ຝຸ່ນຣະອອງ PM 2.5 ຢູ່ຂີດ ອັນຕະລາຍ
2019.03.14

ຝຸ່ນຣະອອງ PM 2.5 ໃນເຂດນະຄອນຫຼວງວຽງຈັນ ສາມາດວັດແທກໄດ້ເກີນຄ່າມາຕຖານມາໄດ້ 2 ມື້ແລ້ວ, ຄືວັດແທກໄດ້ເກີນ 200 ຈາກຄ່າຄວາມປອດພັຍ ຢູ່ທີ່ 60-70, ເຮັດໃຫ້ຫຼາຍຄົນຫາຍໃຈ ແລ້ວແສບດັງ, ບາງຄົນກໍມີອາການໄອຈາມຮຸນແຮງ ແລະ ຮູ້ສຶກແໜ້ນ ໜ້າເອິກ. ດັ່ງຊາວລາວທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີ ໃນວັນທີ 13 ມິນາ ນີ້ວ່າ:
“ຄືເຣີ່ມຕັ້ງແຕ່ມື້ວານມາ ມັນຂຶ້ນຫຼາຍ ຂຶ້ນຮອດ 200 ປາຍຂຶ້ນມາ. ຄືຄົນຫ້ອງການອີ່ຫຍັງ ຂະເຈົ້າພາກັນເປັນຫວັດເປັນຫຍັງ ພາກັນ ຈາມໄອຈົນແດງໝົດ. ຄືບາງຄົນເຂົາກະມີພູມແພ້ແດ່ເນາະ ເວລາຖືກອາກາດຈັ່ງຊີ້ ເຂົາຈະຈາມເປັນຫຍັງໄປ, ສະມັກໄປ. ແຕ່ແບບເວລາ ຍ່າງອອກໄປນອກ ກະຈະຮູ້ສຶກແບບຝືດໆ, ຄັນດັງ. ຫັນໃຈຈະຮູ້ສຶກແສບໆດັງ ເປັນເມື່ອຍໆ ເປັນແໜ້ນເອິກ.”
ຊາວລາວອີກທ່ານນຶ່ງ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີ, ໃນມື້ດຽວກັນນີ້ວ່າ ທ່ານກໍຮູ້ສຶກເປັນກັງວົນເຊັ່ນກັນ, ເພາະຖ້າຫາກປະຊາຊົນ ສ່ວນໃຫຍ່ ໄດ້ສຳຜັດກັບຝຸ່ນພິດອັນນີ້ ແລະທັງຢ້ານເປັນອັນຕະຣາຍ ຕໍ່ຮ່າງກາຍໂຕເອງ:
“ອອກໄປນອກສະຖານທີ່ຫຍັງຕ່າງໆຫັ້ນນ່າ ມັນເຮັດໃຫ້ເຮົາຮູ້ສຶກກັງວົນ ກັງວົນຫຼາຍເລີຍແຫຼະ, ເພາະວ່າຄັນເວລາເຮົາຫາຍໃຈເຂົ້າໄປປຶບ ຄັນວ່າມັນສຳຜັດໂດຍຕຣົງບໍ ຫຼືວ່າທາງອ້ອມກະຕາມ ຖ້າມັນເຂົ້າໄປໃນຮ່າງກາຍ ກະຮູ້ສຶກວ່າມັນເປັນ ອັນຕະຣາຍແນ່ນອນ. ເຮົາເຫັນ ສະພາບນີ້ກະຮູ້ສຶກຣະແວງຢູ່ໄດ໋ ຕາມຟ້າຕາມຫຍັງເຮົາແນມເບິ່ງ ມັນກະຢາກຄ້ຳໆມືດໆເນາະ. ເຫັນຫຼາຍຄົນກະສັງເກດຄືກັນ, ແຕ່ວ່າມັນ ກະຍັງບໍ່ໄດ້ເປັນແບບວ່າ ມີຂ່າວທີ່ເປັນທາງການເທື່ອ, ຈັ່ງຊີ້ນ່າ.”
ກ່ຽວກັບເຣື້ອງນີ້, ຜູ້ສື່ຂ່າວເອເຊັຽເສຣີ ກໍໄດ້ໂທຣະສັບຕິດຕໍ່ສອບຖາມ ໄປຍັງສະຖາບັນ ຊັພຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທີ່ນະຄອນຫຼວງວຽງຈັນ ໃນມື້ວັນທີ 13 ມີນາ ນີ້, ເຊິ່ງເຈົ້າໜ້າທີ່ກ່ຽວຂ້ອງກໍໄດ້ຊີ້ແຈງວ່າ ພາກສ່ວນກ່ຽວຂ້ອງ ກຳລັງວັດແທກ ແລະ ຄົ້ນຄວ້າບັນຫານີ້ຢູ່ ແລ້ວຈະແຈ້ງໃຫ້ສາທາຣະນະຮັບຊາບພາຍຫຼັງ.
ຕັ້ງແຕ່ມື້ວານນີ້ເປັນຕົ້ນມາ, ສະພາບອາກາດໃນນະຄອນຫຼວງວຽງຈັນ ສາມາດວັດແທກຝຸ່ນຣະອອງ PM 2,5 ໄດ້ເກີນຄ່າມາຕຖານແລ້ວ ແລະ ຕົກມາໃນຕອນເຊົ້າມື້ນີ້ ພາຍຫຼັງທີ່ເກີດໄຟໄໝ້ປ່າສງວນພູພະນັງ, ເມືອງສັງທອງ ນະຄອນຫຼວງວຽງຈັນ ຍິ່ງເປັນໂຕເລັ່ງເຮັດໃຫ້ ຝຸ່ນຣະອອງ PM 2.5 ເກີນຄ່າມາຕຖານສູງຂຶ້ນຕື່ມ, ແຕ່ທາງການກໍຍັງບໍ່ທັນມີການແຈ້ງເຕືອນໃຫ້ປະຊາຊົນຣະມັດຣະວັງແຕ່ຢ່າງໃດ.