ວຽງຈັນ ຍານພາຫະນະ ເພີ່ມຂຶ້ນ ຣົດຕິດ
2020.11.26

ຈຳນວນຣົດຢູ່ນະຄອນຫລວງວຽງຈັນ ເພິ້ມຂື້ນເລື້ອຍໆ. ອີງຕາມສະຖິຕິຂອງທາງການາວ,ເມື່ອປີ 2017 ນະຄອນຫຼວງວຽງຈັນ ມີຣົດທັງໝົດປະມານຫົກແສນຄັນ ແຕ່ເມື່ອປີກາຍ ເພິ້ມຂື້ນຢ່າງໄວວາ ຂື້ນເປັນ 843,000 ຄັນ ຄິດໄລ່ແລ້ວ ຊາວນະຄອນຫລວງວຽງຈັນເກືອບທຸກຄົນ ມີຣົດ ບໍ່ມີຣົດໃຫຍ່ ກໍຣົດຈັກ.
ຊາວນະຄອນຫລວງວຽງຈັນຜູ້ນຶ່ງ ທີ່ບໍ່ປະສົງບອກຊື່ແລະອອກສຽງ ເລົ່າສູ່ວິທະຍຸເອເຊັຍເສຣີຟັງເມື່ອວັນທີ່ 27 ເດືອນຕຸລາ ປີ 2020 ນີ້ວ່າ ເຖິງວ່າຈະຕ້ອງເສັຍພາສີເຖິງຮ້ອຍເປີເຊັນກໍຕາມ ປະຊາຊົນລາວຢູ່ນະຄອນຫລວງວຽງຈັນ ກໍຊື້ຣົດຫຼາຍຂຶ້ນເລື້ອຍໆ ເຫດຜົນນຶ່ງ ກໍຍ້ອນວ່າ ບໍຣິສັດ ຣົດໃຫຍ່ ແຂ່ງຂັນກັນຂາຍ ຊື້ໄດ້ງ່າຍແລະຊື້ຜ່ອນກໍໄດ້. ທ່ານກ່າວວ່າ:
"ເພິ້ມຂື້ນຫຼາຍໄດ໋ ມີຣົດໝົດທຸກຄົນແຫຼະ ມັນກໍເພາະ ພະນັກງານຂອງຣັຖ ຂອງບໍຣິສັດ ຊາວໄຮ່ ຊາວນາ ມີຣົດເໝິດດຽວນີ້."
ທ່ານຊີ້ແຈງຕື່ມວ່າ ປັດຈຸບັນ ຜູ້ຊື້ຣົດສາມາດຈ່າຍຜ່ອນເປັນເວລາຍາວນານໄດ້ ນານເຖິງເຈັດປີກໍມີ ແລະຂັ້ນຕອນໃນການຊື້ກໍງ່າຍ ດາວພຽງແຕ່ໃນຣະຫວ່າງ 10 ແລະ 30 ສ່ວນຮ້ອຍຂອງຣາຄາຣົດ ກໍຊື້ໄດ້ເລີຍ; ຕົວຢ່າງ ຊື້ຣົົດຮຸນໄດ ແຮງງານ ຈ່າຍ 10 ສ່ວນຮ້ອຍ ແລະກໍມີເອກກະສານຄົບຖ້ວນ ກໍຊື້ອອກຮ້ານໄປເລີຍ.
ໃນເມື່ອ ຄົນຊື້ຣົດຫລາຍ ຣົດກໍຕິດ ແລະ ບໍ່ມີບ່ອນຈອດ ດັ່ງຊາວລາວ ທ່ານນຶ່ງ ໃນ ນະຄອນຫລວງ ວຽງຈັນ ກ່າວວ່າ ນະຄອນຫລວງວຽງຈັນ ດຽວນີ້ ຣົດມັກຕິດ ໂດຍສະເພາະໃນຍາມເຂົ້າການ ເຂົ້າໂຮງຮຽນ ແລະ ໃນຍາມເລີກການ ເລີກໂຮງຮຽນ.
ຊາວນະຄອນຫລວງວຽງຈັນອີກຜູ້ນຶ່ງ ທີ່ທຽວຂີ່ຣົດໃຫຍ່ໄປການມາການທຸກມື້ຈາກບ້ານດອນໜູນຫາຫ້ອງການຢູ່ໃກ້ໆກັບບໍຣິເວນນ້ຳພຸ ກ່າວວ່າ ຣົດມັກຕິດຈາກຄ້ອຍໂພນເຄັງໄປຫາສີ່ແຍກດົກໂດກ ໂດຍສະເພາະໃນເວລາຝົນຕົກ ບາງເທື່ອຕ້ອງໃຊ້ເວລາເຖິງສອງຊົ່ວໂມງ ຈຶ່ງຮອດຫ້ອງການ.
ພະນັກງານຣັດຜູ້ນີ້ອະທິບາຍວ່າ ຣົດຕິດຢູ່ນະຄອນຫລວງວຽງຈັນ ກໍເພາະວ່າ ຣົດຫລາຍ ຖນົນຫົນທາງໜ້ອຍ ນ້ອຍແລະແຄບ ໄພແດງກໍມີຫລາຍ ຣົດກໍມີທັງຣົດນ້ອຍຣົດໃຫຍ່ແລະ ຣັດຈັກ; ປະຊາຊົນກໍບໍ່ປະຕິບັດຕາມກົດຣະບຽບຈາຣະຈອນ ແລະເຈົ້າໜ້າທີ່ຕຳຣວດ ກໍບໍ່ ບັງຄັບໃຊ້ກົດຣະບຽບຢ່າງເຂັ້ມງວດ. ບໍຣິເວນທີ່ຣົດຕິດຫລາຍທີ່ສຸດ ກໍແມ່ນບໍຣິເວນສີ່ແຍກໄຟແດງແລະຢູ່ຕໍ່ໜ້າໂຮງຮຽນ ເພາະພໍ່ແມ່ໄປສົ່ງໄປຮັບລູກທຸກເຊົ້າທຸກແລງແຕ່ວັນຈັນຫາ ວັນສຸກ.
ຣັຖກອນຜູ້ນີ້ກ່າວອີກວ່າ ອີກສາເຫດນ່ຶງ ທີ່ເຮັດໃຫ້ການສັນຈອນຕິດຂັດຢູ່ນະຄອນຫລວງ ວຽງຈັນ ກໍແມ່ນ ຣົດຈອດຊະຊາຍ ແລະຣົດບັນທຸກໃຫຍ່ໆໜັກໆແລ່ນຜ່ານໃນຍາມເລັ່ງດ່ວນ.
ຍ້ອນສາເຫດນັ້ນ ປະຊາຊົນນະຄອນຫລວງວຽງຈັນຫລາຍຄົນຈຶ່ງສເນີໃຫ້ທາງການຈັດຣະບຽບຈາຣະຈອນໃໝ່ ເຊັ່ນຫ້າມຣົດບຸນທຸກແລ່ນຜ່ານໃນຍາມເລັ່ງດ່ວນແລະຫ້າມຈອດຣົດຊະຊາຍ ຂັດຂວງການສັນຈອນ ດັ່ງຄົນຂັບຣົດຢູ່ນະຄອນຫລວງວຽງຈັນຜູ້ນຶ່ງ ໄດ້ກ່າວກັບ ວິທະຍຸເອເຊັຍເສຣີເມື່ອວັນທີ່ 20 ພຶສຈິກາ 2020 ນີ້ວ່າ:
“ກໍໃນຊ່ວງໂມງທີ່ຂະເຈົ້າໄປການ ຕົວເມືອງມັນກໍແອອັດເດ່ ສັບສົນຫັ່ນໜາ ເພາະວ່າຣົດໃຫຍ່ຄັນນຶ່ງ ທຽບກັບຣົດເກັງຣົດນ້ອຍ ມັນກໍໄດ້ສອງສາມຄົນ ໃຫ້ມັນໝົດໂມງໝົດຍາມ ທີ່ເຂົາສັນຈອນກ່ອນ ຈຶ່ງຄ່ອຍມາ ໂຕນີ້ກໍມີບັນຫາ ການສັນຈອນຣົດບໍ່ເປັນຣະບຽບ ຈອດຣັດຊະຊາຍ ກໍເຈົ້າໜ້າທີ່ຫັ່ນແຫລະ ເປັນຜູ້ວາງກົດຣະບຽບອອກມາ ແລ້ວປ່ອຍໃຫ້ຣົດຣະບຽບອ່ອນແອ ກັບຜູ້ປະຕິ ບັດກົດຣະບຽບ.”
ຜູ້ໃຊ້ຣົດໃຊ້ຖນົນໃນເຂດນະຄອນຫລວງອີກຄົນນຶ່ງ ກໍຈົ່ມໃນທຳນອງດຽວກັນວ່າ ສ່ວນຫລາຍບັນຫາຣົດຕິດ ແມ່ນເກີດຈາກການບໍປະຕິບັດຕາມກົດຣະບຽບຈາຣະຈອນ ເປັນຕົ້ນການຈອດຣົດແຄມທາງເພື່ອຊື້ເຄື່ອງຊື້ຂອງ. ກ່ອນອື່ນໝົດ ຢາກໃຫ້ເຈົ້າໜ້າທີ່ຕຳຣວດຈາຣະ ຈອນແກ້ໄຂບັນຫາຈອດຣົດນີ້ ສ່ວນເຣື່ອງຣົດບັນທຸກຂນາດໃຫຍ່ນັ້ນ ເພິ່ນກໍມີກົດຣະບຽບຫ້າມຢູ່ແລ້ວ.
"ເທົ່າທີ່ຮູ້ຢູ່ນະຄອນຫລວງ ເພິ່ນກໍບໍໃຫ້ຣົດໃຫຍ່ແລ່ນຢູ່ແລ້ວ ສ່ວນຫລາຍກໍມີແຕ່ຣົດຫົກລໍ້ແລ່ນ ສ່ວນຣົດບັນທຸກໃຫຍ່ໆກໍແລ່ນອ້ອມຮອບຊື່ໆ ຍົກເວັ້ນບາງກໍຣະນີ ທີ່ມີການອະນຸຍາດເຂົ້າມາ ມັນກໍເຮັດໃຫ້ຣົດຕິດແດ່ ຍ້ອນຣົດມັນໃຫຍ່ແນະ ເພິ່ນກໍຂັບຣົດບໍ່ໄວຢູ່ແລ້ວ.”
ສ່ວນຄົນຂັບຣົດບັນທຸກຂນາດໜັກຜູ້ນ່ຶງ ຊ້ຳພັດບໍ່ເຫັນດີກັບການຫ້າມຣົດບັນທຸກແລ່ນຕາມ ຖນົນຫົນທາງໃນເຂດນະຄອນຫລວງວຽງຈັນ ເປັນຕົ້ນບໍ່ເຫັນດີກັບການຫ້າມຣົດບັນທຸກແລ່ນຕາມຖນົນເສັ້ນດົງໂດກ-ສີເກດ ເພາະຖນົນເສັ້ນນີ້ຢູ່ນອກເມືອງແລະກໍເປັນຖນົນເສັ້ນສາຍສຳ ຄັນສຳຣັບການສັນຈອນແລະຂົນສົ່ງສິນຄ້າ. ສຳຣັບຖນົນຢູ່ກາງເມືອງນະຄອນຫລວງວຽງຈັນ ນັ້ນ ທາງການເພິ່ມກໍມີກົດຣະບຽບຫ້າມຢູ່ແລ້ວ ດັ່ງຄົນຂັບຣົດຜູ້ນີ້ກ່າວຕື່ມວ່າ:
"ສະເພາະນະ ຄອນຫລວງ ແຕ່ຊານເມືອງກໍແລ່ນໄດ້ ຕອນນີ້ ຂະເຈົ້າກໍຈຳກັດຢູ່ ແຕ່ຂະເຈົ້າກໍມີບາງເຂດ ໃຫ້ຣົດບັນທຸກທຽງໄດ້ ແຕ່ບາງເຂາດກໍທຽງບໍ່ໄດ້ ກໍຫ້າມບໍ່ໄດ້ຕາມເສັ້ນທາງຫລັກ ເສັ້ນທາງບ່ອນດົງໂດກ ເປັນເສັນທາງຫລັກຂອງການສົ່ງສິນຄ້າພາຍໃນປະເທດແລະຕ່າງປະເທດ ຈຳກັດເວລາບໍ່ໄດ້.”
ໂຊເຟີຣົດບັນທຸກຄົນນີ້ກ່າວອີກວ່າ ເຈົ້າໜ້າທີ່ທາງການ ເພິ່ມມີກົດຣະບຽບແລ້ວ ຫ້າມຣົດບັນທຸກແລ່ນເຂົ້ານະຄອນຫລວງແລ້ວໃນເວລາຣະຫວ່າງ 7 ແລະ 9ໂມງເຊົ້າ,11 ແລະ 13ໂມງ ແລະຣະຫວ່າງ 15 ແລະ 18ໂມງ. ບັນຫາລົດຕິດແລະອຸບັດຕິເຫດມັນບໍ່ໄດ້ເກິດຍ້ອນລົດໃຫຍ່ ມັນເກີດຍ້ອນຄວາມບໍ່ເປັນລະບຽບຮຽບຮ້ອຍຂອງຜູ້ຂັບຂີ່ທຸກຄົນ ທີ່ມັກຈອດລົດຊະຊາຍ, ແລ່ນລົດຊ້າ ແຊງຊ້າຍ,ແຊງຂວາ, ເວົ້າລວມໆກະຄື ບໍ່ມີມາລະຍາດແລະຣະບຽບວິໄນໃນການຂັບຂີ່ນັ້ນເອງ.
ຢູ່ສື່ສັງຄົມອ່ອນລາຍເຟສບຸກ ປະຊາຊົນລາວຫລາຍກໍໄດ້ອອກຄຳຄິດຄຳເຫັນກ່ຽວກັບບັນຫາ ຣົດຕິດ ຕົວຢ່າງຜູ້ນຶ່ງຂຽນວ່າ ກົດລະບຽບມີ ເຊັ່ນກົດຣະບຽບຫ້າມຣົດບັນທຸກແລ່ນໃນຍາມເລັ່ງດ່ວນ ແຕ່ຕຳຫລວດບໍ່ປະຕິບັດ. ຖ້າເຫັນຜູ້ລະເມີດ ຕາມຣະບຽບກົດໝາຍແລ້ວ ເຈົ້າໜ້າທີ່ກໍຕ້ອງປັບໃຫມໃສ່ໂທດ ແຕ່ໃນພາກປະຕິບັດຕົວຈິງ ເມື່ອກວດເຫັນຜູ້ລະເມີດ ກໍພຽງແຕ່ຮັບເງິນສິນບົນ ແລ້ວກໍປ່ອຍໄປ. ຕາມຖນົນແຖວຫນອງແຕ່ງແຮງຫລາຍລົດບັນທຸກ ເວລາຕຳຫລວດກວດກາ ຣົດບັນທຸກກໍໜ້ອຍລົງແດ່ ແຕ່ເມື່ອບໍ່ມີຕຳຣວດ ຣົດກໍຫລາຍຂື້ນຄືເກົ່າ.
ເພື່ອແກ້ໄຂບັນຫາຣົດຕິດ ໂດຍສະເພາະຕາມຖນົນຈາກໂພນເຄັງຫາບ້ານດອນໜູນ ຣັຖບານລາວ ໄດ້ອະນຸຍາດໃຫ້ບໍຣິສັດຈີນສ້າງທາງດ່ວນໝາຍເລັກນຶ່ງ ຊຶ່ງປັດຈຸບັນ ກຳລັງເລີ້ມ ສ້າງ. ທາງດ່ວນອາດຈະຊ່ວຍຫລຸດຜ່ອນບັນຫາຣົດຕິດ ແຕ່ຢ່າລືມວ່າ ຜູ້ໃຊ້ ກໍຕ້ອງຈ່າຍເງິນຄ່າທາງດ່ວນ.