ສະຫະຣັຖ ອະເມຣິກາ ຊ່ອຍ ອຸປກອນ ກູ້ຣະເບີດ

ຈໍາປາທອງ
2018.01.18
F-UXO ພະນັກງານໜາວຍ ເກັບກູ້ຣະເບີດ ທີ່ຕົກຄ້າງ ກໍາລັງຝຶກວິທີ ຄົ້ນຫາຣະເບີດ ທີ່ຝັງດິນ
RFA

ສະຫະຣັຖອາເມຣິກາ ຊ່ວຍເຫລືອ ຣົດ 15 ຄັນ, ເຄື່ອງກວດຊອກຣະເບີດ 150 ເຄື່ອງ ແລະອຸປກອນ ພາກສນາມ 15 ຊຸດແກ່ໂຄງການ ເກັບກູ້ຣະເບີດ ທີ່ບໍ່ທັນແຕກ ຢູ່ລາວ ຮວມມູນຄ່າ 1,250,000 ໂດລາ ສະຫະຣັຖ ຫລືປະມານ 10 ຕື້ກີບ.

ການຊ່ວຍເຫຼືອມີພິທີມອບຮັບຣະຫວ່າງ ມາດາມ ຣິນາ ບິດເຕີ ທູດສະຫະຣັຖອາເມຣິກາ ປະຈໍາລາວ ແລະ ທ່ານຄໍາແກ້ວ ສານມຸງຄຸນໄຊ ຮອງຣັຖມົນຕຣີ ກະຊວງແຮງງານ ແລະສວັດດິການສັງຄົມ ສປປລາວ ໃນມື້ວັນທີ 12 ມົກກະຣາ 2018 ນັ້ນ ຈະມອບໃຫ້ແກ່ທິມເກັບກູ້ ຣະເບີດ 15 ທິມທີ່ກໍາລັງປະຕິບັດງານ ໃນການສໍາຣວດແລະເກັບກູ້ຣະເບີດຢູ່ 3 ແຂວງຄື; ແຂວງຄໍາມ່ວນ, ສວັນນະເຂດ ແລະອັດຕະປື ຂະນະທີ່ເຈົ້າໜ້າທີ່ ກະຊວງແຮງງານ ແລະສວັດດິການສັງຄົມ ເວົ້າໃນວັນທີ 15 ມົກຣາ ນີ້ວ່າ ຍັງຕ້ອງການຄວາມຊ່ວຍເຫລືອນັ້ນຕື່ມອີກ:

"ກະບໍ່ທັນພຽງພໍແຫລະ ຄືມື້ວານນີ້ເນາະ ທາງກະຊວງເຮົາ ເພີ່ນອາເມຣິກາ ເພີ່ນກໍມອບອຸປກອນພາຫານະນໍ 15 ຄັນກັບອຸປກອນກວດກູ້ ຫັ້ນແຫລະ ພາກສນາມຫັ້ນແຫລະ ແລະກະທິມຢູ່ພາກໃຕ້ ຢູ່ຄໍາມ່ວນ ສວັນນະເຂດ ອັດຕະປີ ສາມແຂວງ."

ທ່ານກ່າວຕື່ມວ່າ ການຊ່ວຍເຫລືອຄັ້ງນີ້ ເປັນພາກສ່ວນນຶ່ງ ຂອງທຶນຊ່ວຍເຫລືອລາວ 90 ລ້ານໂດລາຂອງ ສະຫະຣັຖອາເມຣິກາ ໃນຣະຍະ 3 ປີ ເພື່ອການສໍາຣວດ ແລະເກັບກູ້ຣະເບີດ ຊຶ່ງເມື່ອປີຜ່ານມາ ໄດ້ປະຕິບັດຢູ່ 172 ບ້ານທີ່ມີເນື້ອທີ່ 16,000 ປາຍ ເຮັກຕາ ແລະສາມາດ ເກັບກູ້ໄດ້ ໃນເນື້ອທີ່ 4,300 ເຮັກຕາ ແລະທໍາລາຍຣະເບີດໄດ້ 93,000 ປາຍໜ່ວຍ. ໃນນັ້ນມີຣະເບີດລູກຫວ່ານ 69,000 ປາຍໜ່ວຍ.

ການຊ່ວຍເຫລືອຂອງຣັຖບາລ ສະຫະຣັຖອາເມຣິກາ ຄັ້ງນີ້ ໜັງສືພິມ ຂອງທາງ ການລາວ ເວົ້າວ່າເປັນການປະກອບສ່ວນ ຢ່າງໃຫຍ່ຫລວງ ຊຶ່ງຈະຊ່ວຍໃຫ້ ໂຄງການເກັບກູ້ຣະເບີດ ແຫ່ງຊາດ ສາມາດດໍາເນີນວຽກງານ ເກັບກູ້ຣະເບີດ ໄດ້ຢ່າງມີ ປະສິດທິພາບ ແລະໄດ້ປະສິດທິຜົລ ຫລາຍຂຶ້ນ ແລະທັງເປັນການສນັບສູນ ຊຸກຍູ້ວຽກງານພັທນາ ຊົນນະບົດ ແລະລຶບລ້າງຄວາມທຸກຍາກໃນລາວ ເພື່ອໃຫ້ບັນລຸເປົ້າໝາຍການ ພັທນາແບບຍືນຍົງຫລື SDG 18 ຂອງຣັຖບາລ ສປປລາວ. ຣັຖບາລ ສະຫະຣັຖ ອາເມຣິກາ ໃຫ້ການຊ່ວຍເຫລືອ ໂຄງການດັ່ງກ່າວ ມາແຕ່ປີ 1990.

ມາຮອດປັດຈຸບັນ ສະຫະຣັຖອາເມຣິກາ ໃຫ້ການຊ່ວຍເຫລືອລາວເປັນມູນຄ່າ 135 ລ້ານໂດລາສະຫະຣັຖ ສໍາລັບການສໍາຣວດ ແລະເກັບກູ້ ຣະເບີດບໍ່ທັນແຕກ, ຊ່ວຍເຫລືອຜູ້ເຄາະຮ້າຍ ຈາກເຫດການຣະເບີດ ບໍ່ທັນແຕກ ແລະໃຫ້ຂໍ້ມູນ ໃນຄວາມສ່ຽງ ຂອງຣະເບີດນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.