ເພື່ອນບ້ານກັງວົນນໍາເຂື່ອນດອນ ສະໂຮງ
2014.03.12

ເຂື່ອນ ໄຟຟ້າ ດອນສະໂຮງ ທີ່ ຈະສ້າງ ຢູ່ ເມືອງໂຂງ ແຂວງ ຈໍາປາສັກ ເຮັດໃຫ້ ເພື່ອນບ້ານ ກັງວົນນໍາ. ກໍາພູຊາ ຢ້ານວ່າ ເຂື່ອນ ດອນສະໂຮງ ນັ້ນ ຈະສົ່ງ ຜົລ ກະທົບ ຕໍ່ ອຸດສາຫະກັມ ປາ ຢູ່ ທະເລສາບ ຍ້ອນວ່າ ການກໍ່ສ້າງ ເຂື່ອນນີ້ ຈະມີຜົລ ກະທົບ ຫລາຍ ທີ່ສຸດ ຕໍ່ການ ວາງໄຂ່ ແລະ ການຂຶ້ນລ່ອງ ຂອງໝູ່ປາ ໃນ ແມ່ນໍ້າຂອງ.
ຂະນະດຽວກັນ ວຽດນາມ ກໍມີຄວາມ ກັງວົນວ່າ ເຂື່ອນ ດອນສະໂຮງ ນີ້ຈະຕັນ ຕະກອນນໍ້າ ໃນສາມຫລ່ຽມ ແມ່ນໍ້າຂອງ ຊຶ່ງເປັນເຂດ ທີ່ ອຸດົມ ສົມບູນ ໄປ ດ້ວຍເຂົ້າ ຫລາຍ ທີ່ສຸດ.
ສໍາລັບ ຊາວໄທ ທີ່ຢູ່ຕາມ ແຄມ ແມ່ນໍ້າຂອງ ກໍໄດ້ ທັກທ້ວງ ເຣື່ອງ ການປ່ຽນແປງ ຂອງນໍ້າ ໃນ ແມ່ນໍ້າຂອງ ພາຍຫລັງທີ່ ມີການ ກໍ່ສ້າງ 6 ເຂື່ອນ ຢູ່ ແມ່ນໍ້າຂອງ ຕອນເທິງ ໃນເຂດ ປະເທສຈີນ ຊຶ່ງໄດ້ເລີ່ມ ເມື່ອ ບໍ່ຫລາຍປີ ຜ່ານມານີ້.
ທີ່ຜ່ານມາ 3 ປະເທສ ທີ່ວ່ານີ້ ກໍໄດ້ສເນີ ໃຫ້ ຣັຖບາລ ລາວ ເລີກລົ້ມ ໂຄງການ ດັ່ງກ່າວ ຫລື ຢ່າງນ້ອຍ ກໍຂໍໃຫ້ສຶກສາ ເຖິງ ຜົລກະທົບ ຕໍ່ ສິ່ງແວດລ້ອມ ອີກໃໝ່ ໂດຍມີ ການເຂົ້າຮ່ວມ ຂອງ ປະເທສ ທີ່ຢູ່ໃນເຂດ ແມ່ນໍ້າຂອງ ນີ້.
ນອກຈາກນັ້ນ ເຂື່ອນ ດອນສະໂຮງ ຍັງ ຖືກຍົກຂຶ້ນ ເປັນຄໍາຖາມ ກ່ຽວກັບ ເຣື່ອງດິນແດນ ຍ້ອນ 3 ປະເທສ ເພື່ອນບ້ານ ເຫັນວ່າ ເຂື່ອນນີ້ ຕັ້ງຢູ່ ພາກສ່ວນ ນຶ່ງ ຂອງ ແມ່ນໍ້າຂອງ ແລະ ເປັນເຣ່ືອງ ທີ່ ກັມມາທິການ ແມ່ນໍ້າຂອງ ຢູ່ໃນ ຂະບວນ ການປຶກສາ ຫາລື ໂດຍຮຽກຮ້ອງ ໃຫ້ມີການ ສຶກສາ ທຸກຢ່າງ ທີ່ພົວພັນ ກັບ ໂຄງ ການ ຕ່າງໆ ກັບແຕ່ລະ ປະເທສ ທີ່ ຢູ່ໃນເຂດ ແມ່ນໍ້າຂອງ ໃນການ ປຶກສາຫາລື ແລະ ການປະເມີນ ຜົລນັ້ນ.