ປະຊາຊົນ ເຂື່ອນນ້ຳອູ 1 ແຮ່ງ ທຸກຍາກ

ສິດນີ
2017.11.27
F-Nam-Ou ສາຍນໍ້າອູ
RFA/SN

ປະຊາຊົນເມືອງປາກອູ ແຂວງຫລວງພຣະບາງ ຈຳນວນ 100 ປາຍຄອບຄົວ ທີ່ຖືກໂຍກຍ້າຍ ໄປຢູ່ບ້ານຈັດສັນ ເຂື່ອນນ້ຳອູ 1 ຊຸດທຳອິດ ແຮ່ງທຸກຍາກກວ່າເກົ່າ ຍ້ອນຖນົນຫົນທາງ ໂຮງຫມໍ ໂຮງຮຽນ ແລະສາທາຣະນຸປະໂພກ ປະເພດຕ່າງໆ ຍັງບໍ່ທັນແລ້ວ ເທື່ອ. ຕາມການ ເປີດເຜີຍ ຂອງປະຊາຊົນ ຜູ້ທີ່ບໍ່ປະສົງອອກຊື່ ໃນມື້ວັນທີ 24 ພຶສຈິກາ ນີ້ວ່າ:

"ເຂົາວ່າໂຍກຍ້າຍໃຫ້ດີໃຫ້ສະດວກກວ່າເກົ່າ ເຮັດໄປເຮັດມາ ທຸກກວ່າເກົ່າ ຍັງບໍ່ທັນໄດ້ເທຶ່ອ ຕາມແຜນເຂົາເນາະ ເສັ້ນທາງດີກໍຍັງໄຄ ດຽວນີ້ ເສັ້ນທາງບໍ່ດີ ບ້ານເຮືອນ ກໍຍັງບໍ່ດີ  ມັນມີຂຸມເປັນຮ່ອງ ກໍມີຄວາມໃດ ກໍວ່າໃຫ້ຄ່ອຍແນວນັ້ນຊື່ໆ ພວກເຮົາຢູ່ລ້າໆ ດຽວນີ້ນະ ມານີ້ເຣື້ອງໂຮງຫມໍ ແຕ່ໂຮງຫມໍມີ ມີແຕ່ຊື່ສຽງມັນຊື່ໆ ຢາບໍ່ມີມັນເປັນແນວນັ້ນແຫລະ."

ທ່ານກ່າວຕື່ມວ່າ ບ້ານທີ່ຖືກໂຍກຍ້າຍ ໄປຢູ່ບ້ານຈັດສັນຊຸດທຳອິດນັ້ນ ມີຢູ່ສອງບ້ານ ຄືບ້ານຫ້ວຍໂລ ແລະບ້ານລາດແຮ່ ມີປະຊາຊົນ ປະມານ 100 ປາຍຄອບຄົວ ຂະເຈົ້າຖືກຍ້າຍມາແຕ່ ປາຍເດືອນ 7 ປີນີ້ມາຮອດ ປັດຈຸບັນ ສິ່ງອຳນວຍ ຄວາມສະດວກ ຕ່າງໆກໍຍັງບໍ່ມີ ເປັນຕົ້ນໂຮງຮຽນ ກໍຢູ່ໄກປະມານ 2 ກິໂລແມັດ ເຮັດໃຫ້ເດັກນ້ອຍບໍ່ສາມາດໄປຮຽນໄດ້ ໂຮງຫມໍກໍຍັງບໍ່ມີ ຢາປົວພຍາດ ເຮືອນຢູ່ສຳລັບ ປະຊາຊົນນັ້ນ ບາງບ້ານຍັງບໍ່ມີເທື່ອ ແລະຖນົນຫົນທາງ ກໍເປັນຂຸມເປັນຫລຸມ ບໍ່ຄືຄຳໂຄສະນາ ກ່ອນຂະເຈົ້າ ຖືກໂຍກຍ້າຍ. ຊາວບ້ານ ຍັງລຳບາກ ແລະທຸກຍາກກວ່າເກົ່າ:

"ວັດນີ້ສ້າງແຕ່ວ່າຫ້ອງການບ້ານ ຍັງບໍ່ມີ ຕັ້ງແຕ່ເຮົາຍ້າຍມານີ້ ທຸກຍາກແທ້ໆຄູ່ມື້ນີ້ ເປັນຕົ້ນຕໍນີ້ ອັນທີນຶ່ງແມ່ນ້ຳກິນນີ້ ແມ່ນຂາດຕລອດບໍ່ມີ ໄປຕັກນ້ຳຫ້ວຍນ້ຳຮ່ອງມາກິນ ຫຍຸ້ງຍາກທີ່ສຸດແຫລະນໍາຫາກິນ ໄຂ່ນີ້ເຂົາໄດ້ ແຕ່ເທື່ອດຽວ ຜູ້ນຶ່ງກໍສອງສາມ ຫນ່ວຍນີ້ແຫລະ ໄຂ່ໄກ່ນີ້ນໍ ພວກເຮົາມາຢູ່ກ່ອນນັ້ນ ເຂົາຍັງຄາຢູ່ບ້ານເກົ່າພຸ້ນ ບໍ່ທັນມາດຽວນີ້ ຍັງມີບ້ານຍັງບໍ່ທັນມາ ຍ້ອນບໍ່ມີບ່ອນ ຈະຂົນເຄື່ອງນີ້ແຫຼະ ຍັງບໍ່ໄດ້ ອໍານວຍ ຄວາມສະດວກເທື່ອເຣື້ອງເສັ້ນທາງ."

ອີງຕາມຂໍ້ມູນທາງການລາວ ໂຄງການນ້ຳອູ 1 ສົ່ງຜົລກະທົບ ຕໍ່ປະຊາຊົນ 1,921 ຄອບຄົວ ຫລືປະມານ 8,308 ຄົນ ໃນນັ້ນປະຊາຊົນ ຈາກເມືອງປາກອູ 13 ບ້ານ ແລະເມືອງງອຍ 4 ບ້ານ ສ່ວນການໂຍກຍ້າຍ ປະຊາຊົນ ທາງການມີແຜນການ ຈະຍ້າຍ ພຽງແຕ່ 386 ຄອບຄົວ ຫລື 7 ບ້ານ ຊຶ່ງໃນປັດຈຸບັນ ຍ້າຍໄປແລ້ວ 2 ບ້ານ ແລະໃນເດືອນທັນວາ ນີ້ຈະຍ້າຍອີກສອງບ້ານ ດັ່ງບ້ານ ປາກແຈກ ແລະ ບ້ານຫາດຂວາ ສ່ວນບ້ານ ທີ່ບໍ່ໄດ້ຜົລກະທົບ ຫລາຍນັ້ນ ຈະບໍ່ມີການໂຍກຍ້າຍ ທາງການໄດ້ໃຫ້ເງິນ ຄ່າຊົດເຊີຍ ວ່າງເດືອນ 9 ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.