ພະນັກງານກູ້ຣະເບີດ ບໍ່ໄດ້ຮັບ ເງິນເດືອນ

ໄຊຍາ
2019.06.26
f-uxo ຊາກເສດເຫຼືອ ຂອງກະສອບຣະເບີດ ທີ່ມີຫຼວງຫຼາຍກ່າຍກອງ ປະຊາຊົນກໍນໍາມາໝຸນໃຊ້ ໃຫ້ເປັນປໂຍດ
RFA/PX

ພະນັກງານເກັບກູ້ຣະເບີດ ແຂວງຈຳປາສັກ ແລະ ແຂວງອັດຕະປື ບໍ່ໄດ້ຮັບເງິນເດືອນ ມາຕັ້ງແຕ່ຕົ້ນປີນີ້ ເຖິງແມ່ນວ່າ ເງິນເດືອນ ສະເພາະ ວຽກດັ່ງກ່າວ ທາງສາກົລຜູ້ໃຫ້ທຶນ ການຊ່ອຍເຫຼືອ ໄດ້ໃຫ້ມາແລ້ວ ແຕ່ຍັງຄາຂອດ ບໍຣິຫານ ການນຳເງິນເດືອນ ມາເບີກຈ່າຍ ຕ້ອງຜ່ານຫຼາຍ ຂັ້ນຕອນ, ດັ່ງເຈົ້າໜ້າທີ່ ແຂວງຈຳປາສັກ ກ່າວຜູ້ສື່ຂ່າວ ອາ​ຣ ແອັ​ຟ ເອ (RFA) ເມື່ອວັນ​ທີ 26 ມິຖຸນາວ່າ:

"ໂຕເງິນເດືອນນີ້ ມັນຂັດຂ້ອງເພາະວ່າ ເງິນເດືອນໂຕນີ້ທາງສາກົລເຂົາ ກໍໃຫ້ມາແລ້ວ ແຕ່ວ່າ ບັດສຸດທ້າຍ ກໍເຮົານີ້ຈະເອົາເງິນເຂົາ ຈະຈ່າຍ ເງິນເດືອນນີ້ ມັນຕ້ອງຜ່ານຫຼາຍຂັ້ນຕອນ ກະຊວງການເງິນ ອີ່ຫຍັງຫັ້ນນ່າ ມັນກໍຢາກຊັກຊ້າ ທິມນຶ່ງ ກໍ 7-8 ຄົນ ເກັບກູ້ຣະເບີດ ມັນກໍມີຢູ່ 5 ທິມ 50 ກວ່າຄົນ ຄືເວົ້າ ພະນັກງານ ພາກສນາມ ບໍ່ມີເງິນ ມັນກໍຍາກເນາະ.”

ໃນຂນະດຽວ​ກັນ ເຈົ້າໜ້າທີ່ແຂວງອັດຕະປື ກໍໄດ້ກ່າວວ່າ ພະນັກງານ ບໍ່ທັນໄດ້ເງິນເດືອນ ມາ 6 ເດືອນແລ້ວ ຕ້ອງລໍຖ້າໄປອີກ ບໍ່ຮູ້ວ່າມື້ໃດຈະໄດ້:

“ພະນັກງານ ຢູ​ເອັກ​ສ໌​ໂອ (UXO) ທັງໝົດແມ່ນ 150 ປາຍຄົນ ຈົ່ມວ່າເງິນເດືອນ ບໍ່ທັນໄດ້ 6 ເດືອນແລ້ວເດ້ ບາດນີ້ ຫົວໜ້າວ່າ ລໍໄປອີກຈັກສິໄດ້ ຫຼືບໍ່, ຢູ່ຈຳປາສັກ ຍັງຄືກັນ ຍັງບໍ່ທັນໄດ້ຄືກັນ ສາຍດຽວກັນ ກໍຍັງບໍ່ທັນໄດ້ ຄືກັນ ໄລ່ແຕ່ ເປັນຫົວຄົນ ຄົນນຶ່ງນີ້ ຄົນລະ 2 ລ້ານສະເງິນ ເງີນເດືອນ ຕໍ່ຄົນ ເພາະມັນມີຄົນລະ ລ້ານເຈັດ ລ້ານແປດ ຄົນລະລ້ານສອງ ລ້ານສາມ ເພາະອີງຕາມ ຜູ້ເຂົ້າໃໝ່ ເຂົ້າເກົ່າ.”

ຕໍ່ບັນຫານີ້, ເມື່ອຕົ້ນເດືອນ ມິຖຸນາຜ່ານມາ ເຈົ້າໜ້າທີ່ ທັງແຂວງຈຳປາສັກ ແລະ ແຂວງອັດຕະປື ກໍໄດ້ເຂົ້າຮ່ວມປຶກສາຫາລື ເພື່ອແກ້ໄຂ ບັນຫາເງິນເດືອນ ຂອງພະນັກງານອອກຊ້າ ກັບໜ່ວຍງານ ເກັບກູ້ຣະເບີດ ຂອງຣັຖບານ ຫຼື ສູນກາງ ທີ່ແຂວງວຽງຈັນ ນັ້ນກໍຍັງບໍ່ໄດ້ ຂໍ້ສລຸບວ່າ ພະນັກງານ ຈະໄດ້ຮັບເງິນ ເມື່ອໃດ, ດັ່ງເຈົ້າໜ້າທີ່ແຂວງຈຳປາສັກ ກ່າວວ່າ:

“ວາຣະກອງປະຊຸມ ຂອງ ກະຊວງເດ້ ແຕ່ເດືອນຫຍັງເດ້ ມີກອງປະຊຸມ ຂອງແຂວງ ທີ່ວ່າ ຈະເອົາເຂົ້າ ຣາຍງານຂັ້ນເທິງ ຖັດຂຶ້ນໄປ ໃຫ້ເພິ່ນ ຮັບຊາບນຳ ພະນັກງານ ພາກສນາມ ມັນບໍ່ໄດ້ເງິນເດືອນ ມັນກໍຍາກແຫຼະ ມັນກໍຜິດຣະບຽບ ຂອງແຮງງານັ້ນແຫຼະ.”

ສ່ວນ ເຈົ້າໜ້າທີ່ ແຂວງອັດຕະປື ໄດ້ກ່າວວ່າ ເພິ່ນຊິຄົ້ນຄວ້າ ໃຫ້ເລີຍ ກໍຍັງບໍ່ທັນຮູ້ວ່າ ສິໄດ້ບໍ່ ຫຼືວ່າຈັ່ງໃດ:

“ມີແຕ່ວ່າ ກອງປະຊຸມ ເມື່ອວັນທີ 4-5 ຂອງເດືອນ 6 ຢູ່ວັງວຽງ ແມ່ນໄດ້ເຂົ້າຮ່ວມ ກັບປະທານ ແລະ ໄດ້ສເນີໃຫ້ເພິ່ນ ເພິ່ນວ່າ ສິຄົ້ນຄວ້າໃຫ້ ກໍເລີຍ ຍັງບໍ່ທັນຮູ້ ວ່າສິໄດ້ບໍ່ຫຼືວ່າຈັ່ງໃດ.”

ອີງຕາມການຣາຍງານ ຂອງໜັງສືພິມວຽງຈັນໃໝ່ ເມື່ອ 25 ມິຖຸນາ ຜ່ານມາ, ໄດ້ມີພິທີເຊັນສັນຍາ ຊ່ອຍເຫຼືອງົບປະມານ ເກັບກູ້ຣະເບີດ ບໍ່ທັນແຕກ ຣະຫວ່າງ ກະຊວງແຮງງານ ແລະ ສວັດດີການສັງຄົມ ກັບ ອົງການ ຮາໂລທຣາສ ທີ່ໄດ້ຮັບທຶນ ຈາກຣັຖບານ ສະຫະຣັຖ ອະເມຣິກາ 17 ລ້ານປາຍ ໂດລາສະຫະຣັຖ ແລະ ຣັຖບານອັງກິດ 3.7 ລ້ານໂດລາສະຫະຣັຖ.

ທຶນດັ່ງກ່າວ ຈະນຳໃຊ້ ເຂົ້າໃນການສຳຣວດກວດກູ້ ແລະ ໂຄສະນາ ສຶກສາຄວາມສ່ຽງ ຈາກຣະເບີດບໍ່ທັນແຕກ ຢູ່ແຂວງສວັນນະເຂດ ປີ 2019-2022 ແລະ ນຳໃຊ້ເຂົ້າໃນການສຳຣວດ ແລະ ກວດກູ້ຣະເບີດບໍ່ທັນແຕກ ຢູ່ແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ໃນປີ 2019-2020.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.