງ ທີ່ເຈື່ອນລົງນໍ້າງື່ມ ແລະອີກ 2 ຫລັງ ທີ່ຢູ່ຕິດກັນນັ້ນເສັຽຫາຍ ແລະຄາດວ່າຈະເຈື່ອນ ລົງຄືກັນ ໃນໄວໆນີ້ ຍ້ອນບໍ່ມີກັນເຈື່ອນ ຊຶ່ງຜູ້ເປັນເຈົ້າຂອງ ກໍໄດ້ເກັບ ມ້ຽນເຄື່ອງຂອງ ອອກຈາກເຮືອນ ນັ້ນໝົດແລ້ວ.

ກ່ອນເກີດເຫດດິນເຈື່ອນ ເທື່ອນີ້ ໄດ້ມີຝົນຕົກໜັກ ເຮັດໃຫ້ນໍ້າງື່ມຍຶ່ງຂຶ້ນ ແລະໄຫລແຮງ ແຕ່ກໍບໍ່ຄຶດວ່າ ຈະເຮັດໃຫ້ດິນເຈື່ອນ ຍ້ອນບໍ່ເຄີຍ ເກີດຂຶ້ນມາກ່ອນ.

ສ່ວນຮ້ານອາຫານ ບຸນຄໍາ ທີ່ໃຫ້ບໍຣິການເປັນຮ້ານອາຫານ ເຮືອນແພ ແລະຢູ່ຕິດກັບເຮືອນ ທີ່ເຈື່ອນລົງນໍ້າງື່ມນັ້ນ ກໍໄດ້ຮັບຜົລກະທົບ, ຕ້ອງ ໄດ້ຍ້າຍເຮືອນແພ ອອກຈາກຈຸດເກີດເຫດ ເພື່ອຄວາມປອດພັຍ ຂອງຜູ້ຄົນ ທີ່ມາກິນອາຫານ.

ທາງຝ່າຍເຈົ້າໜ້າທີ່ ຫ້ອງການເມືອງໄຊທານີ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ແບບສັ້ນໆວ່າ ຍັງບໍ່ຮູ້ລາຍລະອຽດ ກໍາລັງລົງກວດກາເບິ່ງສະພາບ ຄວາມເສັຽຫາຍ ທີ່ຈຸດເກີດເຫດນັ້ນຢູ່.

ຢ່າງໃດກໍຕາມ ຕາມທີ່ນັກຂ່າວວິທຍຸເອເຊັຽເສຣີ ໄດ້ລົງພື້ນທີ່ໄປເບິ່ງ ສະພາບ ບ້ານເຮືອນຂອງປະຊາຊົນ ບ້ານທ່າງ່ອນ ເມື່ອປີກາຍ ສັງເຫດເຫັນວ່າມີ ຫລາຍຄອບຄົວ ທີ່ມັກປຸກເຮືອນ ຢູ່ແຄມນໍ້າງື່ມ ແລະມີຄວາມສ່ຽງ ທີ່ຈະເກີດດິນເຈື່ອນ ຍ້ອນບໍ່ມີ ການສ້າງສິ່ງກັນເຈື່ອນ ຕາມແຄມນໍ້າງື່ມ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.