ເຈົ້າມືພະນັນເຕະບານຂຍາຍໂຕ
2014.11.27

ເຈົ້າຫນ້າທີ່ ປ້ອງກັນ ຄວາມສງົບ ທີ່ ນະຄອນ ຫຼວງວຽງຈັນ ທ່ານນຶ່ງ ເວົ້າວ່າ ປັດຈຸບັນ ມີເຈົ້າມື ລັກເປີດ ບ່ອນລົງ ພະນັນ ເຕະບານ ຫຼາຍຂຶ້ນ ກວ່າເກົ່າ ສ່ວນໃຫຍ່ ແມ່ນ ລັກເປີດ ຕາມເຮືອນ ຫລື ດ້ານຫຼັງ ຂອງ ຮ້ານຄ້າ ຕ່າງໆ ເພື່ອ ຫຼີກ ສາຍຕາ ຂອງ ເຈົ້າຫນ້າທີ່:
"ສ່ວນຫລາຍ ນີ້ເຂົາ ກໍລັກເຮັດ ດອກ ເຂົາເຮັດ ຢູ່ ໃນເຮືອນເຂົາ ເຂົາເຮັດຢູ່ ເປັນກຸ່ມ ການຫລິ້ນ ພະນັນເຂົາ ຫັ້ນແຫຼະ ຄັນຊີ່ເວົ້າ ລວມແລ້ວ ແຕ່ກ່ອນ ເຂົາບໍ່ສູ້ ຫຼິ້ນຫຼາຍ ຫຼືວ່າ ບໍ່ຮູ້ຫຼິ້ນບໍ ດຽວນີ້ ກໍຫລາຍຄົນ ກໍລັກເຮັດ ໃດ໋".
ທ່ານກ່າວ ຕື່ມວ່າ ເມື່ອ ບໍ່ດົນ ມານີ້ ເຈົ້າຫນ້າທີ່ ໄດ້ກວດລ້າງ ການຫລິ້ນ ພະນັນ ບານ ໃນຫົວເມືອງ ຕ່າງໆ ໃນ ນະຄອນ ຫຼວງ ວຽງຈັນ. ທາງການ ຈັບເຈົ້າມື ແລະ ຜູ້ຫລິ້ນ ໄດ້ ກວ່າ 10 ຄົນ ຊຶ່ງ ຈະຖືກ ດຳເນີນ ຄະດີ ຕາມກົດຫມາຍ.
ທາງການ ຈະສືບຕໍ່ ກວດລ້າງ ການ ພະນັນ ເຖື່ອນ ໄປ ເລື້ອຍໆ ເພື່ອ ປ້ອງກັນ ບັນຫາ ປະກົດການ ຫຍໍ້ທໍ້ ທາງ ສັງຄົມ ເປັນຕົ້ນ ການລັກຊັບ ປຸ້ນຈີ້ ເພື່ອ ຫາເງິນມາ ໃຊ້ໜີ້ ການພະນັນ.
ນອກຈາກ ນັ້ນ ເຈົ້າໜ້າທີ່ ຍັງເຕືອນ ເຈົ້າມື ແລະ ຜູ້ຫຼິ້ນ ການພະນັນ ທຸກ ປະເພດ ອີກວ່າ ຫາກ ຖືກຈັບໄດ້ ຈະ ຖືກປັບໃຫມ ຫລື ຖືກຈຳຄຸກ ໂທດ ໜັກຫຼືເບົາ ຂຶ້ນກັບ ຈຳນວນ ເງິນທີ່ ພະນັນ ກັນ.