ພະນັກງານກູ້ຣະເບີດໄດ້ ເງິນເດືອນ ແລ້ວ
2019.04.11
ພະນັກງານເກັບກູ້ຣະເບີດ ທີ່ແຂວງຫລວງພຣະບາງ 72 ຄົນ ໄດ້ຮັບເງິນເດືອນແລ້ວ ຈາກທາງການ ໃນມື້ວັນທີ 9 ເມສາ ໂດຍເງິນເດືອນ ຂອງພະນັກງານເຫລົ່ານີ້ ຈະຈ່າຍສາມເດືອນໄລ່ຕາມຖານ ຫນ້າວຽກທີ່ທາງການ ຍັງຄ້າງ ຕົກເປັນເງີນປະມານ 2-5 ລ້ານຕໍ່ຄົນ ຕໍ່ເດືອນ ຫລັງຈາກ ທີ່ວິທຍຸເອເຊັຽເສຣີ ໄດ້ຣາຍງານ ໃນມື້ວັນ 1 ເມສາ ວ່າພະນັກງານກຸ່ມດັ່ງກ່າວ ບໍ່ໄດ້ຮັບເງີນເດືອນ ຈາກ ໂຄງການຊ່ອຍເຫລືອ ເກັບກູ້ຣະເບີດທີ່ບໍ່ທັນແຕກ ເພື່ອມະນຸສທັມສາກົນ ຂອງປະເທດນໍເວ ເປັນເວລາ 3 ເດືອນນັບຕັ້ງແຕ່ວັນທີ 1 ມົກກະຣາ ປີນີ້ ເປັນຕົ້ນມາ. ຕາມຄຳເວົ້າຂອງເຈົ້າຫນ້າທີ່ ແຂວງຫລວງພຣະບາງ ທ່ານນື່ງ ຕໍ່ເອເຊັຽເສຣີ ໃນມື້ວັນທີ 10 ເມສາ ວ່າ:
“ຂະເຈົ້າກໍວ່າ ໄດ້ຮັບຂ່າວວ່າ ຂະເຈົ້າວ່າຂ່າວເອເຊັຽເສຣີວ່າ ເກັບກູ້ຣະເບີດຫລວງພຣະບາງ 3 ເດືອນ ບໍ່ໄດ້ເງີນເດືອນ ແມ່ນເປັນຄວາມຈິງ ແນວນັ້ນ ແຕ່ໄດ້ຮັບເມື່ອວານນີ້ ໄດ້ຄົບທຸກຄົນ ຂະເຈົ້າ ກໍໄລ່ຕາມເງີນຂະເຈົ້າ ຜູ້ນື່ງໄດ້ ສອງກໍສາມເດືອນກໍ 6 ລ້ານ ຜູ້ນືື່ງສາມລ້ານ 3 ເດືອນກໍ 9 ລ້ານ.”
ທ່ານກ່າວເພີ້ມວ່າ ພະນັກງານຫລາຍຄົນ ຈະໃຊ້ເງິນທີ່ໄດ້ມານັ້ນໄປຊຳຣະຫນີ້ ຮ່ວມທັງດອກເບັ້ຽ ທີ່ໄດ້ຢືມຍາດພີ່ນອ້ງ ແລະຜູ້ອື່ນມາ ໃນຍາມທີ່ພວກຂະເຈົ້າ ບໍ່ໄດ້ຮັບເງິນເດືອນ, ເຫຼືອຈາກໃຊ້ຫນີ້ ກໍເອົາໄປຊື້ເຄື່ອງນຸ່ງຫົ່ມສຳລັບສລອງບຸນປີໃຫມ່ລາວ ນອກຈາກນັ້ນ ທາງການລາວ ຍັງບອກອີກວ່າ ຕໍ່ໄປຈະບໍ່ໃຫ້ເກີດບັນຫານີ້ອີກ. ພະນັກງານເກັບກູ້ຣະເບີດ ຈະໄດ້ຮັບເງິນເດືອນ ທັນເວລາທຸກເດືອນ ເພາະທາງການລາວໄດ້ຕໍ່ສັນຍາ MOU ສະບັບໃຫມ່ ກັບປະເທດນໍເວ ສຳລັບປີ 2019 ເປັນທີ່ຮຽບຮ້ອຍແລ້ວ.
ເຖິງຢ່າງໃດກໍຕາມ ທ່ານວ່າ ປັດຈຸບັນ ຫນ່ວຍງານເກັບກູ້ຣະເບີດ ຍັງຕິດຫນີ້ຄ່ານ້ຳມັນ ກັບບໍຣິສັດນ້ຳມັນຢູ່ ຍ້ອນໄດ້ເອົານ້ຳມັນຈາກ ບໍຣິສັດໄປໃຊ້ໃນການປະຕິບັດວຽກງານ ໃນຊ່ວງທີ່ຂາດ ງົບປະມານ ຕົກຢູ່ປະມານ 280 ລ້ານກີບຫລືປະມານ 30 ພັນໂດລາ ຈາກ ເດືອນມົກກະຣາຫາເດືອນມີນາ. ທາງການສັນຍາວ່າຈະໂອນເງິນດັ່ງກ່າວ ໃຫ້ປ້ຳນ້ຳມັນພາຍໃນອາທີດນີ້. ແຕ່ຖ້າບໍ່ໂອນ ວຽກງານການ ເກັບກູ້ຣະເບີດ ກໍຈະຢຸດກິຈການໄປອີກ ຊົ່ວຣະຍະນື່ງ.
"ນ້ຳມັນເຂົາຍັງບໍ່ໂອນໃຫ້ເທື່ອ ລົມກັນນັ້ນວ່າຊີ່ໂອນໃຫ້ ຊີ່ໂອນລະ ແຕ່ຍັງບໍ່ໂອນເທື່ອ ຄັນວ່າບໍ່ໄດ້ໂອນອາທີດນີ້ ອາທີດຫນ້າເຂົາຕັດນ້ຳມັນ ເຂົາບໍ່ໃຫ້ເລີຍ ມັນຄ່ານ້ຳມັນເດີ ພວກຂະເຈົ້າຊີ່ໄລ່ເອົານ່າ ໄລ່ເລີຍຂະເຈົ້າຈະໄລ່ ໃຊ້ຫນີ້ ຄັນວ່າຕິດເດືອນນື່ງ ກໍໃຫ້ຕິດຢູ່ ຄັນວ່າໂອນມາ ໃຊ້ກ່ອນ ກໍບໍ່ມີ ເພຶ່ອບໍ່ໃຫ້ວຽກນັ້ນຢຸດ."
ໂຄງການຊ່ອຍເຫລືອເກັບກູ້ຣະເບີດ ທີ່ບໍ່ທັນແຕກເພື່ອມະນຸສທັມສາກົນ ຂອງຣັຖບານນໍເວ ໃຫ້ທືນຊ່ອຍເຫລືອ ເກັບກູ້ຣະເບີດ ໃນມູນຄ່າ ປະມານ 4 ແສນໂດລາ ສະເພາະແຂວງຫລວງພຣະບາງ ແລະ ຊຽງຂວາງ ເທົ່ານັ້ນ.