ພະນັກງານ ເກັບກູ້ຣະເບີດ ຍັງບໍ່ໄດ້ເງິນເດືອນ
2019.04.01
ພະນັກງານ ເກັບກູ້ຣະເບີດ ທີ່ຍັງຕົກຄ້າງ ໃນສມັຍສົງຄາມ ທີ່ແຂວງຫລວງພຣະບາງ ຈຳນວນ 72 ຄົນ ບໍ່ໄດ້ຮັບເງິນເດືອນ ມາເປັນເວລາ 3 ເດືອນແລ້ວ ເຣີ້ມແຕ່ ວັນທີ 1 ເດືອນມົກຣາ ປີນີ້ ເປັນຕົ້ນມາ ຊຶ່ງຈຳນວນເງິນ ທັງໝົດໂດຍສເລັ່ຽຕົກຢູ່ ຣະຫວ່າງ 2-5 ລ້ານກີບ ຕໍ່ຄົນ ແລ້ວແຕ່ຕຳແໜ່ງໜ້າວຽກ, ດັ່ງເຈົ້າໜ້າທີ່ ເກັບກູ້ຣະເບີດ ທີ່ແຂວງຫລວງພຣະບາງ ທ່ານນຶ່ງກ່າວ ໃນມື້ວັນທີ 1 ເມສາ ນີ້ວ່າ:
“ດຽວນີ້ ເງິນເດືອນເຮົາບໍ່ໄດ້ 3 ເດືອນຫັ້ນນ່າ ຕັ້ງແຕ່ ເດືອນ 1 ມາຫາເດືອນ 3, ເຮົາຍັງບໍ່ທັນ ໄດ້ເງິນເດືອນເທື່ອໜ້າ ອ້າຍນ້ອງເຮົາລ້າ ດຽວນີ້ ບໍ່ຮຸ້ນຳກະຊວງ ນຳບ່ອນໃຫຍ່ເພິ່ນພຸ້ນແລ້ວ ເພິ່ນເວົ້າກັນ ແນວໃດ ເຣື້ອງເອກສານ ຂອງເພິ່ນ ຂອງຜູ້ໃຫຍ່ ຄ້າງນຳຜູ້ໃຫຍ່ ພຸ້ນແລ້ວ.”
ທ່ານກ່າວຕື່ມວ່າ ການເກັບກູ້ຣະເບີດ ຍັງຈະສືບຕໍ່ ໄປຕາມຄຳສັ່ງ ຂອງຂັ້ນເທິງ ເຖິງແມ່ນວ່າ ຈະໄດ້ຮັບເງິນເດືອນ ຊ້າກໍຕາມ ຕ້ອງໄດ້ອົດທົນ ໄປກ່ອນໄລຍະນຶ່ງ ຍ້ອນມັນເປັນ ຜົລປໂຍດ ແກ່ປະຊາຊົນ ຊຶ່ງໃນປັດຈຸບັນ ທີມງານ ກຳລັງ ເກັບກູ້ຣະເບີດ ທີ່ບໍ່ທັນແຕກ ຢູ່ເມືອງນ້ຳບາກ, ເມືອງປາກອູ, ເມືອງງອຍ ແລະ ເມືອງພູຄູນ ໃນພື້ນທີ່ 24 ເຮັກຕາຣ໌ ຈາກທັງຫມົດ 105 ເຮັກຕາຣ໌. ຂ່າວຫຼ້າສຸດ ກອງປະຊຸມ ກ່ຽວກັບ ໂຄງການ ດັ່ງກ່າວ ກໍໄດ້ອະນຸມັດ ເງິນຊ່ອຍເຫຼືອ ຈາກປະເທດນໍຣ໌ເວ ວ່າ ຈະຈ່າຍເງິນເດືອນ ໃຫ້ແກ່ ພະນັກງານ 72 ຄົນ ດັ່ງກ່າວ ກ່ອນບຸນ ປີໃໝ່ລາວ ປີນີ້. ແຕ່ກໍຍັງ ບໍ່ແນ່ວ່າ ຈະໄດ້ຮັບຫລືບໍ:
“ເພິ່ນກຳລັງສົມບຸດສົມມືນ ກໍເລັ່ງໃສ່ວ່າ ຊິໃຫ້ໄດ້ກ່ອນປີໃໝ່ນີ້ ກໍຍັງບໍ່ທັນໄດ້ເທື່ອ ເປັນໜີ້ຄ່ານ້ຳມັນ ດຽວນີ້ ກໍ 100 ປາຍລ້ານກີບ ນ້ຳມັນ ປະຕິບັດງານນະ.”
ເຈົ້າໜ້າທີ່ ທ່ານນີ້ ກ່າວມ້ວນທ້າຍວ່າ ນອກຈາກ ຈະບໍ່ໄດ້ຮັບ ເງິນເດືອນ ເປັນປົກກະຕິແລ້ວ ຍັງຕິດໜີ້ຄ່ານ້ຳມັນ ໃນການໄປ ເກັບກູ້ຣະເບີດ ນຳອີກ ແລະ ຍັງບໍ່ຮູ້ວ່າ ທີມງານ ຈະສາມາດ ເກັບກູ້ຣະເບີດ ໄດ້ຕາມເປົ້າໝາຍ ທີ່ຄາດໄວ້ຫລືບໍ່ ໃນຈຳນວນພື້ນທີ່ 105 ເຮັກຕາຣ໌ ໃນປີນີ້.
ອີງຕາມຣາຍງານ ຈາກສຳນັກຂ່າວສານລາວໂປສ, ໂຄງການຊ່ອຍເຫຼືອເກັບກູ້ຣະເບີດ ທີ່ບໍ່ທັນແຕກ ເພື່ອມະນຸສທັມ ຈາກປະເທດນໍຣ໌ເວ ໄດ້ໃຫ້ ເງິນຊ່ອຍເຫລືອລາວ ມາແຕ່ປີ 2008-2016 ແລະ ປີ 2018-2020 ປີລະ 4 ແສນໂດລາ ໂດຍສະເພາະ ໃນ 2 ແຂວງເປົ້າຫມາຍ ຄື ແຂວງຫລວງພຣະບາງ ແລະ ແຂວງຊຽງຂວາງ.