ນໍ້າຂອງໃສ ຍັງຣະບຸບໍ່ໄດ້ ຈະເກີດ ຜົລກະທົບຫຍັງ
2019.12.30
ປະກົດການ ນໍ້າຂອງໃສ ທີ່ເປັນ ສີຟ້າ ໃນເຂດພາກກາງ ຂອງລາວ ນັ້ນ, ປັດຈຸບັນ ເຈົ້າໜ້າທີ່ ຍັງບໍ່ສາມາດ ຢືນຢັນໄດ້ວ່າ ຈະເກີດມີ ຜົລກະທົບຫຍັງ ຕໍ່ກັບ ການນໍາໃຊ້ນໍ້າ ໃຫ້ແກ່ການປູກຝັງ ຫຼື ການດຳຣົງ ຊີວິຕ ຂອງປະຊາຊົນ ແລະ ຕ້ອງໄດ້ ຕິດຕາມ ໃນໄລຍະຍາວ.
ປັດຈຸບັນ, ເຈົ້າໜ້າທີ່ ກ່ຽວຂ້ອງ ກຳລັງເລັ່ງ ລົງຮິບໂຮມ ຂໍ້ມູນ ເພື່ອວິຈັຍວ່າ ນໍ້າຂອງປ່ຽນສີ ເກີດຂຶ້ນຍ້ອນ ສາເຫຕຫຍັງ? ດັ່ງເຈົ້າໜ້າທີ່ ແຂວງຄຳມ່ວນ ໄດ້ກ່າວຕໍ່ ນັກຂ່າວ ເອເຊັຽເສຣີ ໃນວັນທີ 30 ທັນວາ ວ່າ:
“ສາເຫຕທີ່ ນໍ້າຂອງໃສ ນີ້ ກໍຍັງບໍ່ສາມາດ ຢັ້ງຢືນໄດ້ ວ່າ ມີຜົລກະທົບ ແນວໃດບໍ່ ໃນຕໍ່ໜ້າ. ມັນຫາກໍຊິເຣີ່ມໃນປີນີ້ ແລະ ການປ່ຽນ ນ້ຳປ່ຽນສີ ນີ້ ກໍເຫັນວ່າ ຊິປ່ຽນ ໃນປີນີ້ ກໍບໍ່ສາມາດ ຢັ້ງຢືນໄດ້ວ່າ ມັນຊິມີ ຜົລກະທົບ ແນວໃດບໍ່, ແຕ່ວ່າ ຕ້ອງຕິດຕາມເບິ່ງ ເປັນໄລຍະຍາວນານ ຈຶ່ງຊິຮູ້ວ່າ ເອີປີໜ້າ ມັນປ່ຽນບໍ່? ເອີ ອັນນັ້ນ, ມັນຈະມີ ຜົລກະທົບ ແທ້ເນາະ. ເວົ້າເຣື່ອງ ການນໍາໃຊ້ນໍ້າ ໃຫ້ແກ່ ການປູກຝັງ ຫຼືວ່າ ການດຳຣົງ ຊີວິຕ ຂອງປະຊາຊົນຫັ້ນ.”
ທ່ານໄດ້ກ່າວ ຕື່ມວ່າ ນັບແຕ່ນໍ້າຂອງ ປ່ຽນສີ, ເຈົ້າໜ້າທີ່ ສະເພາະກິຈ ຂແນງຊັພຍາກອນນໍ້າ ແລະ ການປະມົງ ຮວມເຖິງ ພາກສ່ວນ ກະສິກັມ ກໍໄດ້ມີການລົງ ຮິບໂຮມຂໍ້ມູນ, ແຕ່ກໍຍັງ ບໍ່ທັນມີ ຜົລອອກມາ ຈະແຈ້ງເທື່ອ ຕອ້ງລໍຖ້າເບິ່ງ ປີໜ້າ ວ່າ ຈະມີ ປະກົດການນີ້ ເກີດຂຶ້ນອີກບໍ່.
ໃນຂນະທີ່ ແຂວງສວັນນະເຂດ ກໍມີປະກົດການ ນໍ້າຂອງປ່ຽນສີ ຫຼື ນໍ້າຂອງໃສ ເກີດຂຶ້ນທີ່ ເມືອງອຸທຸມພອນ, ເມືອງໄຊຈຳພອນ ແລະ ເມືອງສອງຄອນ, ໂດຍເຈົ້າໜ້າທີ່ ໃນເຂດດັ່ງກ່າວ ຍັງຊອກຫາ ສາເຫຕ ວ່າ ຈະມີ ຜົລກະທົບ ຫຍັງແດ່ ຕໍ່ກັບປະຊາຊົນ. ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ແຂວງສວັນນະເຂດ ໄດ້ກ່າວຕໍ່ ນັກຂ່າວ ເອເຊັຽເສຣີ ວ່າ:
“ແມ່ນ ມີຜົລກະທົບ ແນ່ນອນ. ໄທເຮົາຕ້ອງໄດ້ ພ້ອມພາກັນ ທຸກພາກສ່ວນ ຕ້ອງພາກັນ ຮອ້ງກັນ ເຮັດແນວໃດ ວ່າ ຕ້ອງຊອກຫາ ສາເຫຕວ່າ ຍ້ອນຫຍັງ ຈະມີ ຜົລກະທົບ ຫຍັງແດ່ ຕໍ່ກັບ ປະຊາຊົນ ພວກເຮົາ. ພວກເຮົາຕ້ອງ ໄດ້ຫາວິທີ ປ້ອງກັນ ແລະ ປີນີ້ ມັນເປັນປີ ທຳອິດ, ພວກເຮົາ ຍັງບໍ່ຮູ້ວ່າ ມັນຈະສືບຕໍ່ ໄປອີກບໍ່ ແນວນີ້, ຫັ້ນນ່າ. ຖ້າວ່າ ມີການສືບຕໍ່ ໄປອີກ ພວກເຮົາຕ້ອງ ໄດ້ປຶກສາ ຫາລືກັນ ຫຼາຍພາກສ່ວນ.”
ຕໍ່ປະກົດການ ນໍ້າຂອງປ່ຽນສີ ເຄືອຂ່າຍ ພາກປະຊາສັງຄົມ ແລະ ອົງການສາກົລ ດ້ານສິ່ງແວດລ້ອມ ໃນໄທຍ ໄດ້ໃຫ້ເຫຕຜົລ ວ່າ ມັນເປັນ ອັນຕະລາຍ ຈະສົ່ງ ຜົລກະທົບ ເຮັດໃຫ້ ດິນເຈື່ອນໄວຂຶ້ນ ແລະ ສົ່ງ ຜົລກະທົບ ຕໍ່ພັນປາ ໃນແມ່ນໍ້າຂອງ ເນື່ອງຈາກ ຂາດຝຸ່ນຕົມ ທີ່ອຸດົມ ສົມບູນ ທີີ່ຖືກເຂື່ອນ ຕອນເໜືອ ຂອງແມ່ນໍ້າຂອງ ກັກນໍ້າ ໄວ້ໃຊ້ ໃນການຜລິຕ ກະແສໄຟຟ້າ.