ໄຟໃໝ້ໂຮງງານ ເກົ່າເຊີ່ນ ຊຶ່ງ ເປັນໂຮງງານ ຢາງພາລາ ຂນາດໃຫຍ່ ຂອງ ນັກລົງທຶນຈີນ ທີ່ ຕັ້ງຢູ່ຣະຫວ່າງ ບ້ານທົ່ງນ້ອຍ ແລະ ບ້ານ ໜອງແດງ ເມືອງປາກຊັນ ແຂວງບໍລິຄໍາໄຊ ໃນເວລາປະມານ 11 ໂມງເຊົ້າ ຂອງມື້ວັນທີ 1 ຕຸລານີ້, ເຮັດໃຫ້ມີຄວາມເສັຽຫາຍຫລາຍ, ແຕ່ຍັງບໍ່ຮູ້ມູລຄ່າເສັຽຫາຍນັ້ນ. ເຈົ້າໜ້າທີ່ຕໍາຣວດ ຍັງສືບສວນຫາສາເຫດ ຂອງໄຟໃໝ້ນັ້ນຢູ່. ຊາວບ້ານຜູ້ເຫັນເຫດການໄຟໄໝ້ ທີ່ຂໍສງວນຊື່ ເວົ້າຕໍ່ RFA ໃນມື້ວັນທີ 2 ຕຸລາ ນີ້ວ່າ:
“ຂະເຈົ້າກະມາດັບໄຟ ມື້ວານນີ້ ມອດໝົດແລ້ວ ມອດໝົດຕັ້ງແຕ່ມື້ວານຕອນແລງ. ອັນນີ້ກະບໍ່ຮູ້ລາຍລະອຽດ ເພາະວ່າໂຮງງານຢູ່ສົ້ນບ້ານ ຢູ່ຫົວບ້ານ.”
ຊາວບ້ານໃກ້ຄຽງຄົນນຶ່ງ ຜູ້ຂໍສງວນຊື່ ເວົ້າຕໍ່ RFA ໃນມື້ດຽວກັນນັ້ນວ່າ ໃນໄລຍະໄຟໄໝ້ ໂຮງງານດັ່ງກ່າວ ຕົນເຫັນແຕ່ຄັວນ ກຸ້ມຂຶ້ນເທິງ ອາກາດ, ບໍ່ໄດ້ເຂົ້າໄປເບິ່ງໃກ້ໂຮງງານ ວ່າເປັນແນວໃດກັນແທ້ ເຫັນເຈົ້າໜ້າທີ່ດັບເພີງ ພາກັນໄປສີດນໍ້າໃສ່ຢູ່:
“ຢູ່ຢາງພາລາຫັ້ນເບາະ ກະບໍ່ຢູ່ໃກ້ ມັນຢູ່ຄົນລະສົ້ນກັນ ຢູ່ບ້ານດຽວຫັ້ນແຫລະ ແຕ່ວ່າບ້ານຂ້ອຍ ມັນຢູ່ບ້ານເໜືອພີ້ ອັນນັ້ນຢູ່ບ້ານໃຕ້. ໂຕນີ້ເຮົາກໍບໍ່ໄດ້ໄປເບິ່ງ ນ່າຈະມອດແລ້ວ ເພາະວ່າມື້ວານນີ້ ກະມີຣົດ ດັບເພີງ ໄປຫັ້ນນະ.”
ແລະຊາວບ້ານອີກຄົນນຶ່ງ ຜູ້ຂໍສງວນຊື່ ທີ່ເຫັນເຫດການນັ້ນ ກໍເວົ້າຕໍ່ RFA ໃນມື້ດຽວກັນນີ້ວ່າ ຕົນເຫັນໄຟໄໝ້ ໂຮງງານຢາງພາລາ ໃນຂນະທີ່ຂັບຣົດໄປ ໂຕເມືອງ ປາກຊັນ, ໄດ້ຢຸດແວ່ຖ່າຍຮູບ ແລະ ຖ່າຍວິດິໂອ ແຕ່ບໍ່ໄດ້ຖາມ ຣາຍລະອຽດ ນໍາຊາວບ້ານຄົນອື່ນໆ ທີ່ພາກັນອອກຈາກເຮືອນມາເບິ່ງ
“ຄືວ່າມື້ວານນີ້ ຂີ່ກາຍໄປປາກຊັນ ເຫັນໄຟໃໝ້ແລະຖ່າຍວິດິໂອໄວ້ ຈັ່ງວ່າແຫລະ ພໍດີຂີ່ກາຍລະເຫັນໄໝ້ ກະສິເບິດແລ້ວ.”
ກ່ຽວກັບເຣື່ອງນີ້ ເຈົ້າຂອງສວນຢາງພາລາ ທີ່ຂໍສງວນຊື່ ຢູ່ເມືອງປາກກະດິງ ກໍເວົ້າຕໍ່ RFA ໃນມື້ວັນທີ 2 ຕຸລາ ນີ້ວ່າ ເມື່ອບໍ່ດົນມານີ້ ພະນັກງານຂອງໂຮງງານ ຢາງພາລາຈີນ ໄດ້ມາຮັບຊື້ ນໍ້າຢາງພາລາ ຢູ່ ສວນຂອງຕົນໃນຣາຄາ 20 ບາດຕໍ່ 1 ກິໂລ ຊຶ່ງຖືວ່າເປັນຣາຄາ ຕໍ່າຫລາຍ. ແຕ່ເຣື່ອງໄຟໄໝ້ໂຮງງານນັ້ນ ຕົນບໍ່ຮູ້ວ່າ ເປັນແນວໃດກັນແທ້:
“ເຮົາບໍ່ຮູ້ອັນນີ້ຫັ້ນແບບວ່າບ້ານເຮົາ ເຂົາສິມາຊື້ຮອດສວນເນາະມີໂຮງງານຈີນ ໄທກະມາຊື້ແລ້ວກະວຽດ ໂອ໋ ດຽວນີ້ເພິ່ນມາຊື້ຢູ່ບ້ານ ມີແຕ່ ໂລນຶ່ງ 20 ບາດ.”
ເພື່ອຂໍຮູ້ກ່ຽວກັບເຫດໄຟໄໝ້ນັ້ນຕື່ມ RFA ໄດ້ຕິດຕໍ່ໄປຫາຜແນກ ອຸດສາຫະກັມ ແລະການຄ້າ ແຂວງບໍລິຄໍາໄຊ ໃນມື້ດຽວກັນນີ້, ເຈົ້າໜ້າທີ່ ນາງນຶ່ງ ຜູ້ຂໍສງວນຊື່ ບອກວ່າ ເຫດການໄຟໃໝ້ ໂຮງງານ ຢາງພາລາ ຂອງຈີນນັ້ນ ມີສາເຫດມາຈາກ ຄົນງານລາວ ພາຍໃນໂຮງງານ ໄດ້ວາງເພີງ ຍ້ອນມີການຜິດຖຽງກັນ ກັບຄົນງານຜູ້ອື່ນ ແລ້ວຈຶ່ງກໍ່ເຫດ ດັ່ງກ່າວຂຶ້ນ ຊຶ່ງເຈົ້າໜ້າທີ່ຕໍາຣວດເມືອງ ປາກຊັນ ກໍາລັງສອບສວນ ຜູ້ກ່ຽວຢູ່:
“ຢາງພາລາເກົາເຊີ້ນຂອງຈີນ ກະຮູ້ແລ້ວເນາະຈັບໄດ້ແລ້ວ ຄົນງານຢູ່ຫັ້ນລະຜິດກັນ ມັນເປັນແນວໃດບໍ່ຮູ້ ເລີຍວ່າເອົານໍ້າມັນໄປຫົດແລ້ວກະ ຈູດຫັ້ນນະ ເພິ່ນສອບສວນລະແມ່ນ ເປັນຍ້ອນ ສາເຫດອັນໃດ ຈັ່ງວ່າໄປເຮັດຜິດກັນຫຍັງ ຄົນງານເຝົ້າຢູ່ຫັ້ນລະ ມັນມີ 2 ຄົນເບາະ.”
ນາງກ່າວຕື່ມວ່າ ໂຮງງານຢາງພາລາແຫ່ງນີ້ ຈີນເຂົ້າມາລົງທຶນຢູ່ເມືອງ ປາກຊັນ ເປັນເວລາດົນເຕີບແລ້ວ ຈື່ປີທີ່ເລີ່ມເຂົ້າມາລົງທຶນບໍ່ໄດ້. ກ່ອນເກີດເຫດໄຟໄໝ້ ທາງໂຮງງານໄດ້ຮັບຊື້ນໍ້າຢາງພາລາ ເພື່ອກຽມ ຜລິດເປັນຢາງພາລາແຜ່ນ ສົ່ງໄປຂາຍຢູ່ຈີນ, ແຕ່ແລ້ວມາເກີດໄຟໄໝ້ ເຮັດໃຫ້ມີຄວາມເສັຽຫາຍ ແຕ່ຍັງປະເມີນມູລຄ່າ ບໍ່ໄດ້.
ພ້ອມກັນນັ້ນ RFA ໄດ້ພຍາຍາມຕິດຕໍ່ໄປຫາ ຄະນະບໍຣິຫານ ໂຮງງານຢາງພາລາ ເກົ່າເຊີ່ນ ເພື່ອຂໍຮູ້ລາຍລະອຽດ ແຕ່ບໍ່ສາມາດ ຕິດຕໍ່ໄດ້ ເນື່ອງຈາກຄະນະບໍຣິຫານ ສ່ວນໃຫຍ່ເປັນຄົນຈີນ ຍັງບໍ່ທັນກັບເຂົ້າມາ ລາວເທື່ອ.
ໃນຂະນະດຽວກັນ RFA ກໍໄດ້ຕິດຕໍ່ໄປຫາຫ້ອງການຕໍາຣວດ ປ້ອງກັນຄວາມສງົບ ເມືອງປາກຊັນ ເພື່ອຂໍຮູ້ກ່ຽວກັບ ການສອບສວນຜູ້ກໍ່ເຫດ ແຕ່ເຈົ້າໜ້າທີ່ ຍັງບໍ່ສາມາດເປີດເຜີຍຂໍ້ມູລໄດ້. ກ່ອນໜ້ານີ້ ກໍເຄີຍ ເກີດໄຟໃໝ້ໂຮງງານ ຢາງພາລາຂອງນັກລົງທຶນຈີນ ຢູ່ຢູ່ບ້ານ ຫ້ວຍລອງ ເມືອງສິງ ແຂວງຫລວງນໍ້າທາ ເມື່ອ ເດືອນຕຸລາ ປີກາຍ ເຮັດໃຫ້ໂຮງງານເສັຽຫາຍປະມານ 40 ລ້ານກີບ. ໄຟໃໝ້ນັ້ນເກີດຈາກຄົນງານ ໃຊ້ພັດລົມ ເປົ່າໄຟໃນເຕົາອົບ ແລ້ວເກີດໄຟໃໝ້. ແຕ່ຄົນງານ ບໍ່ໄດ້ຖືກດໍາເນີນຄະດີ ຍ້ອນເຈົ້າຂອງໂຮງງານ ບໍ່ເອົາຄວາມ ແລະບໍ່ໄດ້ແຈ້ງ ຕໍາຣວດ.