ຂ.ຫຼວງນໍ້າທາຈະເຂັ້ມງວດ ສັນຍາ ປູກກ້ວຍ

ອຸ່ນແກ້ວ ສຸກສະຫວັນ
2017.12.01
f-banana ສວນປູກກ້ວຍ ຂອງຈີນຢູ່ພາກເໜືອ ສປປລາວ
RFA

ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງຫລວງນ້ຳທາ ຢືນຢັນວ່າ ຈະບໍ່ໃຫ້ບໍຣິສັດຈີນ ເຂົ້າມາປູກກ້ວຍ ແລະຕໍ່ສັນຍາການສັມປະທານ ໄປຕື່ມ, ແຕ່ຈະຄຸ້ມຄອງ ໃຫ້ເຂັ້ມງວດກວ່າເກົ່າ.

ທາງການລາວໄດ້ອອກລະບຽບ 9 ຂໍ້ ເພື່ອບັງຄັບໃຊ້ ໃນສວນກ້ວຍຂອງຈີນ ແລະຈະມີການປະເມີນຜົນ ອີກຄັ້ງ ຊຶ່ງຖ້າວ່າ ບໍຣິສັດປູກກ້ວຍ ປະຕິບັດຕາມລະບຽບການ ຢ່າງເຄັ່ງຄັດ ກໍຈະໄດ້ຮັບ ອະນຸຍາດໃຫ້ຕໍ່ສັນຍາ ປູກກ້ວຍ. ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງ ຫລວງນ້ຳທາ ໄດ້ກ່າວໃນວັນທີ 1 ທັນວາ ວ່າ:

"ເຂົາຊິໃຫ້ເຮັດແບບກະສິກັມ ສະອາດເນາະ ດຽວນີ້ ຫັ້ນເຂົ້າສູ່ກະສິກັມສະອາດນະ ບັນດາບໍຣິສັດ ປູກກ້ວຍເນາະ ຖ້າວ່າເຂົາເຈົ້າເຮັດຕາມ ກະສິກັມສະອາດຫັ້ນນະ ໄດ້ແລ້ວເພິ່ນຊິກວດ ຕື່ມເນາະ ກວດໄດ້ແລ້ວ ບາງເທື່ອເພິ່ນຊິໃຫ້ຂະຫຍາຍ ບາງເທື່ອກະຊິບໍ່ໃຫ້ ຂະຫຍາຍເນາະ."

ເຈົ້າໜ້າທີ່ກ່າວຕື່ມອີກວ່າເນື້ອໃນສຳຄັນ ຂອງລະບຽບການດັ່ງກ່າວ ຈະເນັ້ນກ່ຽວກັບ ການຍົກເລີກໃຊ້ສານເຄມີ ໃນສວນກ້ວຍ ເພື່ອບໍ່ໃຫ້ເກີດ ຜົນກະທົບ ຕໍ່ສິ່ງແວດລ້ອມ ແລະຮັບປະກັນວ່າ ໝາກກ້ວຍທີ່ສົ່ງອອກໄປຈີນ ຈະຕ້ອງມີຄວາມປອດພັຍສູງ ແລະບໍ່ມີສານເຄມີຕົກຄ້າງ ແລະ ນອກຈາກນີ້ ຈະມີການຂຶ້ນທະບຽນ ສວນກ້ວຍແຕ່ລະແຫ່ງ ເພື່ອໃຫ້ງ່າຍໃນການກວດກາ.

ອີງຕາມຂໍ້ມູນຈາກ ແຂວງຫລວງນ້ຳທາ, ທົ່ວແຂວງມີເນື້ອທີ່ປູກກ້ວຍ ເຫຼືອພຽງແຕ່ 2,000 ເຮັກຕາ ຊຶ່ງສວນກ້ວຍແຕ່ລະແຫ່ງ ຈະໝົດ ສັນຍາການເຊົ່າທີ່ດິນ ໃນປີ 2018 ແຕ່ກ່ອນຈະໝົດສັນຍາ ເຈົ້າໜ້າທີ່ກ່ຽວຂ້ອງ ຈະລົງປະເມີນຜົນອີກເທື່ອນຶ່ງ ວ່າຈະອະນຸຍາດໃຫ້ສືບຕໍ່ ຫຼືບໍ່.

ນອກຈາກແຂວງຫລວງນ້ຳທາແລ້ວ, ແຂວງບໍ່ແກ້ວ ແລະ ແຂວງອຸດົມໄຊ ກໍຈະປະຕິບັດຕາມລະບຽບການ 9 ຂໍ້ເຊັ່ນດຽວກັນ ໂດຍສະເພາະ ການເຮັດກະສິກັມສະອາດ.

ໃນວັນທີ 22 ພຶສຈິກາ ທີ່ຜ່ານມາ, ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງຫລວງນ້ຳທາ ໄດ້ປະຊຸມປຶກສາຫາລື ກັບເຈົ້າໜ້າທີ່ ຜແນກສຸຂອະນາມັຍພືດ ແຂວງຢູນານຂອງຈີນ ແລະເຈົ້າຂອງ ສວນກ້ວຍຈີນ ຢູ່ແຂວງຫລວງນ້ຳທາ, ແຂວງບໍ່ແກ້ວ ແລະອຸດົມໄຊ ກ່ຽວກັບມາດຕະການ ຈັດຕັ້ງປະຕິບັດ ການຜະລິດກ້ວຍ ເປັນສິນຄ້າສົ່ງອອກໄປຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.