ໂຮງງານຣົດ 3 ລໍ້ ສ້າງມົລພິດ
2019.01.31

ຖືເປັນອີກຄັ້ງນຶ່ງ ທີ່ບໍຣິສັດຈາກຈີນ ຫຼືກິຈການທີ່ນັກລົງທຶນຈີນ ໄດ້ເຂົ້າມາລົງທຶນໃນລາວ ແລ້ວສ້າງຜົລກະທົບຕໍ່ຊຸມຊົນ ພາຍຫຼັງທີ່ຊາວບ້ານ ໃນເຂດບ້ານແສງສະຫວ່າງ, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈຳນວນຫຼາຍຄອບຄົວ ລວມທັງພຣະສົງ ໃນເຂດບ້ານໄດ້ຮັບຄວາມ ເດືອດຮ້ອນ ຍ້ອນຢູ່ບໍ່ໄດ້ນອນບໍ່ຫຼັບ ຈາກການພົ່ນສີຣົດທັງເວັນທັງຄືນ ຂອງໂຮງງານປະກອບຣົດ 3 ລໍ້ ຈີນ ບໍຣິສັດ ຢິ່ນຊິ່ນ ຈຳກັດ ທີ່ຕັ້ງ ຢູ່ໃນເຂດບ້ານດຽວກັນ, ແລ້ວຊາວບ້ານໄດ້ໂພສວີດິໂອລົງສື່ສັງຄົມອອນລາຍ, ເຟສບຸກ.
ຊາວບ້ານທ່ານນຶ່ງໃນເຂດບ້ານດັ່ງກ່າວ ໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີ ໃນເດືອນມົກກະຣາ ນີ້ວ່າ, ໂຮງງານປະກອບຣົດຈີນແຫ່ງນີ້ ໄດ້ພົ່ນສີ ຣົດທັງເວັນທັງຄືນ ສົ່ງກິ່ນຂິວໄປທົ່ວໝູ່ບ້ານ, ໂດຍສະເພາະຕອນຄ່ຳ.
“ໂຮງງານປະກອບຣົດຢິນຊິ່ນນ່າ, ມີກິ່ນຂິວ ເຂົາເຈົ້າພົ່ນສີຣົດ ກິ່ນອອກມາໃສ່ ປະຊາຊົນນ່າ, ບໍຣິສັດໃຫຍ່ເດ້, ຕອນແລງປະມານ 8 ໂມງ ແລງ ເຂົາຈະຜລິດຣົດ 3 ລໍ້ ໄຟຟ້າຫັ້ນນ່າ ມັນຊິຂິວອອກມາເດ້."
ກ່ຽວກັບເຣື້ອງນີ້, ພາຍຫຼັງທີ່ວິທຍຸເອເຊັຽເສຣີ ໄດ້ຣາຍງານຂ່າວໄປບໍ່ເຖິງ 1 ສັປດາ, ເຈົ້າໜ້າທີ່ກ່ຽວຂ້ອງ ໂດຍແມ່ນພາກສ່ວນຫ້ອງການ ສິ່ງແວດລ້ອມ ປະຈຳເມືອງໄຊເສດຖາ ກໍໄດ້ລົງໄປຕິດຕາມກວດກາ ເພື່ອໃຫ້ເຈົ້າຂອງໂຮງງານ ຍຸຕິສ້າງຜົລກະທົບ ຕໍ່ ຊາວບ້ານ, ເຊິ່ງ ເຈົ້າໜ້າທີ່ກ່ຽວຂ້ອງ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ ໂຮງງານປະກອບຣົດ 3 ລໍ້ ຈີນ ແຫ່ງນີ້ ພາກສ່ວນກ່ຽວຂ້ອງ ກໍເຄີຍລົງໄປຕັກເຕືອນ ແລະ ເຮັດບົດບັນທຶກນຳແລ້ວ ຍ້ອນເຄີຍປະພຶຕແບບນີ້ມາກ່ອນ ແລະ ໄດ້ແນະນຳ ໃຫ້ສ້າງໂຮງງານໃຫ້ເປັນ ຣະບົບທີ່ໄດ້ມາຕຖານ. ດັ່ງທ່ານໄດ້ກ່າວຕອນນຶ່ງວ່າ:
“ເພາະວ່າເຮົາກະເຄີຍໄປເຮັດບົດບັນທຶກ ແຕ່ກີ້ເນາະ ກະເຄີຍແນະນຳເຂົາແລ້ວ ໃຫ້ເຂົາເຮັດຣະບົບກັ່ນຕອງນ້ຳຄັກແນ່ໄດ໋ ແບບເຂົາສີດລະ ຝຸ່ນອອກໄປລະມັນຖືກ ມີຜ້າກັ້ງນ້ຳມີຫຍັງຫັ້ນນ່າ ເຮົາໃຫ້ຂະເຈົ້າເຮັດແນວນັ້ນ ໄປອົບເປັນຫ້ອງເປັນຫຍັງ."
ທ່ານກ່າວຕື່ມວ່າ ພາຍຫຼັງທີ່ໄດ້ຮັບຮູ້ຂ່າວຄວາມເດືອດຮ້ອນ ໃນເທື່ອຫຼ້າສຸດນີ້ ຄືເມື່ອວັນທີ 14 ມົກກະຣາ 2019 ທີ່ມີປະຊາຊົນໂພສ ບັນຫາການພົ່ນສີ ຂອງໂຮງງານປະກອບຣົດ ຢິ່ນຊິ່ນ ລົງສື່ສັງຄົມອອນລາຍນັ້ນ, ເຈົ້າໜ້າທີ່ກ່ຽວຂ້ອງ ກໍໄດ້ສົມທົບກັບ ພາກສ່ວນບ້ານ ແລ້ວລົງໄປຕິດຕາມກວດກາ ອີກຄັ້ງ ແລະ ກໍໄດ້ຂໍຄວາມຮ່ວມມື ກັບເຈົ້າຂອງບໍຣິສັດຄູ່ກໍຣະນີກັບປະຊາຊົນ ໃນເຂດບ້ານແສງສະຫວ່າງ ຍຸຕິສ້າງຜົລກະທົບ ໃຫ້ຊາວບ້ານໂດຍໄວ ແລະ ບັນຫາດັ່ງກ່າວກໍຖືເປັນອັນໄດ້ຮັບ ການແກ້ໄຂ ໃນເບື້ອງຕົ້ນ:
“ເຮົາກະໄປປະສານຫານາຍບ້ານແລ້ວ ນາຍບ້ານກະວ່າກະຊິພົວພັນກັບເຈົ້າຂອງ. ອັນນີ້ມັນບໍ່ມີກິ່ນມີຫຍັງລະນ່າ ມັນມີແຕ່ມື້ເຂົາເຮັດຊື່ໆ ຕາມຜູ້ຢູໃກ້ຣາຍງານຫັ້ນນ່າ ເຮົາລົງໄປແລ້ວກັບບ້ານ. ໄປຫານາຍບ້ານ ນາຍບ້ານລາວໄປແລ້ວເນາະ ສົມທົບຕື່ມ ຫັ້ນແຫຼະ. ອັນຢູ່ໂຮງງານ ກະຖືວ່າ ບໍ່ມີກິ່ນມີຫຍັງແລ້ວເນາະ ອັນນັ້ນກະ. ເຮົາລົງໄປແລ້ວ ເຮົາລົງໄປກັບໝວດນາຍບ້ານນ່າມື້ນັ້ນນ່າ."
ໃນວັນທີ 23 ມົກກະຣາ ທີ່ຜ່ານມານັ້ນ, ຜູ້ສື່ຂ່າວເອເຊັຽເສຣີ ກໍໄດ້ຕິດຕໍ່ສອບຖາມໄປຍັງຫ້ອງການສຳນັກງານໃຫຍ່ ບໍຣິສັດ ຢິ່ນຊິ່ນ ຈຳກັດ ຖນົນດົງຈອງ, ບ້ານແສງສະຫວ່າງ, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເພື່ອສອບຖາມເຖິງການແກ້ໄຂບັນຫາ ດັ່ງກ່າວ ແລະ ເຈົ້າໜ້າທີ່ປະຈຳບໍຣິສັດ ກໍໄດ້ຢືນຢັນຕໍ່ຜູ້ສື່ຂ່າວເອເຊັຽເສຣີ ວ່າ ເຈົ້າໜ້າທີ່ກ່ຽວຂ້ອງ ກໍໄດ້ລົງມາຕິດຕາມກວດກາ ບໍຣິສັດແລ້ວ ແລະ ທາງ ບໍຣິສັດ ກໍຈະປະຕິບັດຕາມ ແລະ ບໍ່ດຳເນີນງານໃນເວລາກາງຄືນອີກ.
“ເພິ່ນລົງມາກວດແລ້ວ ເພິ່ນລົງມາກວດແລ້ວອ້າຍ. ມີແຕ່ເຮົາປັບປຸງໃໝ່ ຫັ້ນແຫຼະນໍ ເພາະວ່າກະບໍ່ເຮັດວຽກມື້ຄືນ ເຮົາເຮັດແຕ່ວຽກມື້ເວັນ. ລະແມ່ນຕໍາຣວຈສິ່ງແວດລ້ອມ ມາລົງຫັ້ນນະ. ຕອນນັ້ນເພິ່ນກະມາລົງລະເຮົາກະປັບປຸງແລ້ວ. ແລ້ວເພິ່ນກະລົງ ມາອີກ ລະເພິ່ນບອກເຮົາ ປັບປຸງ ເຮົາກະປັບປຸງຫັ້ນນະ. ແຕ່ເພິ່ນລົງມາ ລະເຮົາກະບໍ່ເຮັດເລີຍ ເຮັດວຽກມື້ຄືນ ເຮັດແຕ່ມື້ເວັນ. ແຕ່ກີ້ເຮັດແທ້ ເຮັດມື້ຄືນ, ເພິ່ນລົງມາ ແລ້ວກະຢຸດເຊົາເລີຍ ມື້ຄືນຫັ້ນນ່າ ເພາະວ່າມື້ຄືນກະອິຂິວແທ້ເນາະ ເພາະວ່າມັນເດິກໆ ເຢັນໆ ຫັ້ນນ່າ."
ກໍຖືວ່າບັນຫາດັ່ງກ່າວ ຈົບລົງດ້ວຍດີ, ທາງເຈົ້າໜ້າທີ່ ກໍໄດ້ໄປແກ້ໄຂບັນຫາ ໃຫ້ກັບຊາວບ້ານ ດ້ວຍການໄປຕັກເຕືອນເຈົ້າຂອງໂຮງງານ ພ້ອມທັງແນະນຳ ໃຫ້ດຳເນີນການຕ່າງໆ ໃຫ້ຖືກຕ້ອງຕາມຣະບຽບບ້ານເມືອງ ແລະ ເຈົ້າຂອງໂຮງງານກໍຮັບປາກວ່າ ຈະປະຕິບັດຕາມ ຄຳແນະນຳ ຂອງເຈົ້າໜ້າໜ່ວຍງານສິ່ງແວດລ້ອມ ເພື່ອຫຼຸດຜ່ອນບັນຫາໃຫ້ແກ່ປະຊາຊົນໃນເຂດບ້ານ ແລະ ຊຸມຊົນນັ້ນ.
ກ່ອນໜ້ານີ້ ມີຣາຍງານອອກມາເປັນໄລຍະວ່າ ບໍຣິສັດ ຫຼືກິຈການຕ່າງໆທີ່ນັກລົງທຶນຈາກຈີນ ເຂົ້າມາລົງທຶນໃນລາວ, ໂດຍສະເພາະ ໃນ ເຂດນະຄອນຫຼວງວຽງຈັນ ມັກຈະສ້າງບັນຫາທີ່ສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມແລະສັງຄົມ, ເປັນຕົ້ນເມື່ອປີ 2016 ຜ່ານມາກໍມີຂ່າວວ່າ ບໍຣິສັດແຍກຂີ້ເຫຍື້ອ ອີເລັກໂຕຣນິກ ຈາກຈີນ ທີ່ໄດ້ມາຕັ້ງໂຮງງານ ຢູ່ເຂດບ້ານໂນນຂີ້ເຫຼັກ, ເມືອງສີໂຄຕະບອງ ກໍໄດ້ສົ່ງມົລພິດກິ່ນຂິວ ສ້າງຄວາມເດືອດຮ້ອນໃຫ້ແກ່ຊາວບ້ານ ໃນການໃຊ້ຊີວິຕປະຈຳວັນ ແລະກັງວົນວ່າກິ່ນຂິວ ດັ່ງກ່າວຈະເປັນອັນຕະຣາຍ ຕໍ່ສຸຂພາບຂອງ ພວກເຂົາ. ແຕ່ໃນທີ່ສຸດ, ເມື່ອປະຊາຊົນຮ້ອງຮຽນໄປເຖິງພາກສ່ວນກ່ຽວຂ້ອງ ອຳນາດການປົກຄອງນະຄອນຫຼວງວຽງຈັນ ກໍໄດ້ອອກຄຳສັ່ງ ໃຫ້ບໍຣິສັດ ໂຈະການດຳເນີນກິຈການ ຈົນກວ່າຈະມີມາຕການທີ່ດີ ໃນການຫຼຸດຜ່ອນ ຜົລກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ.
ເມື່ອທ້າຍປີ 2018, ກໍມີີຣາຍງານອີກວ່າ ບໍຣິສັດ ໂຢງເຊີນ ຈາກຈີນ ທີ່ໄດ້ຮັບສັມປະທານໃຫ້ປູກກ້ວຍ ໃນເຂດບ້ານໃຫຍ່ນາຈະເຣີນ, ເມືອງສັງທອງ ກໍປ່ອຍນ້ຳຢາລ້າງກ້ວຍລົງສູ່ສາຍນ້ຳຕອນ ເຮັດໃຫ້ປາຕາຍເປັນຈຳນວນຫຼາຍ ແລະເຈົ້າໜ້າທີ່ຂັ້ນເມືອງສັງທອງ ກໍໄດ້ອອກ ແຈ້ງການເຕືອນປະຊາຊົນ ງົດໃຊ້ນ້ຳຈາກສາຍນ້ຳ ດັ່ງກ່າວ ໃນຊີວິຕປະຈຳວັນ.
ເຖິງຢ່າງໃດກໍດີ, ອຳນາດການປົກຄອງໃນຂັ້ນທ້ອງຖິ່ນ ກໍຖືເອົາຜົລກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມ ເປັນເຣື້ອງທີ່ສຳຄັນ ແລະໄດ້ລົງ ແກ້ໄຂບັນຫາ ດັ່ງກ່າວໃຫ້ແກ່ປະຊາຊົນໄດ້ໃນທີ່ສຸດ ແລະ ຈົນມາເຖິງກໍຣະນີການພົ່ນສີ ຂອງໂຮງງານປະກອບຣົດ 3 ລໍ້ ຈີນ ທີ່ບ້ານ ແສງສະຫວ່າງນີ້ ກໍຖືກແກ້ໄຂໄປດ້ວຍດີອີກຄັ້ງນຶ່ງ.