ໂຮງງານອົບໝາກເດືອຍ ແກ້ ບັນຫາ
2017.04.09
ໂຮງງານຜລິດຫມາກເດືອຍ ອົບແຫ້ງ ຢູ່ບ້ານຫ້ວຍແຊງຄຳ ເມືອງໄຊ ແຂວງ ອຸດົມໄຊ ໄດ້ແກ້ໄຂບັນຫາ ທີ່ຊາວບ້ານ ຮຽກຮ້ອງ, ເປັນຕົ້ນ ການປ່ອຍກິ່ນເໝັນ ແລະຝຸ່ນລະອອງ ຈາກໂຮງງານ ຊຶ່ງໃນປັດຈຸບັນ ບັນຫາດັ່ງກ່າວ ໄດ້ຫລຸດລົງ ແດ່ແລ້ວ. ດັ່ງ ເຈົ້າຫນ້າທີ່ ຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ທີ່ແຂວງອຸດົມໄຊ ທ່ານນຶ່ງ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 6 ເມສາ ນີ້ວ່າ:
"ທາງບໍຣິສັດຫັ້ນນະ ເຂົາເຈົາໄດ້ປັບປຸງ ແລ້ວເນາະ ກະບໍ່ຄ່ອຍຫຼາຍປານໃດແລ້ວ ຄວັນນັ້ນເນາະ ຄວັນນີ້ສ່ວນຫຼາຍ ຂະເຈົ້າຈະເອົາ ນ້ຳຫົດ ນະ ຈູດແລ້ວ ຂະເຈົ້າເອົານ້ຳຫົດ ແບບຄ້າຍລັກສນະ ເຮົາເຝົາຖ່ານນີ້ແຫຼະ".
ທ່ານກ່າວຕື່ມວ່າ ໃນປັດຈຸບັນ ການຈົ່ມຂອງຊາວບ້ານ ກໍໄດ້ເບົາລົງແດ່ແລ້ວ ຫລັງຈາກທາງໂຮງງານ ໄດ້ແກ້ໄຂບັນຫາ ດັ່ງກ່າວ, ແຕ່ເຖິງ ຢ່າງໃດກໍຕາມ ຖ້າບັນຫານີ້ ຫາກເກີດຂຶ້ນມາອີກ ຊາວບ້ານກໍສາມາດ ຮ້ອງຮຽນມາທາງ ຫ້ອງການ ສິ່ງແວດລ້ອມໄດ້.
ທ່ານວ່າຜ່ານມາ ທາງຫ້ອງການ ສິ່ງແວດລ້ອມ ເຄີຍເຮັດບົດບັນທຶກ ໃຫ້ໂຮງງານດັ່ງກ່າວ ສ້າງກຳແພງ ອ້ອມໂຮງງານ ເພື່ອປ້ອງກັນ ສິ່ງ ເສດເຫລືອ ຈາກໝາກເດືອຍ ຕົກລົງໄປໃສ່ແຫຼ່ງນ້່ຳ ຂອງຊຸມຊົນ ໃນບໍຣິເວນໃກ້ຄຽງ ນອກຈາກ ໃຫ້ຣະງັບ ແຕ່ຄວັນ. ເຈົ້າຂອງໂຮງງານ ກໍໄດ້ ປະຕິບັດຕາມ ແຕ່ບັນຫາ ຍັງບໍ່ຖືກແກ້ໄຂ ຍ້ອນບໍ່ໄດ້ສ້າງ ທໍ່ລະບາຍ ຊຶ່ງໃນເວລານີ້ ບັນຫາດັ່ງກ່າວ ກໍຖືກແກ້ໄຂແລ້ວ.
ໂຮງງານຜລິດໝາກເດືອຍອົບແຫ້ງ ມີບັນຫາດັ່ງກ່າວ ມາແຕ່ປີ 2015 ຈົນຖືກສັ່ງໃຫ້ປິດຫຼາຍຄັ້ງ ຍ້ອນບໍ່ແກ້ໄຂບັນຫາ ຈົນກະທັ້ງ ມີການ ແກ້ໄຂ ໃນປີນີ້ ຈຶ່ງອະນຸຍາດ ໃຫ້ຜລິດອີກໃຫມ່.