ໂຮງານປຸ໋ຍອິນຊີ ຂອງຈີນ ຍັງສົ່ງ ກິ່ນເໝັນ (ຕໍ່)

ສຸພັດຕາ
2018.05.03
F-Xaythany ກິ່ນເໝັນ ຈາກໂຮງງານຜລິດ ປຸຍອິນຊີ ຂອງຈີນ ທີ່ເມືອງໄຊທານີ ທີ່ຍັງສົ່ງກິ່ນເໝັນຢູ່ ຊາວບ້ານຈຶ່ງພາກັນ ອອກມາຮ້ອງທຸກ
Screen captured FB friend page

ເມື່ອວັນທີ 13 ເດືອນ ທັນວາ 2017 ປະຊາຊົນບ້ານສະພັງຄະນົງ ກວ່າ 200 ຄອບຄົວໄດ້ຮ້ອງຮຽນຕໍ່ຣັຖບານລາວ ຍ້ອນໄດ້ຮັບຜົລກະທົບ ຈາກໂຮງງານຜລິດ ປຸ໋ຍອິນຊີຂອງຈີນ ພາຍໃນນິຄົມ ອຸດສາຫະກັມ ຫຼັກ 21 ເມືອງໄຊທານີ ນະຄອນຫຼວງວຽງຈັນ ສົ່ງກິ່ນເໝັນ ກະທົບຕໍ່ ຊີວິດການເປັນຢູ່ຂອງປະຊາຊົນ.

ພາຍຫຼັງທີ່ປະຊາຊົນຮ້ອງຮຽນ ທາງການກໍມາແນະນໍາແກ້ໄຂບັນຫາ ນັ້ນແລ້ວ ຊຶ່ງໄດ້ອອກມາຕການ ແລະວິທີການແກ້ໄຂ. ໃນເບື້ອງຕົ້ນ ໂຮງງານຈະຕ້ອງເອົາສັງກະສີ ກັ້ນໃຫ້ສູງປະມານ 3 ແມັດອ້ອມເບື້ອງ ທີ່ມີປະຊາຊົນບ້ານສະພັງຄະນົງ ອາສັຍຢູ່, ໃຊ້ຜ້າຢາງປິດຊ່ອງລົມ ອ້ອມໂຮງງານ ເພື່ອກັ້ນບໍ່ໃຫ້ກິ່ນເໝັນນັ້ນ ອອກຈາກໂຮງງານໄດ້, ດັ່ງເຈົ້າໜ້າທີ່ ກົມອຸດສາຫະກັມ ແລະ ຫັຖກັມກະຊວງອຸດສາຫະກັມ ແລະການຄ້າ ກ່າວຕໍ່ເອເຊັຍເສຣີ ໃນວັນທີ 3 ພືສພາ ນີ້ວ່າ:

“ມັນກະສິຍາກຢູ່ ເພາະວ່າ ມັນເວົ້າເລື່ອງສະຖານທີ່ ມັນສິເອົາໄປໄວ້ໃສ ແຕ່ບັນຫາສຳຄັນ ກໍ່ຕ້ອງເວົ້າເລື່ອງ ລະບົບການຕາກ ການເກັບມ້ຽນ ນິ້ ບາງເທື່ອອາດຈະກ້າວໄປຫາເພິ່ນວ່າ ນື່ງການປະສົມກໍ່ຕ້ອງອົບແຫ້ງ ແບບປະສົມຕາມມາດຕາສ່ວນແລ້ວໃຫ້ ອົບແຫ້ງ ມັນກໍ່ສິບໍ່ມີປັນຫາ.”

ທ່ານກ່າວຕື່ມວ່າ ໂຮງງານຜລິດປຸ໋ຍອິນຊີ ຂອງຈີນ ຍັງບໍ່ສາມາດແກ້ໄຂບັນຫາກິ່ນເໝັນ ຈາກການຜລິດ ແລະຕາກປຸ໋ຍນັ້ນ ໄດ້ເທື່ອ ຍ້ອນ ໂຮງງານບໍ່ໄດ້ຕິດຕັ້ງ ເຄຶື່ອງອົບແຫ້ງ ແລະຣະບົບປ້ອງກັນກິ່ນເໝັນ.

ມາຮອດປັດຈຸບັນ ກໍຍັງບໍ່ມີຄວາມຄືບໜ້າ ໃນການແກ້ໄຂບັນຫາ ຕາມບົດບັນທຶກຄວາມເຂົ້າໃຈ ຣະຫວ່າງ ປະຊາຊົນ ບ້ານສະພັງຄະນົງ ກັບນິຄົມອຸດສາຫະກັມ ນະຄອນຫຼວງວຽງຈັນ ຖ້າຫາກໂຮງງານດັ່ງກ່າວ ຍັງແກ້ໄຂບັນຫາ ກິ່ນເໝັນບໍ່ໄດ້ ກໍ່ຕ້ອງໃຫ້ ປິດໂຮງງານ ຢ່າງ ບໍ່ມີເງື່ອນໄຂ ດັ່ງທີ່ທ່ານກ່າວວ່າ:

“ຕົວນີ້ ມີແຕ່ຖືຢູ່ໃນບົດບັນທຶກ ທີ່ທາງການຫ້ອງການນິຄົມຂະເຈົ້າກໍ່ເຫັນວ່າ ຖ້າຫົວໜ້າເຈົ້າຂອງກິຈການ ຖ້າວ່າເຮັດແກ້ໄຂບໍ່ໄດ້ກໍຖືວ່າ ຈຳເປັນກໍຕ້ອງຢຸດເຊົາ ເພາະຂະເຈົ້າເປັນຜູ້ເວົ້າເອງ.”

ກ່ຽວກັບເຣື້ອງນີ້ ເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງ ກະຊວງຊັພຍາກອນທັມມຊາດ ແລະສິ່ງແວດລ້ອມ ເພື່ອຖາມເຖິງກໍຣະນີ ຜົລກະທົບດ້ານ ສິ່ງແວດລ້ອມທີ່ປະຊາຊົນ ບ້ານສະພັງຄະນົງ ກຳລັງປະເຊີນຢູ່ໃນຂນະນີ້ ແຕ່ເຈົ້າໜ້າທີ່ ບໍ່ສາມາດໃຫ້ຣາຍຣະອຽດໄດ້.

ໂຮງງານຜລິດປຸ໋ຍອິນຊີແຫ່ງນີ້ ເຣີ້ມມີການຜລິດ ໃນເດືອນທັນວາ ປີ 2017 ຊື່ງໂຮງງານແຫ່ງນີ້ ແຕ່ກ່ອນເປັນໂຮງງານຜລິດເຫລັກ ຂອງ ບໍຣິສັດ ລາວຊິລິຄອນ ຂອງຈີນ ແລະຖືກສັ່ງຢຸດໄປ ເມື່ອຕົ້ນປີ 2017 ຍ້ອນແກ້ໄຂບັນຫາ ຣະບົບນໍ້າເສັຍ ແລະ ຄວັນ ຈາກການຫຼອມເຫຼັກ ບໍ່ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.