ເຈົ້າໜ້າທີ່ຍຶດສັດປ່າຕາມ ຕລາດ
2015.03.30
ເຈົ້າຫນ້າທີ່ ກະສິກັມ ແລະ ປ່າໄມ້ ເວົ້າວ່າ ນັບແຕ່ເດືອນ ຕຸລາ ປີ 2013 ເປັນ ຕົ້ນມາ ສາມາດ ຈັບກຸມ ແລະ ຍຶດ ຊິ້ນສ່ວນ ສັດປ່າ ທີ່ ຜິດ ກົດຫມາຍ ທີ່ ວາງຂາຍ ໃນ ຕລາດ ນະຄອນ ຫລວງ ວຽງຈັນ ໄດ້ ກວ່າ 814 ໂຕ ສ່ວນໃຫຍ່ ວາງຂາຍ ໃນ ຕລາດ ທົ່ວໄປ ແລະ ບາງສ່ວນ ສົ່ງ ມາຈາກ ຕ່າງ ແຂວງ. ດັ່ງ ທ່ານ ກ່າວວ່າ:
"ມາເບິ່ງ ຢູ່ ນະຄອນ ມັນກໍ ບໍ່ຄືຢູ່ ຕ່າງ ແຂວງ ສ່ວນຫລາຍ ກໍເປັນ ສັດ ປະເພດ ຄຸ້ມຄອງ ກະຮອກ ບໍ ຕົວ ຫມູປ່າ ເປັນ ນົກ ເປັນ ແລນ ເປັນ ງູ ສິງ ງູ ເຫົ່າ ພວກເຮົາ ກໍລົງ ກວດ ຢູ່ ຕລາດ ທີ່ ມັນມີ ເປົ້າຫມາຍ ເນາະ. ເປັນຕົ້ນ ແມ່ນຢູ່ ຕລາດ ຫາດ ຊາຍຟອງ ເມືອງ ຫາດ ຊາຍຟອງ ແລ້ວ ກໍຢູ່ ຕລດາ ດົງ ໝາກຄາຍ ຣົຖເມ ເນາະ ສະຖານີ ຣົດເມ ສາຍໃຕ້ ສາຍ ເຫນືອ ກໍມີ ສ່ວນນຶ່ງ ພວກເຮົາ ກໍໄດ້ ລົງຕາມ ຮ້ານ ອາຫານ ບາງຮ້ານ ພວກ ທີ່ ຂະເຈົ້າ ມີ ເມນູ ເຣື້ອງ ອາຫານ ສັດປ່າ".
ທ່ານກ່າວ ຕື່ມວ່າ ໃນ ຈຳນວນ ສັດປ່າ ທີ່ ຈັບ ແລະ ຍຶດໄດ້ ໃນ ນັ້ນ ມີ 320 ໂຕ ທີ່ ຍັງມີ ຊີວິດ ຢູ່. ເຈົ້າຫນ້າທີ່ ກໍໄດ້ ເອົາໄປ ປ່ອຍຄືນ ສູ່ ທັມມະຊາດ ສ່ວນ ທີ່ ເປັນ ຊິ້ນສ່ວນ ສັດປ່າ ທີ່ ຍຶດໄດ້ ນັ້ນ ກໍ ທຳລາຍ ຖິ້ມ ສຳລັບ ກຸ່ມ ພໍ່ຄ້າ ແມ່ຄ້າ ຜູ້ທີ່ຂາຍ ສັດປ່າ ດັ່ງກ່າວ ກໍໄດ້ ໃຫ້ການ ອົບຮົມ ແລະ ປັບໄຫມ ຕາມ ກົດຫມາຍ.
ຈາກການ ສືບສວນ ພົບວ່າ ສັດປ່າ ທີ່ ຍຶດມາໄດ້ ນັ້ນ ສ່ວນໃຫຍ່ ຈະ ຈັບ ມາຈາກ ປ່າ ໃນເຂດ ນະຄອນ ຫລວງ ວຽງຈັນ ມີພຽງ ສ່ວນຫນ້ອຍ ທີ່ ເອົາ ມາຈາກ ຕ່າງ ແຂວງ ແຕກຕ່າງ ກັບ ສັດປ່າ ທີ່ ຈັບໄດ້ ຈາກ ຕ່າງ ແຂວງ ຈະເປັນ ສັດ ໃຫຍ່ ດັ່ງ ຟານ ເສືອ ຫລື ຫມີ.
ເຈົ້າຫນ້າທີ່ ກ່າວ ເພີ້ມວ່າ ການທີ່ ທາງການ ມີ ບັນຊີ ແລະ ຫ້າມລ້າ ສັດປ່າ ຫລື ຂາຍ ຊິ້ນສ່ວນ ສັດປ່າ ນັ້ນ ເປັນ ເພາະວ່າ ຕ້ອງການ ອະນຸຮັກ ສັດ ເຫລົ່ານີ້ ບໍ່ໃຫ້ ສູນພັນ ຊື່ງ ໃນ ເວລາ ນີ້ ຈຳນວນ ສັດປ່າ ດັ່ງກ່າວ ໄດ້ ຫລຸດລົງ ຢ່າງ ຫລວງ ຫລາຍ.