ຂ.ບໍຣິຄໍາໄຊນໍ້າຖ້ວມ 21 ບ້ານ
2013.10.29
ເມື່ອວັນທີ 15-16 ຕຸລາ ຜ່ານມາເກີດນໍ້າຖ້ວມ 21 ບ້ານໃນເມືອງຄຳເກີດ ແຂວງບໍຣິຄຳໄຊຫລັງຈາກຝົນຕົກລິນ ເປັນເວລາຫລາຍວັນ ຍ້ອນ ລົມພາຍຸນາຣີ ປະກອບກັບເຂື່ອນນໍ້າເທີນ2 ປ່ອຍນໍ້າຈາກອ່າງໂດຍປາສຈາກການແຈ້ງເຕືອນ ຈຶ່ງສ້າງຄວາມເສັຽຫາຍ ໃຫ້ແກ່ຊາວບ້ານ ຢ່າງ ຫລວງຫລາຍ. ດັ່ງຊາວບ້ານຄົນນຶ່ງເວົ້າວ່າ:
"ເຮົາກໍໄປກວດຢູ່ເຂື່ອນພຸ້ນນະ ເຂົາປ່ອຍນໍ້າຢູ່ເຂື່ອນຫມົດ 5 ປະຕູເລີຍ ເຂື່ອນໄຟຟ້ານໍ້າເທີນ2 ຊັດແຫລະ ທັມມະດາຕ້ອງແມ່ນ 2 ຄືນຫາ 3 ຄືນ ນໍ້າຈັ່ງຖ້ວມ ອັນນີ້ແມ່ນຄືນນຶ່ງ ໄປເບີ່ງເຕັມທົ່ງເລີຍ ແຕ່ວ່າຕອນນີ້ ບໍ່ໄດ້ແຈ້ງ ບໍ່ໄດ້ຍິນເລີຍ ບໍ່ໄດ້ຮູ້ ວ່າເຂົາຊີ່ປ່ອຍນໍ້າ".
ເຫດການນໍ້າຖ້ວມແຮງຄັ້ງນີ້ຊາວບ້ານເວົ້າວ່າ ນອກຈາກອິດທິພົລ ຂອງລົມພາຍຸນາຣີ ແລ້ວກໍຍັງມີການປ່ອຍນໍ້າ ຈາກເຂື່ອນນໍ້າເທີນ2 ນໍາອີກ ເຮັດໃຫ້ລໍານໍ້າສາຂາ ດັ່ງນໍ້າພ້າວ ແລະນໍ້າກະຕະ ຍື່ງຂຶ້ນຈົນຖ້ວມ 21 ບ້ານ ສົ່ງຜົລກະທົບ ຕໍ່ປະຊາຊົນ 873 ຄອບຄົວ ພື້ນທີ່ກະສິກັມ ເສັຽ ຫາຍ 1200 ເຮັກຕາ ບ້ານທີ່ຮັບຜົລກະທົບ ຫລາຍກວ່າຫມູ່ມີ 7 ບ້ານຄື: ບ້ານຫລັກ 7 ຫລັກ 21 ບ້ານນາແປ ບ້ານກໍໄຮ່ ບ້ານໂພນວິໄລ ບ້ານນໍ້າທີ ແລະ ບ້ານໂພນທອງ.
ສໍາລັບການຊ່ອຍເຫລຶອ ຫນັງສືພິມຂ່າວສານປະເທດລາວ ສະບັບວັນທີ 25 ຕຸລາ ລາຍງານວ່າ ຫ້ອງການກະສິກັມແລະປ່າໄມ້ ໄດ້ນໍາເຄຶ່ອງ ຂອງໄປຊ່ອຍ ປະຊາຊົນແລ້ວຈໍານວນນຶ່ງ ແຕ່ຊາວບ້ານສ່ວນໃຫຍ່ເວົ້າວ່າ ຂະເຈົ້າຍັງບໍ່ໄດ້ຮັບ ການຊ່ອຍເຫລືອໃດໆເລີຍ:
"ນໍ້າຖ້ວມກໍຍ້ອນມັນແມ່ນຜົລກະທົບຫັ້ນແຫລະ ບັດນີ້ທາງເທິງເພີ່ນປ່ອຍນໍ້າລົງມາໃສ່ມັນກໍອັ່ງ ນໍ້າໄຫລຂຶ້ນທາງເທິງໄຫລເຂົ້າມາ ນໍ້າພ້າວນີ້ ເດ ປ່ອຍມາແຕ່ເຂື່ອນເທີນ2 ນີ້ແຫລະ ນໍ້າຖ້ວມເທື່ອນີ້ສ່ວນຫລາຍ ກໍຢາກໄດ້ເຂົ້າເດນາຍ ເອີຢ້ານ ປະຊາຊົນບໍ່ມີເຂົ້າກິນ".
ແຕ່ເຈົ້າຫນ້າທີ່ກະສິກັມແລະປ່າໄມ້ ແຂວງບໍຣິຄໍາໄຊໄດ້ກ່າວຕໍ່ເອເຊັຽເສຣີວ່າ ເຫດນໍ້າຖ້ວມເທື່ອນີ້ ບໍ່ແມ່ນເກີດຍ້ອນ ເຂື່ອນນໍ້າເທີນ 2 ປ່ອຍ ນໍ້າ ເກີດຍ້ອນພັຍທັມມະຊາດ ຫລາຍກວ່າ.