ສວນກ້ວຍຈີນສ້າງມົລພິດ

ມະນີຈັນ
2015.10.26
F-Banana ສວນກ້ວຍ ຂອງ ນັກລົງທຶນ ຈີນ
RFA

ນັກ ທຸຣະກິດ ຈີນ ທີ່ ປູກກ້ວຍ ຢູ່ຫຼາຍ ແຂວງ ພາກເໜືອ ຂອງລາວ ຍັງສ້າງ ຜົລກະທົບ ຕໍ່ ສິ່ງແວດລ້ອມ, ເຮັດໃຫ້ ທາງການ ໂຈະ ບໍ່ໃຫ້ ຂຍາຍ ເນື້ອທີ່ ປູກ ໄປແລ້ວ ຫຼາຍບ່ອນ.

ຫລ້າສຸດ ແມ່ນ ຢູ່ ເມືອງລອງ ແຂວງ ຫຼວງນ້ຳທາ ທີ່ ຖິ້ມ ຖົງຢາງ ຊະຊາຍ ແລະ ປ່ອຍໃຫ້ ສານພິດ ລົງສູ່ ແຫຼ່ງນ້ຳ. ດັ່ງ ເຈົ້າໜ້າທີ່ ເມືອງລອງ ກ່າວວ່າ:

"ສິ່ງສໍາຄັນ ກະ ສິ່ງແວດລ້ອມ ອັນທີນຶ່ງ ແມ່ນຄວາມ ເປິເປື້ອນ ນີ້ແຫຼະ ຖົງຢາງ ເບາະ ອັນອື່ນໆ ເບາ່ະ ມາຊະລົງ ແມ່ນໍ້າ ຫັ້ນ ປະຊຸມກັນ ແລ້ວ ຊິຮັກສາ ແຕ່ ອັນເກົ່າ ບໍ່ໃຫ້ ຂຍາຍໃໝ່ ໃຫ້ ຢຸດເຊົາ ຊໍ່າທີ່ ມີຢູ່ແລ້ວ ກະປົກປັກ ຮັກສາ ໃຫ້ ມັນດີ".

ທ່ານກ່າວ ຕື່ມ ອີກວ່າ ພາຍຫລັງ ທີ່ ຫຼາຍ ບໍຣິສັດ ປູກກ້ວຍ ເຮັດໃຫ້ ນ້ຳ ເປິເປື້ອນ ເປັນພິດ ແບບ ບໍ່ເອົາ ຫົວຊາ ນຳແລ້ວ ປະຊາຊົນ ທີ່ຢູ່ໃກ້ ໄດ້ຮັບ ຄວາມ ເດືອດຮ້ອນ, ບໍ່ສາມາດ ໃຊ້ ນ້ຳ ຈາກ ແຫຼ່ງນ້ຳ ທັມມະຊາດ ໄດ້.

ແຕ່ ປະຈຸຍັນ ນີ້ ບັນຫາ ກໍ ຫລຸດລົງ ແດ່ແລ້ວ ພາຍຫລັງ ທີ່ ເຈົ້າໜ້າທີ່ ໄດ້ໄປເວົ້າ ເຖິງ ການ ອະນາມັຍ ເຂດ ອ້ອມຮອບ ພື້ນທີ່ ສວນກ້ວຍ ແຕ່ລະ ບ່ອນ.

ປັດຈຸບັນ ມີ ບໍຣິສັດ ປູກກ້ວຍ ຂອງ ຈີນ ຢູ່ ເມືອງລອງ 11 ບໍຣິສັດ, ໃນ ເນື້ອທີ່ ກວ່າ 400 ເຮັກຕາ, 70 ສ່ວນຮ້ອຍ ເປັນດິນ ເຊົ່າຈາກ ປະຊາຊົນ ຊຶ່ງ ນັກລົງທຶນ ຣາຍໃໝ່ ສ່ວນໃຫຍ່ ຈະເຊົ່າ ແບບບໍ່ໄດ້ ຜ່ານການ ກວດກາ ຂອງ ທາງການ, ເມື່ອ ຕົກລົງ ກັນແລ້ວ ຈຶ່ງ ມາຂໍ ອະນຸຍາດ ເພາະ ຫຼາຍຄົນ ຄິດວ່າ ທາງການ ລາວ ຈະບໍ່ ປະຕິເສດ.

ເວັບໄຊ ກ່ຽວກັບ ສິ່ງແວດລ້ອມ ພາສາ ຝຣັ່ງເສສ ຣາຍງານ ວ່າ ນັກລົງທຶນ ຈີນ ຢູ່ ພາກ ເໜືອ ຂອງລາວ ເຊົ່າທີ່ດິນ ປູກກ້ວຍ ຢ່າງ ວ່ອງໄວ ແລະ ບັນຫາ ໃຫຍ່ ຄື ເຂົາເຈົ້າ ໃຊ້ ສານເຄມີ ຂ້າ ຫຍ້າ ແລະ ຢາ ຂ້າ ແມງໄມ້ ຫຼາຍ ເກີນຄວນ ເຮັດໃຫ້ ດິນ ເສັຍຫາຍ ແລະ ເປັນ ອັນຕະລາຍ ຕໍ່ ສຸຂພາບ ຂອງ ປະຊາຊົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.