ທາງດ່ວນ ວຈ ໝາຍເລຂ 1 ບຸກເບີກ ດິນຊາວບ້ານ
2020.11.20

ຜູ້ຮັບເໝົາໂຄງການ ກໍ່ສ້າງທາງດ່ວນວຽງຈັນ ໝາຍເລຂ 1 ເຣີ່ມນຳເຄື່ອງກົລຈັກໜັກ ເຂົ້າມາທຳການ ບຸກເບີກ ໜ້າດິນຊາວບ້ານ ໃນເຂດເມືອງໄຊທານີ ເພື່ອກໍ່ສ້າງ ເສັ້ນທາງດ່ວນວຽງຈັນ ໝາຍເລຂ 1 ແລ້ວ. ຕໍ່ເຫດການດັ່ງກ່າວ, ເມື່ອກາງຄືນ ວັນທີ 09 ພຶສຈິກາ ທີ່ຜ່ານມານີ້, ຈຶ່ງເຮັດໃຫ້ມີເຫດການ ທີ່ຊາວບ້ານ ບ້ານນາແຄ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພາກັນໄປຂັບໄລ່ ຄົນຂັບຣົດບັນທຸກ ແລະ ຣົດດຸດ ເພື່ອບໍ່ໃຫ້ມາດຸດດິນ ຂອງພວກເຂົາ ເພາະຍັງບໍ່ສາມາດຕົກລົງ ຄ່າຊົດເຊີຍ ທີ່ດິນໄດ້ເທື່ອ. ດັ່ງສຽງ ຂອງກຸ່ມຊາວບ້ານ ທີ່ພາກັນມາ ຂັບໄລ່ຜູ້ຂັບ ຣົດບັນທຸກ ແລະ ຣົດດຸດດິນ ໄດ້ພາກັນຮ້ອງໂຮ ໂອ້ເອ້ເປ້ຖົງ ຂັບໄລ່ ໃນຕອນນຶ່ງວ່າ:
“ເບິ່ງເດີ້! ເບິ່ງເດີ້! ພໍ່ແມ່ນພີ່ນ້ອງ ປະຊາຊົນ. ໂຄງການທາງດ່ວນ ໝາຍເລຂ 1 ລັກບຸກລຸກ ດິນປະຊາຊົນ ຕອນກາງຄືນ. ເຂົາເວົ້າວ່າ ຊິບໍ່ເຮັດຕອນກາງເວັນ, ແຕ່ເຂົາມາລັກເຮັດ ຕອນກາງຄືນ.”
ກ່ຽວກັບ ການຊົດເຊີຍ ຄ່າເສັຽຫາຍ ໃຫ້ແກ່ຊາວບ້ານ ທີ່ໄດ້ຮັບຜົລກະທົບ ຕາມແລວທາງດ່ວນ ວຽງຈັນ ໝາຍເລຂ 1 ນີ້, ກໍຍັງບໍ່ທັນສຳເຣັດ ຢ່າງທົ່ວເຖິງເທື່ອ ເນື່ອງຈາກໃນເບື້ອງຕົ້ນ ພາກສ່ວນທີ່ກ່ຽວຂ້ອງ ສເນີໃຫ້ຄ່າຊົດເຊີຍ ແກ່ຊາວບ້ານ ໃນລາຄາພຽງ 80,000 ກີບ ໄປຈົນເຖິງ 150,000 ກີບ ຕໍ່ຕາຕະລາງແມັຕ ເທົ່ານັ້ນ, ເຊິ່ງເປັນລາຄາ ທີ່ຕ່ຳເກີນໄປ ຈົນຊາວບ້ານ ບໍ່ສາມາດໄປຊອກ ຊື້ດິນບ່ອນໃໝ່ໄດ້ ແລະ ບໍ່ຍອມຮັບເອົາ ຄ່າຊົດເຊີຍ ໝົດທຸກຄອບຄົວເທື່ອ.
“ຕອນເຮົາຊື້ ກະໄດ້ຈົກເງິນຫຼາຍເຕີບ ເພາະວ່າທ້ອນເງິນ ກະມາຊື້, ຊີ້ນ່າ ຄ່ອຍຊິຊື້ໄດ້. ແຕ່ວ່າ ຄັນເພິ່ນຊົດເຊີຍ ພໍໄດ້ຊື້ບ່ອນອື່ນໄດ້ ກະພໍໃຄແດ່, ຊີ້ນ່າ. ຄັນວ່າ ຄ່າຊົດເຊີຍ ຊິມາໃຫ້ ແມັຕກະເຣ້ 1 ຕໍ່ 10 ດອນ, ກະບໍ່ຢາກເອົາ ຫັ້ນແຫຼະ. ເຮົາຊື້ແມັຕ 1 ເກືອບ 2,000 ບາທ (ທຽບເທົ່າ 61 ໂດລ່າຣ). ເພາະວ່າ ຄັນເຮົາຊິຊອກຊື້, ກະຊື້ບໍ່ໄດ້ຫັ້ນຕີ໊! ບາດນິ່.”
ນອກຈາກນີ້, ຍັງມີດິນ ຂອງຊາວບ້ານ ຫຼາຍຄອບຄົວ ໃນເຂດບ້ານນາແຄ ແລະ ບ້ານໄຊ ເມືອງໄຊທານີ ທີ່ບໍ່ໄດ້ກີດຂວາງ ທາງດ່ວນເລີຍ ຈຳນວນປະມານ 100 ເຮັກຕ້າຣ, ແຕ່ພັດຢູ່ຣະຫວ່າງ ເຂດທີ່ໃກ້ກັບທາງດ່ວນ ແລະ ສະຖານີຣົດໄຟລາວ-ຈີນ ທີ່ຫຼາຍຄົນເຊື່ອວ່າ ຈະເປັນເຂດທີ່ດິນ ທີ່ມີອະນາຄົດ. ສະນັ້ນ, ບໍຣິສັດທາງດ່ວນ ຈຶ່ງໄດ້ພະຍາຍາມ ກົດດັນຊາວບ້ານ ດ້ວຍທຸກວິທີທາງ ເພື່ອໃຫ້ຊາວບ້ານ ຍອມຂາຍດິນ ໃນລາຄາຖືກ, ແຕ່ຊາວບ້ານ ກໍບໍ່ເຫັນດີ. ດັ່ງຊາວບ້ານທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ:
“ບໍຣິສັດຫັ້ນ ຢາກໄດ້ດິນ ຕອນດັ່ງກ່າວ, ເນາະ. ລະດິນ ຕອນດັ່ງກ່າວ ມັນຈະຢູ່ ຣະຫວ່າງກາງ ສະຖານີທາງຣົດໄຟ ລາວ-ຈີນ ກັບໂຕທາງດ່ວນ ທີ່ຈະສ້າງໃໝ່ ໃນນະຄອນຫຼວງນີ້. ເຂົາເຈົ້າຈະໃຊ້ 2 ຍຸທສາດ 2 ກົລຍຸທ. ອັນທີ 1 ເຂົາເຈົ້າຈະໃຊ້ ສິດອຳນາດ ແບບວ່າ ພວກບໍຣິສັດ ເຂົາເຈົ້າຈະຊື້ຈ້າງ ເອົາຄນະໄກ່ເກັ່ຽຫັ້ນ ເປັນຜູ້ມາໂອ້ລົມ ມາໃຊ້ສິດອຳນາດ ໃນການຂົ່ມຂູ່ ຕໍ່ລອງກັບປະຊາຊົນ. ອັນທີ 2 ລະເຂົາເຈົ້າ ຈະໃຊ້ດຳຣັຖນາຍົກ ວ່າດ້ວຍການຊົດເຊີຍ ຄ່າເສັຽຫາຍ ໃຫ້ແກ່ຜູ້ໄດ້ຮັບ ຜົລກະທົບ ຈາກໂຄງການ ຂອງຣັຖ ຫຼືວ່າໂຄງການ ຕ່າງໆຫັ້ນນ່າ ທີ່ວ່າຣັຖ ມີສ່ວນຮ່ວມນຳ, ຫັ້ນນ່າ. ແຕ່ຄວາມເປັນຈິງແລ້ວ ມັນບໍ່ໄດ້ແມ່ນ ດິນພວກເຮົາ ບໍ່ໄດ້ນອນຢູ່ໃນນັ້ນເນາະ. ອັນນີ້ແມ່ນສິ່ງ ທີ່ປະຊາຊົນ ບໍ່ເຫັນດີ.”
ພ້ອມດຽວກັນນີ້, ຊາວບ້ານຫຼາຍຄົນ ກໍເວົ້າ ເປັນສຽງດຽວກັນວ່າ ມີກຸ່ມຄົນບໍ່ດີ ຈຳນວນນຶ່ງ ທີ່ມີສ່ວນກ່ຽວຂ້ອງ ກັບໂຄງການ ຢາກສວາຍໃຊ້ ເອົາຂໍ້ຕົກລົງ ໂຄງການນີ້ ເພື່ອເປັນຂໍ້ອ້າງ ໃນການຊື້ ດິນຊາວບ້ານ ໃນລາຄາ ທີ່ບໍ່ສົມເຫດສົມຜົລ ທັງທີ່ເນື້ອທີ່ດິນ ຂອງພວກເຂົາ ກໍບໍ່ໄດ້ກີດຂວາງ ແລວທາງດ່ວນເລີຍ. ດັ່ງຊາວບ້ານທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ:
“ພວກເຮົາຫັ້ນ ບໍ່ແມ່ນບໍ່ເຫັນດີ ກັບຄ່າຊົດເຊີຍ ຄ່າຫຍັງນ່າ. ເຮົາບໍ່ເຫັນດີ ທີ່ວ່າເອົາຂໍ້ຕົກລົງ ກ່ຽວກັບທາງດ່ວນ ມາຫຍຸ້ງກ່ຽວ ກັບດິນພວກເຮົາ ເພາະວ່າດິນແຕ່ລະເຈົ້າ ມັນຫ່າງຈາກທາງດ່ວນ 200-300 ແມັຕພຸ້ນເດ. ໃນແລວທາງດ່ວນ ມີແຕ່ສງວນ ເບື້ອງລະ 15 ແມັຕ, ລະທາງແທ້ໆ ມັນ 20 ແມັຕ, ລະສງວນເບື້ອງລະ 15 ມັນກາຍເປັນ ປະມານ 52 ແມັຕນີ້ແຫຼະ. ໃນໜັງສື ມັນຂຽນລະອຽດ, ແຕ່ວ່າ ໂຕທີ່ເຮັດໂຕຈິງຫັ້ນ ພັດບໍ່ແມ່ນ ໄປຕາມແລວທາງດ່ວນ ມັນມີການເອົາເພີ່ມ. ແຕ່ວ່າເບິ່ງ ໃນພາບລວມ ກະແບບວ່າ ລັກສະນະເຂົາ ສວາຍໃຊ້ໂອກາດ ເອົາຂໍ້ຕົກລົງທາງດ່ວນ ມາເອົາດິນປະຊາຊົນ, ເຊິ່ງກະມີແຈ້ງການ ຂອງນະຄອນຫຼວງ ເວົ້າເຣື່ອງສງວນ ແລວທາງດ່ວນ ໄປຫາທາງຣົດໄຟ, ແຕ່ວ່າ ບ່ອນທີ່ອະນຸມັດຫັ້ນ ມັນບໍ່ໄດ້ແມ່ນ 100 ເຮັກຕ້າຣເນາະ, ມັນໄປຕາມຄອງນ້ຳ. ແຕ່ວ່າບາດມາເອົາ ໂຕຈິງຫັ້ນ ມັນບໍ່ໄດ້ໄປ ຕາມຄອງນ້ຳ ມັນຫຍັບ ມາຫາດິນ ຂອງປະຊາຊົນຫຼາຍ.”
ກ່ຽວກັບບັນຫານີ້, ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໄດ້ພະຍາຍາມ ຕິດຕໍ່ສອບຖາມໄປຍັງ ຜແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ໃນຖານະ ເຈົ້າຂອງໂຄງການ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສະດວກ ໃຫ້ຄວາມເຫັນ ໃນບັນຫານີ້ໄດ້.
ກ່ຽວກັບຂໍ້ຂັດແຍ້ງ ບັນຫາທີ່ດິນ 100 ເຮັກຕ້າຣ ຂອງຊາວບ້ານ ທີ່ບໍ່ນອນ ຢູ່ໃນແລວທາງດ່ວນ, ແຕ່ໂຄງການ ພັດຢາກເອົາດິນ ຂອງປະຊາຊົນນີ້, ຫ້ອງການສຳນັກງານ ນາຍົກຣັຖມົນຕຣີ ກໍໄດ້ມີທິດຊີ້ນຳ ອອກມາ ຕາມໃບແຈ້ງການ ເລຂທີ 399/ຫສນຍ ລົງວັນທີ 23 ມີນາ 2020, ໂດຍໄດ້ຣະບຸວ່າ: “ຕໍ່ບັນຫາດັ່ງກ່າວ ຖ້າຫາກປະຊາຊົນ ບໍ່ໂລ່ງໃຈ ແມ່ນບໍ່ໃຫ້ເອົາ ດິນປະຊາຊົນ ຢ່າງເດັດຂາດ.”
ຫຼ້າສຸດນີ້, ໃນເດືອນຕຸລາ 2020, ຊາວບ້ານ ຈຳນວນຢ່າງໜ້ອຍ 36 ຄອບຄົວ ເຂດບ້ານນາແຄ ແລະ ບ້ານໄຊ ເມືອງໄຊທານີ ກໍໄດ້ພາກັນ ຍື່ນໜັງສື ໄປຍັງພາກສ່ວນຕ່າງໆ ໃນນະຄອນຫຼວງວຽງຈັນ, ໂດຍສະເພາະແມ່ນ ຄນະກັມມະການ ເສຖກິຈ-ແຜນການ ແລະ ການເງິນ, ສະພາປະຊາຊົນ ນະຄອນຫຼວງວຽງຈັນ ເພື່ອຮ້ອງຂໍ ຄວາມເປັນທັມ ທັງຕໍ່ກໍຣະນີ ທີ່ຕອນດິນ ຂອງພວກເຂົາ ບໍ່ໄດ້ນອນຢູ່ໃນແລວທາງດ່ວນ, ແຕ່ພັດຊິຖືກ ໂຄງການທາງດ່ວນ ເອົາດິນ ແລະ ຕໍ່ກໍຣະນີ ທີ່ຜູ້ຮັບເໝົາ ກໍ່ສ້າງທາງດ່ວນວຽງຈັນ ໝາຍເລຂ 1 ນຳເຄື່ອງກົລຈັກໜັກ ບຸກລຸກທີ່ດິນຊາວບ້ານ, ໂດຍປາສະຈາກ ການແຈ້ງ ໃຫ້ຮູ້ລ່ວງໜ້າ. ແຕ່ທຸກຢ່າງ, ຍັງບໍ່ສາມາດ ແກ້ໄຂໄດ້ ຢ່າງເດັດຂາດເທື່ອ ແລະ ພວມຢູ່ ໃນຂັ້ນຕອນ ພິຈາຣະນາ ເພື່ອຫາທາງອອກ ໃຫ້ແກ່ຊາວບ້ານຢູ່.
ເຖິງຢ່າງໃດກໍຕາມ, ເມື່ອເວົ້າເຖິງ ແນວທາງ ໃນການແກ້ໄຂ ບັນຫາ ຂໍ້ຂັດແຍ້ງທີ່ດິນ ຂອງໂຄງການ ລົງທຶນຕ່າງໆ ໃນນະຄອງຫຼວງວຽງຈັນ ນັ້ນ, ທ່ານ ດຣ. ສິນລະວົງ ຄຸດໄພທູນ, ເຈົ້າຄອງ ນະຄອນຫຼວງວຽງຈັນ ກໍເຄີຍກ່າວ ຕອບຂໍ້ຊັກຖາມ ຂອງຜູ້ແທນ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ໃນກອງປະຊຸມ ສມັຍສາມັນ ຄັ້ງທີ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ 1 ໃນວັນທີ 17 ກໍຣະກະດາ 2020 ວ່າ ການແກ້ໄຂ ບັນຫາທີ່ດິນ ໃນນະຄອນຫຼວງງວຽງຈັນ ເປັນສິ່ງທີ່ ແກ້ໄຂໄດ້ຍາກ ເພາະລາຄາ ທີ່ຣັຖກຳນົດ ຕ່ຳກວ່າລາຄາ ທີ່ຊາວບ້ານຢາກໄດ້, ແຕ່ແນວທາງ ໂດຍລວມ ໃນການແກ້ໄຂ ບັນທີ່ດິນ ກໍຈຳເປັນຕ້ອງ ໄດ້ຍຶດຫຼັກ ນະໂຍບາຍຂອງພັກ ແລະ ກົດໝາຍຂອງຣັຖ ເປັນເຄື່ອງມື ໃນການແກ້ໄຂ.
“ຄັນມັນຖືກ ລະຜູ້ຢາກໄດ້ ລະແມ່ນບໍ່ພໍໃຈ, ກະບໍ່ໝາຍເຖິງວ່າ ບໍ່ໃຫ້ ທີ່ພວກເຮົາເບິ່ງ ຢູ່ໃນຫຼາຍໂຄງການ ບໍ່ແມ່ນປະຊາຊົນ ບໍ່ຢາກໃຫ້ດິນ, ແຕ່ມັນຖືກ. ເຂົາໃຫ້ຢູ່, ແນວນັ້ນແຫຼະ. ຊັ້ນເຮົາ ຊິແກ້ແນວໃດ ສາເຫດວ່າ ໃຫ້ມັນແພງ, ຫັ້ນນ່າ ມັນບໍ່ທັນມີທາງອອກ, ທ່ານຜູ້ແທນ. ລະຢູ່ໃນກົດໝາຍໃໝ່ນີ້ ເຮົາກະອ່ານເບິ່ງຫຼ້າສຸດ ມື້ຄືນນີ້ ກະບໍ່ທັນ ມີທາງອອກ ວ່າເຂົາຢາກໄດ້ແພງ ຣັຖໃຫ້ຖືກ ເຮົາຊິແກ້ແນວໃດ? ລະມັນຍາກ, ຍາກນຳຜູ້ໄປເຮັດ ບໍ່ແມ່ນຍາກອັນໃດ ແນວເຂົາ ຢາກໄດ້ຫຼາຍເດ.”
ກ່ອນໜ້ານີ້, ທ່ານ ສາຍທອງ ແກ້ວດວງດີ, ສະມາຊິກສະພາ ແຫ່ງຊາຕລາວ ແລະ ທັງເປັນປະທານ ກັມມາທິການ ກົດໝາຍ ສະພາແຫ່ງຊາຕລາວ ກໍໄດ້ກ່າວ ໃນກອງປະຊຸມສະພາ ແຫ່ງຊາຕລາວ ສມັຍສາມັນ ເທື່ອທີ 9 ຂອງສະພາແຫ່ງຊາຕ ຊຸດທີ 8 ວ່າ: “ອີງຕາມຣະບຽບ ແລະ ກົດໝາຍແລ້ວ, ດິນຂອງປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກໂຄງການລົງທຶນ ແມ່ນຈະຕ້ອງໄດ້ ມີການຊົດເຊີຍ ດ້ວຍຄວາມເປັນທັມ ແລະ ທ່ຽງທັມ ແລະ ການຊົດເຊີຍ ແມ່ນຕ້ອງດຳເນີນການ ກ່ອນທີ່ໂຄງການ ຈະເຣີ່ມ.”
ທາງດ່ວນວຽງຈັນ ໝາຍເລຂ 1 ໄລຍະທີ 1, ເຊິ່ງເຣີ່ມຕັ້ງແຕ່ ເຂດເສຖກິຈສະເພາະ ບຶງທາດຫຼວງ ໄປຫາເສັ້ນທາງເລຂທີ 13 ໃຕ້ ຕໍ່ໃສ່ເຂດ ບ້ານດົງໝາກຄາຍ ຄວາມຍາວ 13 ກິໂລແມັຕປາຍ ມີກຳນົດກໍ່ສ້າງ ໃຫ້ສຳເຣັດ ພາຍໃນ 36 ເດືອນ ແລະ ມີມູລຄ່າ 200 ລ້ານໂດລ່າຣ ສະຫະຣັຖ ດ້ວຍໄລຍະ ສັມປະທານ 50 ປີ, ໂດຍແມ່ນ ບໍຣິສັດ ທາງດ່ວນວຽງຈັນ ໝາຍເລຂ 1 ຈຳກັດຜູ້ດຽວ ເປັນຜູ້ຮັບ ສັມປະທານ.